ສິງກະໂປ ຂຶ້ນພາສີຊັບສິນ ສໍາລັບຊາວຕ່າງຊາດ ເປັນ 60%

34

ຂ່າວດ່ວນຫຼັກຊັບຂອງ ກະຊວງ ຜທ ຫວຽດນາມ ຫຼື tinnhanhchungkhoan.vn ລາຍງານເມື່ອວັນທີ 27 ເມສາຜ່ານມາວ່າ: ລັດຖະບານສິງກະໂປ ໄດ້ອອກນະໂຍບາຍເພີ່ມພາສີທີ່ດິນສໍາລັບຜູ້ຊື້ເຮືອນຫຼັງທີ 2 ແລະ ຊາວຕ່າງຊາດ ທີ່ຊື້ເປັນຊັບສິນສ່ວນບຸກຄົນ ມາເປັນ 60% ໂດຍມີຜົນນັບແຕ່ວັນທີ 27 ເມສາ 2023 ເປັນຕົ້ນໄປ.

ไม่มีคำอธิบายรูปภาพ

ນະໂຍບາຍດັ່ງກ່າວ ແມ່ນໄດ້ເພີ່ມຈາກ 30% ເຊິ່ງຖືວ່າເປັນຄວາມເຄື່ອນໄຫວຫຼ້າສຸດຂອງລັດຖະບານສິງກະໂປ ຫຼັງຈາກມີການຂຶ້ນພາສີທີ່ມີຜົນບັງຄັບໃຊ້ໃນເດືອນທັນວາ ປີ 2021 ແລະ ເຂັ້ມງວດບັນດາບ້ວງສິນເຊື່ອໃຫ້ກູ້ ເພື່ອຊື້ເຮືອນໃນເດືອນກັນຍາ 2022. ແຕ່ລາຄາອະສັງຫາລິມະຊັບໃນສິງກະໂປ ໃນໄຕມາດ 1 ປີນີ້ ກໍຍັງມີສັນຍານຂອງການເລັ່ງເຕີບໂຕຂຶ້ນທ່າມກາງຄວາມຕ້ອງການທີ່ຈະຟື້ນຕົວ.

ທ່ານ ບຣາດອນ ລີ ( Brandon Lee ) ນັກວິເຄາະຂອງ Citigroup ຄາດວ່າ: ຄວາມໄວໃນການເພີ່ມຂຶ້ນຂອງພາສີ ອະສັງຫາລິມະຊັບຈະຊະລໍຕົວລົງໃນໄລຍະ 2 – 3 ໄຕມາດຂ້າງໜ້າເປັນ 2% ແຕ່ບໍ່ຫຼຸດລົງຍ້ອນຄວາມຕ້ອງການກໍຍັງຄົງທີ່, ລາຄາທີ່ຢູ່ອາໄສໃນສິງກະໂປ ໄດ້ເພີ່ມຂຶ້ນ 3,2% ໃນໄຕມາດທໍາອິດຂອງປີນີ້.

อาจเป็นรูปภาพของ พื้นหญ้า

ແຫຼ່ງຂ່າວຍັງໃຫ້ຮູ້ວ່າ: ລັດຖະບານສິງກະໂປ ໄດ້ເພີ່ມພາສີການເປັນເຈົ້າຂອງກຳມະສິດເຮືອນ ( ທີ່ຢູ່ອາໄສ ) ຂຶ້ນເປັນ 20% ຈາກ 17% ສໍາລັບປະຊາຊົນສິງກະໂປ ທີ່ຊື້ເຮືອນຫຼັງທີ 2, ອັດຕາພາສີນີ້ ຍັງເພີ່ມຂຶ້ນເປັນ 30% ຈາກ 25% ສຳລັບປະຊາຊົນສິງກະໂປ ທີ່ຊື້ເຮືອນຫຼັງທີ 3 ແລະ ບັນດາເຮືອນຫຼັງຕໍ່ໄປ.

ຕາມຖະແຫຼງການຂອງກະຊວງການເງິນ ສິງກະໂປ ລະບຸວ່າ ນະໂຍບາຍຂຶ້ນພາສີນີ້ ຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 27 ເມສາປີນີ້.