ຂໍ້ຄວນຮູ້ກ່ອນເຮັດເລັບປອມ ເພື່ອປ້ອງກັນບໍ່ໃຫ້ເລັບເສຍຫາຍ

42

ການເຮັດເລັບປອມເປັນສິ່ງທີ່ສາວໆຫຼາຍຄົນນິຍົມເຮັດ ບາງຄົນມັກໃນການຕົກແຕ່ງລວດລາຍໃສ່ເລັບໃຫ້ສວຍງາມຕາມແຟຊັ່ນ ຫຼື ບາງຄົນອາດຕໍ່ຄວາມຍາວເລັບ ເພື່ອເຮັດໃຫ້ເລັບເບິ່ງຄືຍາວຂຶ້ນ ເຖິງວ່າການເຮັດເລັບປອມຫຼາຍໆຄັ້ງນອກຈາກຈະເຮັດໃຫ້ເລັບຂອງເຮົາເສຍຫາຍ, ບອບບາງແລ້ວ ຍັງເຮັດໃຫ້ເລັບຂອງເຮົາໄດ້ຮັບຄວາມເສຍຫາຍອີກດ້ວຍ ອາດເຮັດໃຫ້ເລັບຂອງເຮົາຕິດເຊື້ອໄດ້.
ການເຮັດເລັບປອມຄວນໃຫ້ຊ່າງທີ່ມີຄວາມຊໍານິຊໍານານເປັນຜູ້ເຮັດໃຫ້ ເພາະການເຮັດເລັບດ້ວຍຕົນເອງ ໂດຍບໍ່ມີ ຄວາມຮູ້ ແລະ ຄວາມເຂົ້າໃຈໃນວິທີເຮັດອາດສ່ຽງພາໃຫ້ເກີດຄວາມເສຍຫາຍ ແລະ ການຕິດເຊື້ອທີ່ເລັບໄດ້ ໂດຍການຕໍ່ເລັບປອມ ຫຼື ຕິດເລັບປອມໃຫ້ປອດໄພ ມີຂໍ້ແນະນໍາດັ່ງນີ້:

– ເລືອກຮ້ານເຮັດເລັບທີ່ຈົດທະບຽນຖືກຕ້ອງ ລວມທັງການເລືອກຊ່າງເຮັດເລັບທີ່ມີຄວາມຊໍານານ, ຜ່ານການຝຶກອົບຮົມ ແລະ ມີໃບອະນຸຍາດ.
– ບໍລິເວນຮ້ານ ແລະ ອຸປະກອນທີ່ໃຊ້ເຮັດເລັບ, ແກະເລັບ ແລະ ມີດຕັດເລັບ ຄວນຜ່ານການທໍາຄວາມສະອາດ ແລະ ຂ້າເຊື້ອດ້ວຍແອວກໍຮໍທຸກຄັ້ງ ຫຼື ອາດຈະນໍາອຸປະກອນເຮັດເລັບສ່ວນຕົວໄປນໍາ.
ບໍ່ຄວນແກະເລັບທີ່ເຮັດມາດ້ວຍຕົນເອງ ເພາະຈໍາເປັນຕ້ອງໃຊ້ນໍ້າຢາລ້າງເລັບສະເພາະ ຈຶ່ງຄວນໃຫ້ຊ່າງທີ່ມີ ຄວາມຊໍານານລ້າງເລັບໃຫ້.
– ຖ້າເຮັດເລັບເຈວຄວນເລືອກຮ້ານເຮັດເລັບທີ່ໃຊ້ເຄື່ອງອົບເລັບທີ່ໃຊ້ແສງ LED ແທນເຄື່ອງອົບແສງ UV ແລະທາຄີມກັນແດດບໍລິເວນມືກ່ອນເຮັດເລັບເຈວ.
– ຖ້າເປັນໄປໄດ້ຄວນບອກຊ່າງເວັ້ນການຕົກແຕ່ງບໍລິເວນກົກເລັບ ເພາະອາດຈະເຮັດໃຫ້ເກີດຮອຍແຍກລະຫວ່າງເລັບ ແລະ ເນື້ອກ້ອງເລັບ ເຊິ່ງອາດເພີ່ມຄວາມສ່ຽງຕໍ່ການຕິດເຊື້ອ.

– ບໍ່ຄວນນໍາເອົາເລັບປອມທີ່ຕິດແລ້ວມາຕິດຊໍ້າອີກໂດຍບໍ່ທໍາຄວາມສະອາດ ເພາະອາດຈະສ່ຽງຕໍ່ການຕິດເຊື້ອໃສ່ເລັບ.
– ຄວນເລືອກຊື້ເລັບປອມຊະນິດພລາສຕິກທີ່ມີຍີ່ຫໍ້ທີ່ໜ້າເຊື່ອຖື ແລະ ຜູ້ທີ່ແພ້ ຫຼື ໄວຕໍ່ສານເຄມີໃນການຕິດເລັບຄວນໃສ່ຜ້າອັດປາກເວລາເຮັດເລັບເພື່ອປ້ອງກັນການສູບດົມສານເຄມີທີ່ພາໃຫ້ເກີດການລະຄາຍເຄືອງ.
– ທາຄີມ ຫຼື ໂລຊັນບໍາລຸງເລັບ ແລະ ມືຢ່າງສະໝໍ່າສະເໝີ.
– ຫຼີກລ່ຽງການທາເລັບປອມ ຫຼື ທາສີເລັບເລື້ອຍໆ ແລະ ຄວນພັກການເຮັດເລັບຫຼັງຈາກການຕໍ່ເລັບປອມທຸກໆ 2 ເດືອນ ເພື່ອຫຼຸດການສໍາຜັດກັບສານເຄມີຈາກການເຮັດເລັບ.
– ຫຼີກລ່ຽງການເຮັດເລັບ ການຕໍ່ເລັບປອມ ເພື່ອປົກປິດການຕິດເຊື້ອອາດຍິ່ງເຮັດໃຫ້ອາການຮຸນແຮງຂຶ້ນ.
– ຖ້າມີບາດແຜທີ່ເລັບ ຫຼື ມີອາການແພ້ສານເຄມີທີ່ໃຊ້ໃນການເຮັດເລັບ ເຊັ່ນ: ມີຜື່ນແດງ, ແສບຄັນບໍລິເວນນິ້ວມື, ໜ້າ ແລະ ລໍາຄໍ ຄວນໄປພົບແພດເພື່ອຮັບການປິ່ນປົວ.
[ ຂໍ້ມູນຈາກ: PODPAD ]