ສຳເລັດການສ້າງປ້ອມຕຳຫຼວດຈະລາຈອນ 4 ແຍກໄຟອຳນາດ ໂພນທັນ-ບຶງທາດຫຼວງ ມູນຄ່າ 130.725.000 ກີບ.

90

ບໍລິສັດ ລາວທາດຫຼວງລົງທຶນພັດທະນາ ຈຳກັດ ໃນນາມຜູ້ປະກອບສ່ວນສ້າງປ້ອມຕຳຫຼວດຈະລາຈອນຢູ່ຈຸດ 4 ແຍກໄຟອຳນາດ ໂພນທັນ-ບຶງທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມູນຄ່າ 130.725.000 ກີບ (ຊ່ວຍເຫຼືອລ້າ) ພ້ອມມອບໃຫ້ກອງບັນຊາການປ້ອງກັນສະຫງົບ ນະຄອນຫຼວງວຽງຈັນ.

ດັ່ງນັ້ນ, ໃນວັນທີ 27 ເມສາ 2023 ໄດ້ມີພິທີມອບ-ຮັບປ້ອມດັ່ງກ່າວຂຶ້ນ ທີ່ຫ້ອງການຄຸ້ມຄອງເຂດເສດຖະກິດນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ຝູຈຽນ (Fujian) ຮອງປະທານ ບໍລິສັດ ລາວທາດຫຼວງລົງທຶນ ຈຳກັດ, ຜູ້ພັດທະນາ ກັບ ທ່ານ ພັນເອກ ແສງທອງ ເກື້ອບຸນລໍ່າ ຮອງຫົວໜ້າ ປກສ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານທັງ 3 ຝ່າຍເຂົ້າຮ່ວມ.

ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ກ່າວບາງຕອນວ່າ: ປ້ອມຕຳຫຼວດຈະລາຈອນທີ່ຕັ້ງຢູ່ 4 ແຍກໄຟອຳນາດໂພນທັນ (ທາງເຂົ້າເຂດເສດຖະກິດພິເສດບຶງທາດຫຼວງ) ເພື່ອທົດແທນປ້ອມເກົ່າທີ່ເປ່ເພໃນໄລຍະຂອງການປັບປຸງເສັ້ນທາງເຊື່ອມຕໍ່ລະຫວ່າງເຂດບຶງທາດຫຼວງ ເຂົ້າກັບຕົວເມືອງໄລຍະທີ່ຜ່ານມາ ເຊິ່ງການສ້າງປ້ອມດັ່ງກ່າວເປັນການສົມທົບທຶນກໍ່ສ້າງຈາກເຈົ້າຂອງໂຄງການພັດທະນາເສດຖະກິດພິເສດບຶງທາດຫຼວງ ນະຄອນຫຼວງວຽງຈັນ. ການກໍ່ສ້າງປ້ອມຈະລາຈອນ ຄິດໄລ່ຕົກເປັນມູນຄ່າລວມ 130.725.000 ກີບ ສ່ວນຈຸດສະຖານທີ່ກໍ່ສ້າງປ້ອມຍາມຕໍາຫຼວດຈະລາຈອນ ແມ່ນຕັ້ງຢູ່ມູມໄຟອຳນາດ ດ້ານທິດຕາເວັນອອກສ່ຽງເໜືອ (ຈຸດເກົ່າທີ່ຕັ້ງປ້ອມຊົ່ວຄາວ) ໂດຍມີຂະໜາດແມ່ນ 2,5×4 ແມັດ, ຍົກພື້ນປ້ອມຍາມໃຫ້ສູງຂຶ້ນ 0,8 ແມັດ ແລະ ດ້ານມາດຕະຖານທາງດ້ານເຕັກນິກກໍ່ສ້າງແມ່ນນໍາໃຊ້ມາດຕະຖານດຽວກັບປ້ອມຍາມຂະໜາດ 4×4 ແມັດ ຂອງແບບປ້ອມຍາມຕຳຫຼວດຈະລາຈອນ ທີ່ກະຊວງປ້ອງກັນຄວາມສະຫງົບໄດ້ກຳນົດໄວ້, ສ່ວນອົງປະກອບພາຍໃນແມ່ນປະກອບມີຫ້ອງເຮັດວຽກ, ຫ້ອງນໍ້າ, ໄຟຟ້າ, ນໍ້າປະປາ, ເຄື່ອງປັບອາກາດ, ພັດລົມ, ໂຕະ – ຕັ່ງເຮັດວຽກ ແລະ ອຸປະກອນທີ່ຈຳເປັນ.

