ເປີດແລ້ວຫ້ອງການສະມາຄົມມັນຕົ້ນລາວ ສາຂານະຄອນຫຼວງ

142

ພະແນກພາຍໃນນະຄອນຫຼວງວຽງຈັນ ແລະ ສະມາຄົມມັນຕົ້ນລາວ ໄດ້ຈັດ ກອງປະຊຸມຮ່ວມກັນເພື່ອປຶກສາຫາລືການປະກອບບຸກຄະລາກອນໃສ່ຫ້ອງການສະມາຄົມມັນຕົ້ນລາວສາຂານະຄອນຫຼວງວຽງຈັນ ເຊິ່ງໄດ້ເຫັນດີເປັນ ເອກະພາບກັນສ້າງຕັ້ງຫ້ອງການສະມາຄົມມັນຕົ້ນລາວສາຂານະຄອນຫຼວງວຽງຈັນ ໂດຍມີຫ້ອງການຕັ້ງຢູ່ສຳນັກງານກຸ່ມບໍລິສັດ ຄຳໄພຊະນະ.

No description available.

ໃນກອງປະຊຸມດັ່ງກ່າວ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບສະມາ ຄົມມັນຕົ້ນ ລາວສາຂານະຄອນຫຼວງວຽງຈັນຄື: ທ່ານ ແສງຕາວັນ ຄໍາມະນີ ຮອງປະທານ ກຸ່ມບໍລິສັດຄໍາໄພຊະນະ ເປັນຫົວໜ້າ ທ່ານ ນາງ ອາລິສາ ໄຊຍະກຸມ ມານ ປະ ທານບໍລິສັດ ອາລິສາມະຫາຊັບຂຸດຄົ້ນບໍ່ແຮ່ ຈຳກັດ ປະທານບໍລິສັດ ລາວ ວຽງຈັນໂຊກດີການຄ້າສາກົນ ຈຳກັດ ຄະນະບໍລິຫານງານສະມາຄົມນັກທຸລະ ກິດໜຸ່ມແຫ່ງຊາດ ແລະ ທ່ານ ນາງ ຂັນທະລີ ແສງສຸລິເດດ ຮອງປະທານບໍ ລິສັດ ແກ້ວທະວີຄູນເພີ່ມພູນຊັບຂາອອກ-ຂາເຂົ້າ ຈຳກັດ ເປັນຮອງ ທ່ານ ນາງ ລັດທິດາ ໄຊຈະເລີນ ປະທານບໍລິສັດ ຫົງເມີ້ນພັດທະນາການລົງທຶນກະ ສິກຳຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ແລະ ທ່ານ ນາງ ນ້ອຍ ສົມຊາດ ຮອງ ປະທານກຸ່ມບໍລິສັດ ຄຳໄພຊະນະ ຜູ້ຊີ້ນໍາຂະແໜງການເງິນ-ຈັດຊື້ ເປັນຄະນະ.

No description available.

ນອກນີ້ຍັງໄດ້ແຕ່ງຕັ້ງຄະນະປະທານທີ່ປຶກສາຄື: ທ່ານ ຄຳໄພ ສົມຊະນະ ເປັນປະທານ ທ່ານ ມົນຕຣີ ຊົມສະໝຸດ ແລະ ທ່ານ ນາງ ສຸດສະດີ ລືໄຊ ເປັນ ຮອງປະທານ ແລະ ແຕ່ງຕັ້ງກອງເລຂາຄື: ທ່ານ ອຸໄທທິບ ຈັນທະລາດ ເປັນ ຫົວໜ້າ ທ່ານ ນາງ ຂັນທະລີ ລືໄຊ ເປັນຮອງ ແລະ ທ່ານ ນາງ ອຳພາພອນ ໄຊຫົງສາ ເປັນຄະນະ.

No description available.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 27 ເມສາ 2023 ມີ ທ່ານ ສົມເຫຼັກ ວົງສາ ຮອງຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນ ທ່ານ ນາງ ອິນ ແປງ ຊາມມຸນຕີ ປະທານສະມາຄົມມັນຕົ້ນລາວ ປະທານບໍລິສັດ ປາກຊ່ອງ ພັດທະນາຂາອອກ-ຂາເຂົ້າ ຈຳກັດ ປະທານບໍລິສັດ ສາລະວັນພັດທະນາຂາ ອອກ-ຂາເຂົ້າ ຈຳກັດ ທ່ານ ຄຳໄຊ ສົມຊະນະ ປະທານກຸ່ມບໍລິສັດ ຄຳໄພຊະ ນະ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

No description available.