ນັກສ່ຽງໂຊກອົດອີກມື້ “ຫວຍ”ແຈ້ງພັກ 1 ພຶດສະພາ

32

ເພື່ອເປັນການສະເຫຼີມສະຫຼອງຫຼອງວັນກຳມະກອນສາກົນ 1 ພຶດສະພາ ທີ່ຈະມາເຖິງນີ້ ທາງບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ຈຶ່ງໄດ້ຖືເປັນກຽດແຈ້ງເຖິງ ບັນດາຕົວແທນຈໍາໜ່າຍຫວຍພັດທະນາ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສ່ຽງໂຊກ-ຊິງລາງວັນ ໃນຂອບເຂດທົ່ວປະເທດຊາບທົ່ວເຖິງກັນວ່າ:

No photo description available.

ເນື່ອງຈາກວັນຈັນ, ວັນທີ 01 ພຶດສະພາ 2023 ເປັນວັນກຳມະກອນສາກົນ ຄົບຮອບ 137 ປີ (ວັນທີ 01 ພຶດສະພາ 2023) ສະນັ້ນ, ເພື່ອຮັບປະກັນໃຫ້ການເຄື່ອນໄຫວຈຳໜ່າຍຫວຍພັດທະນາ ໄດ້ດຳເນີນໄປຕາມແຜນການ ແລະ ມີປະສິດທິຜົນດີ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຈະໄດ້ໂຈະການຈຳໜ່າຍ ແລະ ໂຈະການອອກເລກລາງວັນຫວຍພັດທະນາ ໃນວັນຈັນ, ວັນທີ 01 ພຶດສະພາ 2023, ບໍ່ມີການອອກທົດແທນດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.