ໄຕມາດ 1 ເມຕາ ມີລາຍໄດ້ສູງເກີນຄາດ

105

ສໍານັກຂ່າວອິນໂຟເຄວສ໌ ລາຍງານວ່າ: ບໍລິສັດເມຕາ ເຊິ່ງເປັນບໍລິສັດແມ່ຂອງເຟສບຸ໊ກ ແລະ ອິນສະຕາແກຣມ ເປີດເຜີຍຜົນກຳໄລ ແລະ ລາຍໄດ້ທີ່ສູງເກີນຄາດໃນໄຕມາດ 1 ປີ 2023 ແລະ ຍັງໄດ້ເປີດເຜີຍໂຕເລກຄາດການຜົນປະກອບການໃນໄຕມາດ 2 ເຊິ່ງຊ່ວຍໜຸນລາຄາຫຸ້ນເມຕາ ເພີ່ມຂຶ້ນ 12% ໃນການຊື້ – ຂາຍນອກເວລາ ທີ່ຕະຫຼາດຫຸ້ນນິວຢອກ ໃນໄລຍະເຊົ້າຂອງວັນທີ 27 ເມສາ 2023.

อาจเป็นรูปภาพของ 1 คน และ ข้อความ

ເມຕາ ເຜີຍກຳໄລຕໍ່ຫຸ້ນໃນໄຕມາດ 1 ປີນີ້ ຢູ່ທີ່ 2,20 ໂດລາ ສູງກວ່ານັກວິເຄາະຂອງ Refinitiv ຄາດການໄວ້ທີ່ 2,03 ໂດລາ ແລະ ລາຍໄດ້ຢູ່ທີ່ 28 ພັນລ້ານໂດລາ ສູງກວ່າທີ່ນັກວິເຄາະຄາດການໄວ້ທີ່ 27 ພັນລ້ານໂດລາ. ຍອດຜູ້ໃຊ້ງານລາຍວັນຢູ່ທີ່ 2,04 ພັນລ້ານຄົນ ຫຼາຍກວ່າຕົວເລກການຄາດການທີ່ລະດັບ 2,01 ພັນລ້ານຄົນ ແລະ ຍອດຜູ້ໃຊ້ງານລາຍເດືອນ 2,99 ພັນລ້ານຄົນ. ສ່ວນລາຍໄດ້ສະເລ່ຍຕໍ່ຜູ້ນໍາໃຊ້ ຢູ່ທີ່ 9,6 ໂດລາ ສູງກວ່າຕົວເລກຄາດການທີ່ລະດັບ 9,3 ໂດລາ.

ນອກນີ້, ເມຕາ ຄາດການວ່າ ລາຍໄດ້ໃນໄຕມາດ 2 ຈະຢູ່ທີ່ 2,95 – 3,2 ໝື່ນລ້ານໂດລາ ເຊິ່ງສູງກວ່າທີ່ນັກວິເຄາະຄາດການໄວ້ທີ່ 2,95 ໝື່ນລ້ານໂດລາ.

อาจเป็นรูปภาพของ โทรศัพท์ และ ข้อความพูดว่า "f Meta 00"

ທ່ານ ມາກ ຊັກເກີເບີກ ປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດເມຕາ ກ່າວວ່າ: ເມຕາ ມີຜົນງານດີຫຼາຍໃນໄຕມາດ 1 ແລະ ທຸລະກິດໃນສ່ວນຕ່າງໆຂອງເມຕາ ກໍເຕີບໂຕດ້ວຍດີ.ເມຕາ ມີຄວາມເຊື່ອໝັ້ນວ່າ ບໍລິສັດ ຈະມີສັກກະຍະພາບໃນການສ້າງຜະລິດຕະພັນທີ່ດີຂຶ້ນຢ່າງວ່ອງໄວ ເຊິ່ງຈະເປັນແຮງຂັບເຄື່ອນໃຫ້ເມຕາ ມີຖານະທີ່ແຂງແກ່ນຂຶ້ນ ເພື່ອຕອບສະໜອງວິໄສທັດໃນໄລຍະຍາວຂອງເມຕາ.