ນັກໂທດເກືອບ 2000 ຄົນໄດ້ຮັບການໃຫ້ອະໄພຍະໂທດ

72

ກອງປະຊຸມສະຫຼຸບວຽກງານອະໄພຍະໂທດ ປະຈຳປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ໃນຮູບແບບເຊິ່ງໜ້າ ແລະ ທາງໄກ ທີ່ຈັດຂຶ້ນໃນວັນທີ 26 ເມສາ 2023, ທີ່ອົງການໄອຍະການປະຊາຊົນສູງສຸດ; ພາຍໃຕ້ການເປັນປະທານຂອງ ພົອ ວິໄລ ຫຼ້າຄຳຟອງ  ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທັງເປັນປະທານຄະນະກຳມະການອະໄພຍະໂທດລະດັບຊາດ, ມີ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກຳມະການອະໄພຍະໂທດລະ ດັບຊາດ ໃຫ້ຮູ້ວ່າປີ 2022 ມີນັກໂທເກືອບ 2000 ຄົນໄດ້ຮັບການອະໄພຍະໂທດ.

May be an image of 1 person, dais and text that says 'ปะทาม'
ທ່ານ ໄຊຊະນະ ໂຄດພູທອນ ກ່າວວ່າ: ນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດຕາມລັດຖະດໍາລັດຂອງປະທານປະເທດ ປະຈໍາປີ 2022 ມີຈໍານວນທັງໝົດ 1.881 ຄົນ ຍິງ 264 ຄົນ, ຕ່າງປະເທດ 23 ຄົນ ຍິງ 6 ຄົນ. ພ້ອມນັ້ນ, ຄະນະກຳມະການອະໄພຍະໂທດແຕ່ລະຂັ້ນ ຍັງໄດ້ຊຸກຍູ້ໃຫ້ກັບພະແນກຍຸຕິທໍາໃນຂອບເຂດທົ່ວປະເທດ ໃນການເກັບຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງ ທີ່ນັກໂທດຊຳລະໃນບັ້ນຄົ້ນຄວ້າສະເໜີໃຫ້ອະໄພຍະໂທດ ປະຈຳປີ 2022 ມີ ຄ່າເສຍຫາຍທາງແພ່ງ 472.673.333 ກີບ; ເງິນຕາຕ່າງປະເທດ 6.000 ບາດ, 2.500 ໂດລາ; ຄ່າປັບໃໝທາງ ອາຍາ 3.283.469.500 ກີບ.

May be an image of 1 person, dais and text
ໃນໂອກາດດັ່ງກ່າວ, ທ່ານ ພົອ ວິໄລ ຫຼ້າຄຳຟອງ ຍັງໄດ້ມີຄຳເຫັນ ໂອ້ລົມຕໍ່ກອງປະຊຸມ ໂດຍທ່ານໄດ້ເນັ້ນໃຫ້ຄະນະກຳມະການອະໄພຍະໂທດແຕ່ລະຂັ້ນ ຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ທັນຕາມກຳນົດເວລາ, ເຫັນໄດ້ເຖິງ ຄວາມສໍາຄັນຂອງການປະຕິບັດນະໂຍບາຍອະໄພຍະໂທດໃຫ້ແກ່ນັກ ໂທດ.

May be an image of one or more people and clarinet

ເອົາໃຈໃສ່ຄົ້ນຄວ້າກຳແໜ້ນເນື້ອໃນຂອງກົດໝາຍ, ລັດຖະບັນຍັດ ວ່າດ້ວຍ ການໃຫ້ອະໄພຍະໂທດ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບວຽກງານອະໄພຍະໂທດໃຫ້ເລິກເຊິ່ງ, ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ຄົບຖ້ວນ; ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າພິຈາລະນານັກໂທດທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ ຕ້ອງຮັບປະ ກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທໍາ, ຄັດເລືອກເອົານັກໂທດຜູ້ທີ່ປະພຶດດີ ແລະ ຮູ້ສຶກກິນແໜງຕໍ່ການກະທຳຜິດຂອງຕົນແທ້ ເພື່ອສະເໜີຂໍອະໄພຍະໂທດ ຈາກປະທານປະເທດ.

ໂດຍ: ຂ່າວຄວາມສະຫງົບ