ຈອດລົດຕາກແດດກ່ອນອອກຈາກລົດທຸກຄັ້ງ ຄວນກວດສິ່ງຂອງທີ່ໄວ້ໃນລົດ

48

ອາກາດໃນເດືອນເມສາ – ພຶດສະພາຂອງທຸກປີຈະຮ້ອນແຮງ ເຊິ່ງປີນີ້ກໍຜ່ານໄລຍະສົງການມາແລ້ວ ຝົນບໍ່ຕົກຍິ່ງເຮັດໃຫ້ອາກາດຮ້ອນອົບເອົ້າຫຼາຍ ໂດຍສະເພາະໃນຍາມກາງເວັນ ການຈອດລົດກາງແດດຮ້ອນແຮງໃຫ້ລະວັງອັນຕະລາຍ ເວລາຮ້ອນແຮງອຸນຫະພູມໃນລົດທີ່ບໍ່ຕິດຟີມກັນແສງ ອາດສູງເຖິງ 60 ອົງສາ ແລະ ຢ່າລືມສິ່ງຂອງທີ່ສາມາດຕິດໄຟ ຫຼື ເກີດລະເບີດໄດ້ ບໍ່ວ່າຈະເປັນພາວເວີແບັງ, ກັບໄຟແຊັດ, ສະເປສີດຕ່າງໆ, ໂທລະສັບມືຖື, ໝາກປູ່ມເປົ້າໃຫ້ພະຍາຍາມຫຼຸດແວ່ນລົດລົງ ຫຼື ຈອດໃນທີ່ຮົ່ມຈະດີກວ່າ.

ສິ່ງຂອງທີ່ເປັນອັນຕະລາຍ ທີ່ຈະເຮັດໃຫ້ລົດເກີດໄຟໄໝ້ມີດັ່ງນີ້:
1. ຂອງທີ່ມີແບັດເຕີຣີ ເຊິ່ງຈະມີສະນວນປ້ອງກັນການລັດວົງຈອນ ແລະ ເມື່ອອາກາດຮ້ອນການລັດວົງຈອນຈະເກີດໄດ້ງ່າຍຂຶ້ນ ປະກອບກັບແບັດເຕີຣີ ທີ່ໃຊ້ແລ້ວມີການເສື່ອມຄຸນນະພາບກໍພາໃຫ້ເກີດລະເບີດໄດ້.
ຫຼາຍຄໍາຖາມທີ່ສົງໄສກັບເລື່ອງກ້ອງບັນທຶກພາບໃນໜ້າລົດ ສ່ວນໃຫຍ່ຈະເຮັດໃຫ້ບໍ່ມີແບັດເຕີຣີ ຈະໃຊ້ກ້ອງໄດ້ກໍຕໍ່ເມືອຕິດຈັກລົດ ບໍ່ໃຫ້ກັງວົນບັນຫານີ້ສ່ວນລຸ້ນດີໆກໍຈະອອກແບບແບັດເຕີຣີມາເພື່ອຢູ່ໃນລົດ.


2. ກັບໄຟແຊັດ ຖືກອັດ ແກ໊ສເຊື້ອໄຟໃນກັບໄຟ ເມື່ອອຸນຫະພູມພາຍນອກທີ່ສູງ ແກ໊ສຈະເກີດການຂະຫຍາຍໂຕ ແລະ ລະເບີດຂຶ້ນໄດ້.
3. ສະເປນໍ້າຫອມ ສ່ວນ ໃຫຍ່ຈະເປັນກະປ໋ອງໂລຫະທີ່ສະສົມຄວາມຮ້ອນໄດ້ ສານເຄມີໃນກະປ໋ອງກໍເປັນຈໍາພວກໄວໄຟພາໃຫ້ເກີດລະເບີດ.
4. ໝາກປູ່ມເປົ້າອັດແກ໊ສ ສໍາລັບຄອບຄົວທີ່ມີເດັກນ້ອຍ ຫຼື ກໍາລັງຂົນສົ່ງໝາກປູ່ມເປົ້າ ກໍຄວນລະວັງ ເພາະຂໍ້ສັງເກດຄືໝາກປູ່ມເປົ້າອັດແກ໊ສຈະລອຍຂຶ້ນໄດ້ ແກ໊ສທີ່ມີນໍ້າໜັກເບົາກວ່າອາກາດ ພາຍນອກ ໄດ້ແກ່ແກ໊ສໄຮໂດເຈນ ເຊິ່ງເປັນວັດຖຸໄວໄຟ ແລະ ສາມາດລະເບີດໄດ້.

5. ກວດນໍ້າ ເຊິ່ງມີຄວາມເປັນໄປໄດ້ ເພາະແດດສ່ອງໄດ້ອົງສາກວດນໍ້າຈະຄ້າຍຄືກັບແວ່ນຂະຫຍາຍລວມແສງໄປຈຸດດຽວ ຖ້າໄປຖືກວັດຖຸຕິດໄຟກໍສາມາດເກີດໄຟໄໝ້ໄດ້.
ສະຫຼຸບໄດ້ວ່າ: ການຈອດລົດກາງແດດແຮງໂດຍປົກກະຕິແລ້ວກໍຈະບໍ່ເກີດໄຟໄໝ້ໄດ້ເພາະສະນັ້ນໄລຍະນີ້ເພື່ອ ຄວາມປອດໄພ ຢ່າລືມກວດກາລົດຂອງທ່ານ ໂດຍສະເພາະໃນຍາມທີ່ລົດຕາກແດດເປັນເວລາດົນ.