ຂໍ້ເສຍຂອງການນຳເອົາບໍລິສັດເຂົ້າຈົດທະບຽນເພື່ອຂາຍຮຸ້ນໃນຕະຫຼາດຫຼັກຊັບ

45

ການນຳເອົາບໍລິສັດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບ ໂດຍມີຈຸດປະສົງເພື່ອດຳເນີນການຂາຍຮຸ້ນ ແມ່ນເປັນວິທີໜຶ່ງທີ່ໃຊ້ເພື່ອການສະແຫວງຫາແຫຼ່ງເງິນທຶນເພື່ອນຳມາຂະຫຍາຍ ຫຼື ຕໍ່ຍອດທຸລະກິດຂອງບໍລິສັດໃດໜຶ່ງ ເຊິ່ງວ່າການຫາແຫຼ່ງເງິນທຶນດ້ວຍວິທີນີ້ແມ່ນກໍມີຂໍ້ດີຫຼາຍຢ່າງ ແຕ່ເຖິງຢ່າງໃດກໍຕາມ ເມື່ອມີຂໍ້ດີແລ້ວກໍຍ່ອມປາສະຈາກບໍ່ໄດ້ເຖິງຂໍ້ເສຍເຊັ່ນກັນ ເຊິ່ງເຫດຜົນທີ່ການເອົາບໍລິສັດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບ ຫຼື IPO ນັ້ນ ບໍ່ໄດ້ດີສະເໝີໄປນັ້ນກໍຍ້ອນວ່າ:

1. ຈະສູນເສຍຄວາມເປັນເຈົ້າຂອງ ແລະ ຜົນກຳໄລ: ການທີ່ນຳເອົາບໍລິສັດເຂົ້າໃນຕະຫຼາດຮຸ້ນນັ້ນ ມີສິ່ງທີ່ຕ້ອງແລກກັບເງິນທຶນທີ່ໄດ້ຮັບ ເຊິ່ງກໍຄື ສັດສ່ວນຄວາມເປັນເຈົ້າຂອງ ໂດຍຄວາມເປັນເຈົ້າຂອງນັ້ນ ກໍແມ່ນອີງຕາມຈຳນວນຮຸ້ນທີ່ຄອບຄອງຢູ່ ເທົ່າກັບວ່າກຳໄລຕໍ່ຮຸ້ນທີ່ແຕ່ເດີມແມ່ນເຈົ້າຂອງທຸລະກິດມີສັດສ່ວນຢ່າງເຕັມສ່ວນ ກໍຈະຖືກຫຼຸດລົງຕາມສັດສ່ວນຮຸ້ນທີ່ຄອບຄອງເທົ່ານັ້ນ. ຫາກວ່າເຈົ້າຂອງເດີມຕ້ອງການທີ່ຈະໄດ້ສ່ວນແບ່ງກຳໄລມູນຄ່າເທົ່າເດີມ ທຸລະກິດນັ້ນກໍຈະຕ້ອງເຮັດກຳໄລໄດ້ໃນທ່າອ່ຽງທີ່ເພີ່ມຂຶ້ນ ຫຼື ກໍຄືບໍລິສັດນັ້ນຈະຕ້ອງນຳເອົາເງິນທີ່ໄດ້ມາຈາກການລະດົມເງິນທຶນຈາກການຂາຍຮຸ້ນມາຂະຫຍາຍທຸລະກິດ ເພື່ອໃຫ້ໄດ້ກຳໄລເພີ່ມຂຶ້ນ ແຕ່ຫາກວ່າບໍ່ສາມາດສ້າງຜົນກຳໄລເພີ່ມຂຶ້ນໄດ້ ເຈົ້າຂອງເດີມກໍຈະໄດ້ສ່ວນແບ່ງຂອງກຳໄລໜ້ອຍລົງກວ່າເດີມ.


2. ອຳນາດໃນການບໍລິຫານ ແລະ ການກຳນົດທິດທາງຂອງບໍລິສັດໃນຕໍ່ໜ້າ: ຈາກທີ່ເຄີຍມີອຳນາດໃນການກຳນົດທິດທາງຂອງບໍລິສັດໄດ້ຢ່າງເຕັມສ່ວນ ກໍຈຳເປັນຕ້ອງໄດ້ປ່ຽນລະບົບ ແລະ ເຮັດຕາມຄວາມຄິດເຫັນສ່ວນໃຫຍ່ ເຊິ່ງກໍຈະອີງຕາມຈຳນວນສັດສ່ວນຂອງຮຸ້ນທີ່ມີໃນຄອບຄອງ, ໃນບາງຄັ້ງທິດທາງຂອງບໍລິສັດໃດໜຶ່ງ ກໍອາດຈະບໍ່ເປັນໄປຕາມທິດທາງຂອງຜູ້ບໍລິຫານຕັ້ງເອົາໄວ້ ເພາະຈຳເປັນຕ້ອງໄດ້ເຮັດຕາມສຽງສ່ວນຫຼາຍທີ່ເປັນຜູ້ກຳອຳນາດຫຼາຍທີ່ສຸດໃນບໍລິສັດ.

