ແຮງງານລາວ 79 ຄົນອອກເດີນທາງສູ່ເກົາຫຼີ ສ້າງຝັນສານອະນາຄົດ

102

ແຮງງານລາວເກືອບ 80 ຄົນໄດ້ເດີນທາງໄປເຮັດວຽກຢູ່ ສ.ເກົາຫຼີຕາມລະດູການ ເພື່ອຫາລາຍໄດ້ເພີ່ມມາຕໍ່ຍອດຊີວິດຄອບຄົວ, ກຸ່ມແຮງງານເຫຼົ່ານີ້ແມ່ນຈະໄປເຮັດວຽກຢູ່ເມືອງຢາງຈູໃນຂະແໜງກະສິກຳ.

May be an image of 4 people and text

ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ໄດ້ສົ່ງແຮງງານຈາກເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈຳນວນ 79 ຄົນ ໄປເຮັດວຽກລະດູການຂະແໜງກະສິກຳ ຢູ່ເມືອງຢາງຈູ ແຂວງເກືອງກີໂດ ສ.ເກົາຫຼີ, ໃນວັນທີ 29 ເມສາ 2023 ຜ່ານມານຳພາຄະນະໂດຍທ່ານ ນາງ ສ້ອຍສະຫວັນ ອຸທະພອນ ຮອງຫົວຫນ້າພະແນກຈັດຫາງານຕ່າງປະເທດ ກົມການຈັດຫາງານ ກຊ ຮສສ ແລະ ເປັນກຽດເຂົ້າຮວ່ມ ຂອງ ທ່ານ ອາລຸນກອນ ບູລົມມະວົງ ຮອງທູດ ສປປ ລາວ ປະຈຳ ສ.ເກົາຫຼີ .

May be an image of 2 people, people studying and text

ການຈັດສົ່ງແຮງງານໄປເຮັດວຽກລະດູການຂະແໜງກະສິກຳ ໄລຍະສັ້ນ 5 ເດືອນນີ້ ແມ່ນການຮ່ວມມື MOU ລະຫວ່າງກົມການຈັດຫາງານ ແລະ ເມືອງນາຊາຍທອງ ກັບ ເມືອງຢາງຈູ ແຂວງເກືອງກີໂດ ສ.ເກົາຫຼີ .

ເຖິງຢ່າງໃດກໍຕາມ ກົມການຈັດຫາງານ ກະຊວງຮສສ ຂໍຝາກເຖິງແຮງງານລາວບັນດາເຜົ່າ ທີ່ມີຄວາມສົນໃຈໄປເຮັດວຽກຢູ່ຕ່າງປະເທດ, ໂດຍສະເພາະປະເທດ ສ.ເກົາຫລີ ທີ່ສັງຄົມໃຫ້ຄວາມສົນໃຈເປັນຈຳນວນຫລາຍ ໃຫ້ມີສະຕິລະວັງຕົວ ຢ່າຫຼົງເຊື່ອບຸກຄົນ ຫຼື ນິຕິບຸກຄົນ ບໍ່ຫວັງດີຄົນແອບອ້າງໃນການຈັດສົ່ງແຮງງານໄປຢູ່ປະເທດດັ່ງກ່າວ ດ້ວຍຫລາຍຮູບແບບຮຽກເກັບເງິນລ່ວງໜ້າກ່ອນຢ່າງເດັດຂາດ, ສຳລັບຜູ້ອອກແຮງງານທີ່ຕ້ອງການໄປເຮັດວຽກຢູ່ຕ່າງປະເທດ ແມ່ນໃຫ້ໄປຕາມການຈັດສົ່ງຂອງບໍລິສັດຈັດຫາງານ ພາຍໃຕ້ການອະນຸຍາດ ແລະ ຄຸ້ມຄອງຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເທົ່ານັ້ນ ເພື່ອຊ່ວຍໃຫ້ຜູ້ອອກແຮງງານ ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຕາມກົດໝາຍ ແລະ ລະບຽບການຂອງປະເທດສົ່ງ ແລະ ປະເທດຮັບ.

No photo description available.
ແຮງງານລາວມີຄວາມສົນໃຈຢາກເຮັດວຽກຢູ່ພາຍໃນປະເທດ ແມ່ນໃຫ້ພົວພັນກັບ ພະແນກແຮງງານ ແລະສະຫວັດດີການສັງຄົມ ແຂວງ ແລະ ນະຄອນຫຼວງ ໄດ້ຈັດຕັ້ງການຂຶ້ນທະບຽນແຮງງານ ດ້ວຍລະບົບອອນລາຍ, ອັອຟລາຍ ແລະ ຂຶ້ນທະບຽນຊຶ່ງໜ້າໃນ 3 ເປົ້າໝາຍຄື: ຜູ້ຊອກຫາວຽກເຮັດງານທຳພາຍໃນ ແລະ ໄປຕ່າງປະເທດ, ຜູ້ຕ້ອງການຝຶກສີມືແຮງງານ ແລະ ຄວາມຕ້ອງການແຮງງານພາຍໃນປະເທດ (ຕຳແໜ່ງງານວ່າງ).

May be an image of 8 people

ຊຶ່ງຜູ້ຊອກຫາວຽກເຮັດງານທຳ ແລະ ຫົວໜ່ວຍແຮງງານສາມາດພົວພັນກັບຈຸດບໍລິການຈັດຫາງານທີ່ທ່ານຢູ່ໃກ້ ຫຼື ເຂົ້າໃຊ້ບໍລິການຜ່ານຕາມເວບໄຊຂໍ້ມູນຂ່າວສານຕະຫຼາດແຮງງານ (www.lmis.gov.la). ການມີວຽກເຮັດງານທຳຢູ່ພາຍໃນປະເທດ ຈະເຮັດໃຫ້ມີເວລາຢູ່ກັບຄອບຄົວ, ມີຄວາມອົບອຸ່ນ, ບໍ່ໄດ້ເສຍຄ່າໃຊ້ຈ່າຍສູງ ແລະ ບໍ່ສຽ່ງຈາກການຕົກເປັນເຫຍື່ອຂອງການຄ້າມະນຸດ ນຳອີກ.