ປໍ້ ກັນລະຍານີ ສີສຸພັນ Miss Queen Laos 2023 ກຽມສ້າງຕໍານານເດືອນມິຖຸນານີ້ ທີ່ປະເທດໄທ

24

ກຽມລຸ້ນ ແລະ ຕາມຕິດຂອບເວທີກັບການປະກວດໃນຄັ້ງນີ້ ວ່າຈະໄປສ້າງຕໍານານຫຍັງໃຫ້ໄດ້ຈື່ຈໍາອີກ ເຊິ່ງໃນປີທີ່ຜ່ານມາ ມິນລະດາ ແອງມະນີ ໄປສ້າງຕໍານານ ລາວ ລາວ ລາວ! ຈົນເປັນທີ່ຈົດຈໍາມາແລ້ວ ແລະ ໃນປີນີ້ ຕ້ອງຂໍສະແດງຄວາມຍິນດີດ້ວຍກັບ ປໍ້ ກັນລະຍານີ ສີສຸພັນ Miss Queen Laos 2023 ໄດ້ຖືກຄັດເລືອກຢ່າງເປັນທາງການ ເພື່ອເປັນຕົວແທນຈາກປະເທດລາວ ເຂົ້າຮ່ວມການປະກວດ Miss International Queen 2023ນັ້ນເອງ.

ສໍາລັບການປະກວດໃນເວທີ Miss International Queen ແມ່ນເວົ້າໄດ້ວ່າເປັນອີກໜຶ່ງເວທີປະກວດທີ່ໃຫຍ່ທີ່ສຸດສຳລັບແມ່ຍິງຂ້າມເພດ ໂດຍເລີ່ມປະກວດມາຕັ້ງແຕ່ປີ 2004 ເປັນຕົ້ນມາ ເຊິ່ງການປະກວດກໍເພື່ອເປັນການເປີດໂອກາດ ແລະ ເສີມສ້າງ ຄວາມຮັບຮູ້ກ່ຽວກັບຊຸມຊົນຄົນຂ້າມເພດໃຫ້ສັງຄົມໄດ້ຮັບຮູ້ຫຼາຍຂຶ້ນນັ້ນເອງ ລວມທັງສ້າງຄວາມຮັບຮູ້ກ່ຽວກັບສິດຂອງຄົນຂ້າມເພດໃນນານາຊາດ ແລະ ເປັນພື້ນທີ່ທຳອິດທີ່ປ່ຽນຄວາມຄິດກັນລະ ຫວ່າງຊຸມຊົນຂອງກຸ່ມຄົນຂ້າມເພດໃນແຕ່ລະປະເທດ ເຊິ່ງຈະໄດ້ມາຮວມຕົວກັນໃນເວທີດັ່ງກ່າວ.

ໃນປີນີ້ກໍບໍ່ແປກໃຈເລີຍທີ່ ປໍ້ ກັນລະຍານີ ຈະໄດ້ເປັນຕົວແທນຂອງສາວຂ້າມເພດໃນການຮ່ວມປະກວດ ເພາະເນື່ອງຈາກວ່າ ກ່ອນໜ້ານີ້ເຄີຍໄດ້ຮັບຕຳແໜ່ງ Miss Queen Laos 2019 ແລະ ກໍເຄີຍເຂົ້າຮ່ວມການປະກວດ Miss International Queen ມາແລ້ວເມື່ອປີ 2019 ເຊັ່ນກັນ ແລະຍ້ອນຜູ້ໃຫຍ່ຍັງເຫັນໄດ້ສັກກະຍະພາບທີ່ປໍ້ມີຈຶ່ງໄດ້ຮັບແຕ່ງຕັ້ງໃຫ້ເຂົ້າປະກວດອີກຄັ້ງ.
ການປະກວດ Miss International Queen 2023 ຈະມີຂຶ້ນໃນເດືອນມິຖຸນານີ້ ໂດຍຈະໄດ້ຈັດທີ່ພັດທະຍາ ປະເທດໄທ ເຊິ່ງຄາດວ່າຈະມີຜູ້ເຂົ້າຮ່ວມປະກວດຈາກຫຼາຍກວ່າ 20 ປະເທດຄືກັບປີທີ່ຜ່ານມາ ແລະ ໂດຍການປະກາດຢ່າງເປັນທາງການຈາກກອງ Universe Laos Organization ທີມຂ່າວບັນເທີງກໍຕ້ອງຂໍສະແດງຄວາມດີໃຈກັບສາວປໍ້ດ້ວຍ.

ແຟນໆເວທີ Miss Queen Laos ແລະ Miss International Queen ກໍຢ່າລືມຮ່ວມເຊຍ ຮ່ວມໃຫ້ກຳລັງໃຈ ສາວງາມ ແລະ ເກັ່ງ ມີປະສົບການໃນວົງການບັນເທີງແໜ້ນ ແລະ ຫຼາກຫຼາຍຄົນນີ້ດ້ວຍ ບໍ່ວ່າຈະເປັນການເດີນແບບ, ຖ່າຍແບບ ທັງໃນລາວ ແລະ ໃນເວທີລະດັບສາກົນ ພ້ອມນີ້, ຍັງເປັນຜູ້ທີ່ອຸທິດຕົນໃນງານການກຸສົນຫຼາຍໆດ້ານເພື່ອສັງຄົມນໍາອີກ ສ່ວນຜົນງານທີ່ຫາກໍຜ່ານໄປໃໝ່ໆໝາດໆນີ້ກໍແມ່ນການຮ່ວມຄະນະກໍາມະການຮອບຄັດເລືອກຊາຍຫຼໍ່ 18 ຄົນໃນເວທີໃຫຍ່ Mister Universe Laos.
ຕິດຕາມການເຄື່ອນໄຫວຂອງສາວງາມ ແລະ ເກັ່ງຄົນນີ້ ເພື່ອໃຫ້ສາຍສະພາຍລາວໃຫ້ໂດດເດັ່ນໃນເວທີສາກົນ ສ້າງຊື່ສຽງ ແລະ ຄວາມພູມໃຈຮ່ວມກັນ.
ຢ່າລືມຮ່ວມເຊຍກັນຫຼາຍໆເດີ້ ຊ່ອງທາງໃນການຕິດຕາມຜົນງານ ແລະ ການເຄື່ອນໄຫວສາມາດເຂົ້າໄປຕິດຕາມກັນເລີຍທີ່ Por Kanrayany Sisouphanh.