3. ຈຳເປັນຕ້ອງເປີດເຜີຍຂໍ້ມູນຂອງທຸລະກິດ: ຕາມປົກກະຕິແລ້ວ ຖ້າວ່າເປັນບໍລິສັດທີ່ຢູ່ນອກຕະຫຼາດຫຼັກຊັບກໍມີໜ້າທີ່ພຽງແຕ່ລາຍງານງົບການເງິນພຽງປີລະຄັ້ງເທົ່ານັ້ນ, ແຕ່ຖ້າກາຍເປັນບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບແລ້ວ ກໍຈຳເປັນຕ້ອງສົ່ງລາຍງານງົບການເງິນທຸກໆໄຕມາດ ພ້ອມທັງຂໍ້ມູນທີ່ສົ່ງໄປກໍມີຫຼາຍຂຶ້ນ, ມີລາຍລະອຽດເພີ່ມຂຶ້ນ.

4. ຄວາມສ່ຽງທີ່ຈະຖືກເຂົ້າຄອບຄອງທຸລະກິດ: ການ IPO ກໍຄືກັບການເປີດເຮືອນໃຫ້ຫຼາຍຄົນເຂົ້າມາຢູ່ອາໄສ ແລະ ໃນບາງຄັ້ງຄາວອາດມີຜູ້ອາໄສບາງຄົນທີ່ຄິດຢາກຈະເປັນເຈົ້າຂອງເຮືອນແທນເຈົ້າຂອງເດີມ ຫຼື ເອີ້ນວ່າຢາກເຂົ້າຄອບຄອງທຸລະກິດ, ຖ້າເປັນການພະຍາຍາມເຂົ້າຄອບຄອງດ້ວຍຄວາມເປັນມິດ ມີຂະບວນການເຈລະຈາຂໍຄວາມເຫັນດີຈາກຜູ້ຄອບຄອງຮຸ້ນເດີມ ກໍອາດຈະບໍ່ເປັນເລື່ອງທີ່ຈະຕ້ອງກັງວົນ ແຕ່ທີ່ໜ້າເປັນຫ່ວງກໍຄື ໃນກໍລະນີທີ່ເປັນການພະຍາຍາມເຂົ້າຄອບຄອງດ້ວຍຄວາມບໍ່ເປັນທຳ ເຊັ່ນການທະຍອຍຊື້ຮຸ້ນຂອງບໍລິສັດໄປເລື້ອຍໆ ໂດຍທີ່ບໍ່ມີໃຜສັງເກດເຫັນ ແລະ ໃນມື້ທີ່ມີຮຸ້ນຢູ່ໃນການຄອບຄອງຫຼາຍພໍ ກໍອາດຈະຍື່ນຂໍ້ສະເໜີຊື້ຮຸ້ນຕໍ່ຜູ້ຄອບຄອງຮຸ້ນທົ່ວໄປ ຈົນກາຍມາເປັນຜູ້ຖືຮຸ້ນລາຍໃຫຍ່ ແລະ ມີສິດໃນການກຳນົດທິດທາງຂອງບໍລິສັດແທນຜູ້ຄອບຄອງຮຸ້ນເດີມ ເຊິ່ງກໍປຽບຄືວ່າເຈົ້າຂອງເຮືອນເດີມນັ້ນຖືກລົດທອນສິດທິໃນເຮືອນລົງ ຫຼື ອາດຈະເຖິງຂັ້ນປ່ຽນສະຖານະໄປເປັນຜູ້ຢູ່ອາໄສແທນກໍໄດ້.

ສະຫຼຸບແລ້ວເຖິງແມ່ນວ່າການ IPO ຈະເປັນທາງເລືອກໜ້າດຶງດູດຂອງຫຼາຍທຸລະກິດ ທີ່ຕ້ອງການທີ່ຈະຂະຫຍາຍຕົວໄປໃນອະນາຄົດ ແຕ່ມັນກໍບໍ່ແມ່ນວ່າຈະມີພຽງແຕ່ຂໍ້ດີສະເໝີໄປ. ດັ່ງນັ້ນ, ເຈົ້າຂອງ ຫຼື ຜູ້ຄອບຄອງຮຸ້ນເດີມຈະຕ້ອງຮູ້ກ່ອນວ່າຈຸດປະສົງທີ່ແທ້ຈິງຂອງການນຳເອົາທຸລະກິດຂອງຕົວເອງເຂົ້າສູ່ຕະຫຼາດຮຸ້ນແມ່ນຫຍັງ ຫາກວ່າຮູ້ຢ່າງຊັດເຈນແລ້ວ ກໍບໍ່ຈຳເປັນຕ້ອງກັງວົນ, ແຕ່ຖ້າຫາກຍັງບໍ່ຮູ້ເຖິງຢ່າງຊັດເຈນການ IPO ກໍອາດຈະເຮັດໃຫ້ເກີດບັນຫາຕາມມາໃຫ້ກັງວົນໃຈໃນພາຍຫຼັງ ເຊິ່ງບັນຫາອາດຈະຮຸນແຮງໃນລະດັບທີ່ຖືກຄອບຄອງກິດຈະການຈາກຄົນອື່ນກໍເປັນໄດ້.
[ ໂດຍ: ລົງທຶນແມນ ]