ຂ່າວດີ ທຶນຮຽນຕໍ່ ສປ ຈີນຟຣີ ສຳລັບລູກຫຼານຊາວສະຫວັນນະເຂດ ແລະ ແຂວງທີ່ໃກ້ຄຽງ

73

ໂອກາດດີມາຮອດແລ້ວ ຜູ້ທີ່ຢາກໄປຮຽນຢູ່ຕ່າງປະເທດ ໂດຍສະເພາະຢູ່ ສປ ຈີນ ໂດຍບໍລິສັກຊັນເປເປີຈະເປັນຜູ້ໃຫ້ທຶນລວມທັງເບ້ຍລ້ຽງໃຫ້ຜູ້ມີຄວາມສົນໃຈ ເນັ້ນໜັກຄົນພື້ນທີ່ແຂວງສະຫວັນນະເຂດ ໃຜທີ່ມີເງື່ອນໄຂຮີບໄປສະຫມັກເດີ້.

No photo description available.
ໃນວັນທີ 21 ເມສາ 2023 ທີ່ຜ່ານມາ ທາງຜະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ແຈ້ງການຮັບນັກຮຽນໄປສຶກສາຕໍ່ທີ່ປະເທດຈີນ ພາຍໃຕ້ການໃຫ້ທຶນຂອງບໍລິສັດ ຊັນເປເປີ້ ໂຮນດິ້ງລາວ ຈຳກັດ.

ເຊິ່ງກຸ່ມບໍລິສັດຊັນເປເປີ້ນີ້ ໄດ້ເຂົ້າມາລົງທຶນໃນ ສປປ ລາວ ໃນປີ 2008 ແລະ ໄດ້ມີການຈົດຂຶ້ນທະບຽນເຕັມຮູບແບບໃນນາມ ບໍລິສັດ ຊັນເປເປີ້ ໂຮນດິ້ງລາວ ຈຳກັດ ມີສຳນັກງານໃຫຍ່ຕັ້ງຢູ່ ເມືອງເຊໂປນ ແຂວງ ສະຫວັນນະເຂດ. ຜ່ານການພັດທະນາຫຼາຍກວ່າສິບປີ ກຸ່ມບໍລິສັດຊັນເປເປີ້ໄດ້ມີການລົງທຶນພາຍໃນລາວບັນລຸ 1.100 ລ້ານໂດລາສະຫາລັດ ໃນປັດຈຸບັນມີພະນັກງານຄົນລາວໄດ້ຂຶ້ນທະບຽນແລ້ວ 1000 ກວ່າຄົນ.

No photo description available.
ເພື່ອການພັດທະນາໄປອີກຂັ້ນໜຶ່ງ ໃນຍຸດທະສາດພັດທະນາບຸກຄະລາກອນທ້ອງຖິ່ນ ສ້າງກຳລັງການພັດທະນາຂອງວິສາຫະກິດ ສ້າງບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ແລະໃນຂະນະດຽວກັນກໍເປັນການເປີດກວ້າງມອບທຶນໂອກາດໃຫ້ແກ່ສະມາຊິກລູກຫຼານຂອງພະນັກງານ, ພໍ່ແມ່ປະຊາຊົນ, ນ້ອງນັກຮຽນໃນເມືອງເຊໂປນ ແລະ ຂົງເຂດເມືອງອ້ອມຂ້າງ ທາງບໍລິສັດ ຊັນເປເປີ້ໂຮງລິ້ງລາວຈຳກັດ ແລະ ໂຮງຮຽນວິຊາຊີບສ້າງສີມືແຮງງານໄດ້ມີການຮ່ວມມືກັນພັດທະນາບຸກຄະລາກອນ ຄືບໍລິສັດຈະສະໜັບສະໜູນທຶນຊ່ວຍເຫຼຶອນັກຮຽນ ຈຳນວນ 30 ທຶນ ໂດຍຈະແມ່ນທຶນປີຕໍ່ປີ ໃຫ້ໄປສຶກສາທີ່ ວິທະຍາໄລເຕັກນິກ-ວິຊາຊີບປ່າໄມ້ ທີ່ເມືອງຂຸນໝິງ ແຂວງຢູນານ ສປ ຈີນ ໂດຍແມ່ນທຶນເຕັມ 100%.

No photo description available.

ທຶນການສຶກສາທີ່ວ່ານີ້ ບໍລິສັດຈະຮັບຜູ້ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ ໄດ້ເລີ່ມເປີດຮັບສະໝັກແຕ່ວັນທີ 24 ມີນາ – 25 ພຶດສະ 2023, ສ່ວນເງື່ອນໄຂລະບຸວ່າ: ຜູ້ສະໝັກຕ້ອງອາຍຸບໍ່ເກີນ 25 ປີ, ເປັນຄົນແຂວງສະຫວັນນະເຂດ ຫຼື ບາງເມືອງຂອງແຂວງທີ່ໃກ້ຄຽງຄື: ເມືອງບໍລິຄັນ ແຂວງບໍລິຄຳໄຊ ແລະ ເມືອງມູນລະປະໂມກແຂວງ ຈຳປາສັກ, ເປັນຜູ້ທີີ່ມີສຸຂະພາບແຂງແຮງ, ເປັນຄອບຄົວທຸກຍາກ, ຈົບລະດັບການສຶກສາມໍ 7 ຂຶ້ນໄປ ແລະ ທີ່ສຳຄັນແມ່ນ ເມື່ອຫຼັງຈາກສຳເລັດການສຶກສາແລ້ວ ຕ້ອງໄດ້ກັບມາເປັນວິຊາການຂອງບໍລິສັດພ້ອມເຊັນສັນຍາ ຮ່ວມກັບບໍລິສັດເປັນເວລາ 5 ປີ.

ສ່ວນລາຍລະອຽດ ແລະວິທີການສະໝັກເບິ່ງໄດ້ຕື່ມທີ່ແຈ້ງການລຸ່ມນີ້.

May be an image of text

ອ່ານເພື່ອໃຫ້ເຂົ້າໃຈກ່ອນສະໝັກ

May be an image of map and text