ທ່ານ ຝູຈຽນ (Fujian) ຮອງປະທານ ບໍລິສັດ ລາວທາດຫຼວງລົງທຶນ ຈຳກັດ ກ່າວບາງຕອນວ່າ: ເສດຖະກິດພິເສດບຶງທາດຫຼວງ ໃນນາມຕົວແທນຂອງການພັດທະນາເຂດເສດຖະກິດເຂດພິເສດນະຄອນຫຼວງວຽງຈັນ ຍາມໃດກໍຖືເອົາວຽກງານປ້ອງກັນຄວາມສະຫງົບເປັນວຽກທີ່ສຳຄັນຢູ່ສະເໝີ, ດັ່ງນັ້ນກໍເພື່ອຮັບປະກັນວຽກງານປ້ອງກັນຄວາມສະຫງົບໃນນະຄອນຫຼວງວຽງຈັນໃຫ້ມີຄວາມສະຖຽນລະພາບ ແລະ ເຂດເສດຖະກິດພິເສດບຶງທາດຫຼວງ ໄດ້ມອບປ້ອມຕຳຫຼວດຈະລາຈອນໃຫ້ແກ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ລວມມູນຄ່າທັງໝົດ 130.725.000 ກີບ ຫວັງວ່າປ້ອມດັ່ງກ່າວຈະຊ່ວຍອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ເພື່ອຮັກສາຄວາມປອດໄພໃຫ້ແກ່ສັງຄົມ.

ທ່ານ ພັນເອກ ແສງທອງ ເກື້ອບຸນລໍ່າ ຮອງຫົວໜ້າ ປກສ ນະຄອນຫຼວງວຽງຈັນ ກ່າວບາງຕອນວ່າ: ພິທີມອບ-ຮັບປ້ອມຈະລາຈອນ  4 ແຍກໄຟອຳນາດ ໂພນທັນ-ບຶງທາດຫຼວງ ມື້ນີ້ແມ່ນມີຄວາມໝາຍສຳຄັນ ເນື່ອງຈາກວ່າປ້ອມດັ່ງກ່າວນີ້ຈະຊ່ວຍອຳນວຍຄວາມສະດວກໃນການປະຕິບັດວຽກງານວິຊາສະເພາະ ແລະ ບ່ອນປະຈຳການ ໄດ້ຕະຫຼອດ 24 ຊົ່ວໂມງ ຂອງອ້າຍນ້ອງເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນການປະຕິບັດວຽກຈະລາຈອນ, ປ້ອມດັ່ງກ່າວແມ່ນຢູ່ຂອບເຂດພາຍໃນເຂດເສດຖະກິດພິເສດບຶງທາດຫຼວງ ເຊິ່ງນອກຈາກຈະອຳນວຍດ້ານຈະລາຈອນແລ້ວ ກໍຊ່ວຍເບິ່ງແຍງດ້ານຄວາມສະຫງົບອີກດ້ວຍ ແລະ ຂ້າພະເຈົ້າຕາງໜ້າໃຫ້ ປກສ ນະຄອນຫຼວງວຽງຈັນ ຂໍຂອບໃຈມາຍັງ ບໍລິສັດ ລາວທາດຫຼວງລົງທຶນພັດທະນາ ຈຳກັດ ທີ່ໃຫ້ການຊ່ວຍເຫຼືອສ້າງປ້ອມດັ່ງກ່າວນີ້ໃຫ້ເຈົ້າໜ້າທີ່ ແລະ ສັນຍາວ່າ ເຮົາຈະນຳໃຊ້ປ້ອມດັ່ງກ່າວປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ໃຫ້ມີປະສິດທິພາບທີ່ສຸດ.

[ຮູບ-ຂ່າວ: ຄຳນ້ອຍ]