ໃຜກຳລັງອອມຄຳ! ເບິ່ງແຈ້ງການຈາກກະຊວງອຸດສາຫະກຳ ແລະການຄ້າ

135

ຄຳເປັນສິ່ງທີ່ຄົນລາວເຮົາສ່ວນຫຼາຍນິຍົມໃຊ້ເປັນເຄື່ອງປະດັບ ນອກຈາກຈະຊື້ມາໃຊ້ເປັນເຄື່ອງປະດັບແລ້ວຍັງສາມາດຊື້ມາເກັບໄວ້ເພື່ອເປັນຊັບສົມບັດ ຫຼື ເພື່ອການລົງທຶນຈາກການເໜັງຂອງລາຄາຄຳໃນແຕ່ລະວັນໄດ້.
ແນວໃດກໍ່ດີ ອີງໃສ່ຍຸກສະໄໝທີ່ປ່ຽນໄປ ປັດຈຸບັນເພື່ອໃຫ້ຜູ້ທີ່ສົນໃຈໃນການລົງທຶນໃນຄຳມີຄວາມສະດວກສະບາຍຍິ່ງຂຶ້ນບໍ່ຈຳເປັນຕ້ອງໄດ້ໄປຮ້ານເພື່ອທຳການຊື້ຂາຍ ຈຶ່ງໄດ້ມີການພັດທະນາແອັບພຣິເຄຊັນ ເພື່ອດຳເນີນການຊື້ຂາຍຄຳຜ່ານທາງອອນລາຍຂຶ້ນ ແລະ ໄດ້ມີການເປີດໃຫ້ທົດລອງໃຊ້ເມື່ອບໍ່ດົນມານີ້.

No photo description available.

ດັ່ງນັ້ນ, ເພື່ອເຮັດໃຫ້ວຽກງານຄຸ້ມຄອງການຄ້າທາງອີເລັກໂຕຣນິກໄດ້ຖືກຈັດຕັ້ງປະຕິບັດຕາມກົດໝາຍ ແລະ ລະບຽບການ ໃນວັນທີ 28 ເມສາ 2023 ທີ່ຜ່ານມານີ້ ທາງຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງ ກ່ຽວກັບການເຜີຍແຜ່ ແລະ ແນະນໍາຕໍ່ຫົວໜ່ວຍ ທີ່ດໍາເນີນທຸລະກິດສະສົມຄຳ ແລະ ຜູ້ຊົມໃຊ້ ຜ່ານແອັບພຣີເຄຊັນ ສະສົມຄຳອອນລາຍ ດັ່ງນີ້:

1. ເພື່ອເຮັດໃຫ້ວຽກງານຄຸ້ມຄອງການຄ້າທາງອີເລັກໂຕຣນິກໄດ້ຖືກຈັດຕັ້ງປະຕິບັດຕາມກົດໝາຍ ແລະ ລະບຽບການ ໂດຍສະເພາະການອອກໃບຢັ້ງຢືນທຸລະກິດສະສົມຄຳແບບອອນລາຍຜ່ານແອັບພຣີເຄຊັນ, ຊຶ່ງປະຈຸບັນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກໃບຢັ້ງຢືນທຸລະກິດສະສົມຄຳຜ່ານແອັບພຣີເຄຊັນ (KPV) ໃຫ້ແກ່ບໍລິສັດ ຮ້ານຄຳພູວົງ (ປະທານສະມາຄົມຄຳ ເຄື່ອງປະດັບ ແລະ ອັນຍະມະນີ) ທົດລອງການຈັດຕັ້ງປະຕິບັດໃນໄລຍະໜຶ່ງປີ.

No photo description available.
2. ວິສາຫະກິດທີ່ຍັງບໍ່ໄດ້ຮັບອະນຸຍາດໃຫ້ດໍາເນີນທຸລະກິດສະສົມຄຳຜ່ານແອັບພຣີເຄຊັນ ຫຼື ໃນຮູບແບບອື່ນໆນັ້ນ ຕ້ອງໄດ້ມາແຈ້ງກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ຕາມລະບຽບການ. ຫ້າມບໍ່ໃຫ້ໂຄສະນາ ຫຼື ດຳເນີນທຸລະກິດໂດຍບໍ່ໄດ້ຮັບອະນຸຍາດ.

May be an image of text