ໜ່ວຍປະສານງານ ສະຫວັນນະເຂດ-ມຸກດາຫານ ລາດຕະເວນຮ່ວມ ຕາມລຳແມ່ນຳ້ຂອງ

110

ໃນທ້າຍອາທິດຜ່ານມານີ້ ໜ່ວຍປະສານງານປະຈຳພື້ນທີ່ ແຂວງສະຫວັນນະເຂດ ສປປລາວ ກັບຈັງຫວັດມຸກດາຫານ ລາຊະອານາຈັກໄທ ໄດ້ເປີດກອງປະຊຸມລາດຕະເວນຮ່ວມທາງນຳ້ ເຊິ່ງຈັດຂື້ນທີ່ດ່ານສາກົນມຸກດາຫານ ປະເທດໄທ ໂດຍການເຂົ້າຮ່ວມເປັນປະທານຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ຄຳເພັດ ສຸລິຍະວົງ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ສະຫວັນນະເຂດ , ຝ່າຍໄທນຳໂດຍ ສະຫາຍ ພັນເອກ ສຸຄົນທະລັດ ຊາວພົງ ຮອງຜູ້ບັນຊາການກອງກຳລັງສຸລະສັກມົນຕີ ພ້ອມດ້ວຍໜ່ວຍປະສານງານປະຈຳພື້ນທີ່ຊາຍແດນທັງສອງເບື້ອງລາວ-ໄທ ເຂົ້າຮ່ວມ.

May be an image of 12 people
ໃນກອງປະຊຸມປະທານທັງສອງຝ່າຍກໍ່ໄດ້ ອະທິບາຍບັນດາເນື້ອໃນ ຂັ້ນຕອນການປະສານງານກໍ່ຄືບາດກ້າວໃນການລາດຕະເວນ,ເພື່ອເຮັດໃຫ້ການລາດຕະເວນຮ່ວມ ໃນຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ ຮັບປະກັນຄວາມປອດໄພ 100% ແລະ ເພື່ອສະແດງໃຫ້ເຫັນເຖິງການພົວພັນຮ່ວມມືທີ່ດີຂອງສອງປະເທດ,ກໍ່ຄືເຈົ້າໜ້າທີ່ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ໂດຍສະເພາະສະຫວັນະເຂດ-ມຸກດາຫານ ໃນການແກ້ປະກົດການຫຍໍ້ທໍ້ຕ່າງໆ ລຽບຕາມຊາຍແດນທາງນຳ້ ເປັນຕົ້ນແມ່ນບັນຫາຢາເສບຕິດ,ການຄ້າຂາຍເຖື່ອນ,ການເຂົ້າ-ອອກເມືອງ ທີ່ຜິດກົດໝາຍຕະຫລອດຮອດບັນຫາອື່ນໆ ໃນຂອບເຂດແຂວງສະຫວັນນະເຂດກັບຈັງຫວັດມຸກດາຫານ ໃຫ້ນັບມື້ຫລຸດໜ້ອຍຖອຍລົງເທື່ອລະກ້າວ ແນໃສ່ເຮັດໃຫ້ຊາຍແດນກາຍເປັນເສັ້ນຊາຍແດນແຫ່ງສັນຕິພາບ ມິດຕະພາບ ແລະ ມີການພັດທະນາຮ່ວມກັນຕະຫລອດໄປ.

May be an image of 11 people and text

ຈາກນັ້ນກໍ່ໄດ້ຮ່ວມກັນລາດຕະເວນຢ່າງເປັນທາງການ ເຊິ່ງມີເຮືອເຂົ້າຮ່ວມລາດຕະເວນ ທັງໝົດ 6 ລຳ ເຮືອຝ່າຍລາວຈຳນວນ 3 ລຳ,ເຮືອຝ່າຍໄທຈຳນວນ 3 ລຳ ໂດຍເປັນກຽດເຂົ້າຮ່ວມຮັບຊົມໃນການລາດຕະເວນຄັ້ງນີ້ ມີ ສະຫາຍ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ສະຫວັນະເຂດ ພ້ອມດ້ວຍຄະນະການນຳຂອງແຂວງ,ກົງສູນໃຫ່ຍແຫ່ງລາຊະອານາຈັກໄທປະຈຳແຂວງສະຫວັນະເຂດ ແລະ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.

May be an image of 2 people and text

ພາຍຫຼັງ ທີ່ສຳເລັດການລາດຕະເວນຮ່ວມກັນແລ້ວ ໜ່ວຍປະສານງານປະຈຳພື້ນທີ່ຊາຍແດນມຸກດາຫານ-ສະຫວັນະເຂດ ກໍໄດ້ນຳເອົາແນວພັນປາ, ເບ້ຍໄມ້, ອຸປະກອນການຮຽນການສອນ ແລະ ອຸປະກອນກິລາຈໍານວນໜື່ງ ໄປມອບໃຫ້ໂຮງຮຽນປະຖົມບ້ານນາແກ ນະຄອນໄກສອນພົມວິຫານ ແຂວງສະຫວັນະເຂດ .

May be an image of 15 people and text

ໃນໂອກາດດັ່ງກ່າວນີ້ ສະຫາຍ ພັນເອກ ຄຳເພັດ ສຸລິຍະວົງ ຫົວໜ້າການທະຫານກອງບັນຊາການທະຫານແຂວງສະຫວັນນະເຂດ, ກໍ່ໄດ້ມີຄຳເຫັນ ກ່າວສະແດງຄຳ ຂອບອົກຂອບໃຈ ນຳຄະນະໜ່ວຍປະສານງານປະຈຳພື້ນທີ່ຊາຍແດນໄທ-ລາວ ມຸກດາຫານ-ສະຫວັນະເຂດ ທີ່ໄດ້ມາມອບເຄື່ອງໃນຄັ້ງນີ້ ຈາກນັ້ນຄະນະໜ່ວຍປະສານງານທັງສອງເບື້ອງ ກໍ່ໄດ້ຮ່ວມກັນປູກຕົ້ນໄມ້ ແລະ ຮ່ວມກັນປ່ອຍປາລົງສຸ່ທຳມະຊາດໃຫ້ມີການຂະຫຍາຍພັນຕໍ່ໄປ. ຈາກນັ້ນ ກໍ່ໄດ້ສ້າງຂະບວນການແຂ່ງຂັນກິລາບານເຕະ,ເພື່ອສຸຂະພາບທີ່ດີ ແລະ ຮັດແໜ້ນຄວມສາມັກຄີຮັກແພງເຊິ່ງກັນ ແລະ ກັນອີກດ້ວຍ.

May be an image of 7 people and text