ລົດແກ້ວ ສາວປອດເຫຼັກລາວ ເຈີດຈະລັດໃນງານແລ່ນ ສິງກະໂປ ໂອເພັນ ກວາດ 2 ຫຼຽນຄໍາ 1 ທອງ

152

ທີ່ສຸດຂອງທີ່ສຸດກັບ ສາວ ລົດແກ້ວ ອິນທະກຸມມານ ນັກແລ່ນ-ລານຍິງທີມຊາດລາວ ເໝົາຄົນດຽວ 2 ຫຼຽນຄໍາ ແລະ 1 ຫຼຽນທອງ ໃນການແຂ່ງຂັນອຸ່ນເຄື່ອງໃນງານ Singapore Open Track & Field Championships 2023 ລະຫວ່າງວັນທີ 26 – 28/4/2023.

ໂດຍຜົນງານຂອງລົດແກ້ວ ມີດັ່ງນີ້:
ມື້ທໍາອິດ ນາງ ລົດແກ້ວ ອີນທະກຸມມານ ນັກກິລາແລ່ນ-ລານ ທີມຊາດລາວ ສາມາດທຳລາຍສະຖິຕິລາຍການ 5,000 ແມັດ (17:42.5) ຂອງການເຂົ້າຮ່ວມແຂ່ງຂັນອຸ່ນເຄື່ອງຊີເກມ 2023 ໃນງານ Singapore Open Track & Field Championships 2023 ຊຶ່ງສາມາດຍາດມາໄດ້ອັນດັບທີ 1 (ຫຼຽນຄຳ) ໃນວັນທີ 26/04/2023.

ມື້ທີ 2 ຍາດມາອີກ 1 ຫຼຽນທອງ ໃນລາຍການ 1,500 ແມັດ (4:41.2) ຂອງການເຂົ້າຮ່ວມແຂ່ງຂັນອຸ່ນເຄື່ອງຊີເກມ 2023 ໃນງານ Singapore Open Track & Field Championships 2023 ເຂົ້າເສັ້ນໄຊອັນດັບທີ 3 (ຫຼຽນທອງ) ໃນວັນທີ 27/04/2023.
ຍັງບໍພໍໃນມື້ທີ 2 ລົດແກ້ວ ຄວ້າແຊັມໄປອີກໜຶ່ງລາຍການຄື 10,000 ແມັດ (37:24.85 ທຳລາຍສະຖິຕິປະເທດລາວຂອງຕົນເອງອີກຄັ້ງ ) ໃນການເຂົ້າຮ່ວມແຂ່ງຂັນອຸ່ນເຄື່ອງຊີເກມ 2023 ໃນງານ Singapore Open Track & Field Championships 2023 ຊຶ່ງສາມາດຍາດມາໄດ້ອັນດັບທີ 1 (ຫຼຽນຄຳ) ໃນວັນທີ 27/04/2023.