ອິນເດຍ ຈະນຳເຂົ້ານ້ຳມັນຈາກຣັດເຊຍ ເພີ່ມຂຶ້ນ

35

VTV.vn ລາຍງານໃນວັນທີ 26 ເມສານີ້ວ່າ: ປັດຈຸບັນຄວາມຕ້ອງການນໍ້າມັນຣັດເຊຍ ຂອງອິນເດຍ ແມ່ນ 30% ຂອງການນໍາເຂົ້ານໍ້າມັນທັງໝົດ ໃນເດືອນມີນາຜ່ານມາ ເຊິ່ງ ອິນເດຍ ເປັນຜູ້ນໍາໃຊ້ນໍ້າມັນດິບລາຍໃຫຍ່ອັນດັບ 3 ຂອງໂລກ ແລະ ຄາດວ່າ ອິນເດຍ ຈະເພິ່ງພານ້ຳມັນຂອງຣັດເຊຍ ຈາກ 30% ເພີ່ມຂຶ້ນເປັນ 50% ໃນເດືອນເມສາ 2023.

อาจเป็นรูปภาพของ โรงกลั่นน้ำมัน

ກ່ອນໜ້ານີ້ ອິນເດຍ ເຄີຍເພິ່ງພານໍ້າມັນຈາກຕາເວັນອອກກາງ ແຕ່ຕອນນີ້ຊື້ນໍ້າມັນຈາກຣັດເຊຍ ຫຼາຍກວ່າ 6 ລ້ານໂຕນ ໃນເດືອນມີນາຜ່ານມາ ເຊິ່ງຕົວເລກດັ່ງກ່າວແມ່ນອີງຕາມປະລິມານເຮືອບັນທຸກນໍ້າມັນຈາກຣັດເຊຍ ໄປຍັງອິນເດຍ ເມື່ອໝົດເດືອນມີນາຜ່ານມາ.

ທັງນີ້, ຍັງມີລາຍງານວ່າ ການເພິ່ງພານໍ້າມັນຈາກຣັດເຊຍ ຂອງອິນເດຍ ຈະເພີ່ມຂຶ້ນ ຈາກ 30% ມາເປັນ 50% ໃນເດືອນເມສາ 2023 ເຊິ່ງນັບວ່າເປັນສະຖິຕິສູງສຸດໃນຄວາມສຳພັນທາງການຄ້າລະຫວ່າງ ສອງປະເທດ ເຊິ່ງໃນເດືອນມັງກອນ ປີ 2022 ນໍ້າມັນຂອງຣັດເຊຍ ກວມເອົາພຽງ 2% ຂອງການນໍາເຂົ້ານໍ້າມັນຂອງອິນເດຍ.

อาจเป็นรูปภาพของ โรงกลั่นน้ำมัน

ໃນຂະນະທີ່ ຈີນ ກໍເພິ່ງພານໍ້າມັນຈາກຣັດເຊຍຮອງຈາກອິນເດຍ ໃນຈໍານວນຫຼາຍກວ່າ 4,7 ລ້ານໂຕນ ໃນເດືອນມີນາ ເຊິ່ງລາຄານໍ້າມັນທີ່ຈີນນໍາເຂົ້າຈາກຣັດເຊຍໃນຕອນນີ້ ປະມານ 62 ໂດລາ/ ບາເຣລ ເຊິ່ງຕໍ່າກວ່າລາຄານໍ້າມັນດິບເບຣນ ( Brent ) ຕາມມາດຖານສາກົນເຖິງ 30% ກ່ອນການຄວໍ້າບາດ ນໍ້າມັນດິບຂອງຣັດເຊຍ.