ຕຳແຈ່ວແມງແຄງ ຫອມໆ ບ່າຍເຂົ້າຮ້ອນໆ

141

ມາຮອດແລ້ວຍາມແມງແຄງໃຫຍ່ ເຊິ່ງເປັນແມງໄມ້ຊະນິດໜຶ່ງ ທີ່ມີກິ່ນຂິວສະເພາະຕົວຄ້າຍຄືກັບແມງດາ, ເປັນແມງໄມ້ທີ່ອາໄສຢູ່ຕາມຕົ້ນໄມ້ທີ່ເຫັນຫຼາຍແມ່ນຢູ່ນຳຕົ້ນໝາກລຳໄຍ, ຕົ້ນໝາກແງວ ແລະ ຄົນລາວເຮົາສ່ວນຫຼາຍເອົາມາຈີ່ຕຳແຈ່ວ ບ່າຍເຂົ້າໜຽວຮ້ອນໆ ກິ່ນຫອມໆ. ດັ່ງນັ້ນມື້ນີ້ຄໍລໍາອາຫານຈະພາທ່ານມາເຮັດແຈ່ວແມງແຄງຈໍ້າກັບເຂົ້າໜຽວໄວ້ກິນເອງ.

▶ສ່ວນປະກອບ: ແມງແຄງ ປະມານ 20 – 30 ໂຕ ( ເດັດປີກແກ່ອອກ ), ໝາກເຜັດດິບ ປະມານ 10 – 15 ໜ່ວຍ, ຫົວຫອມບົ່ວ 2 – 3 ຫົວ, ຫົວຜັກທຽມ 3 – 4 ກີບ, ເກືອ ເຄິ່ງບ່ວງແກງ, ແປ້ງນົວ 1 ບ່ວງຊາ, ຫອມປ້ອມ 3 – 4 ຕົ້ນ, ຫອມບົ່ວ 2 ຕົ້ນ.

▶ ວິທີເຮັດ: ນໍາແມງແຄງໄປຂົ້ວ ຫຼື ເອົາໄມ້ສຽບແມງແຄງໄປຈີ່ໃຫ້ສຸກ, ພ້ອມຈີ່ຫົວຫອມບົ່ວ, ຫົວຜັກທຽມ, ໝາກເຜັດດິບ ໃຫ້ສຸກແກະເປືອກອອກຕຳໃສ່ຄົກຕາມດ້ວຍເກືອ, ແປ້ງນົວ, ຈາກນັ້ນກໍເອົາແມງແຄງມາເດັດຕີນ, ປີກ ແລະ ສ່ວນຫົວມັນອອກ ແລ້ວຕຳໃຫ້ລະອຽດ ຊີມ ພ້ອມປຸງລົດຊາດຕາມໃຈມັກ ຖ້າພໍດີແລ້ວກໍລ້າງຫອມຊອຍໃສ່ຕຳໃຫ້ເຂົ້າກັນ ເທົ່ານີ້ທ່ານກໍໄດ້ແຈ່ວແມງແຄງໄວ້ກິນເອງ.
[ໂດຍ: ນົກແຕນແວນ]