ບໍລິສັດ ຄິຣິນ ຂອງຍີ່ປຸ່ນ ຈະຊື້ບໍລິສັດ ຜະລິດຕະພັນເສີມອາຫານ ຫວັງເຈາະຕະຫຼາດອາຊີ

32

ສໍານັກຂ່າວອິນໂຟເຄວສ໌ ລາຍງານວ່າ: ບໍລິສັດ ຄິຣິນ ໂຮລດິ້ງ ( Kirin Holdings ) ຂອງຍີ່ປຸ່ນ ປະກາດໃນວັນທີ 27 ເມສານີ້ວ່າ ຈະຊື້ ບໍລິສັດ ແບລັກມອສ ( Blackmoers ) ເຊິ່ງເປັນບໍລິສັດຜະລິດຕະພັນເສີມອາຫານຂອງອົດສະຕຣາລີ ໃນລາຄາ 1,88 ພັນລ້ານໂດລາອົດສະຕຣາລີ ຫຼື ປະມານ 1,24 ພັນລ້ານໂດລາສະຫະລັດ ເພື່ອທີ່ຈະຂະຫຍາຍທຸລະກິດດ້ານສຸຂະພາບໃນຕະຫຼາດພາກພື້ນອາຊີ ແລະ ໂອເຊອານີ ທີ່ມີການເຕີບໂຕຢ່າງໄວວາ.

ບໍລິສັດ ຄິຣິນ ເປີດເຜີຍວ່າ: ສາເຫດໜຶ່ງທີ່ໄດ້ຕັດສິນໃຈຊື້ແບລັກມອສ ກໍເພື່ອເຂົ້າເຖິງຊ່ອງທາງການຂາຍຂອງແບລັກມອສ ໃນຕະຫຼາດອາຊີຕາເວັນອອກສ່ຽງໃຕ້ ທີ່ເຕີບໂຕຢ່າງໄວວາ ເພາະນອກຈາກຈະມີຕະຫຼາດໃນອົດສະຕຣາລີແລ້ວ ກໍຍັງມີຕະຫຼາດຫຼັກໆຢູ່ໃນມາເລເຊຍ, ໄທ, ອິນໂດເນເຊຍ ແລະ ສິງກະໂປ ອີກດ້ວຍ.

ທ່ານ ທາເຄຊິ ມິນາກາຕະ ເຈົ້າໜ້າທີ່ບໍລິຫານອາວຸໂສຂອງ ຄິຣິນ ກ່າວໃນຖະແຫຼງຂ່າວວ່າ: ການຊື້ກິດຈະການຄັ້ງນີ້ ພວກເຮົາມີເປົ້າໝາຍທີ່ຈະກ້າວຂຶ້ນເປັນບໍລິສັດຊັ້ນນໍາໃນທຸລະກິດດ້ານສຸຂະພາບຢູ່ໃນພາກພື້ນອາຊີ ແລະ ໂອເຊອານີ.

ສໍານັກຂ່າວກຽວໂດ ໄດ້ລາຍງານວ່າ: ບໍລິສັດ ແບລັກມອສ ເຊິ່ງກໍ່ຕັ້ງຂຶ້ນໃນປີ 1932 ນັ້ນ ເປັນໜຶ່ງໃນຜູ້ຜະລິດອາຫານເສີມປະເພດວິຕາມິນ ທີ່ໄດ້ຮັບຄວາມໄວ້ວາງໃຈຫຼາຍທີ່ສຸດໃນອົດສະຕຣາລີ ໂດຍຍອດຂາຍປະມານ 650 ລ້ານໂດລາອົດສະຕຣາລີ ໃນປີງົບປະມານທີ່ສິ້ນສຸດໃນເດືອນມີນາປີຜ່ານມາ.