ມີ 10 ບັນຫາສຳຄັນທີ່ກອງປະຊຸມລັດຖະບານໄດ້ປະຊຸມພິຈາລະນາໃນເດືອນເມສາ

129

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນເມສາ 2023 ຊຶ່ງຈັດຂຶ້ນໃນວັນທີ 5-6 ເມສາ 2023 ຜ່ານມາ  ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດ ຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະ ມົນຕີ ແລະ ສະມາຊິກລັດຖະບານ, ຜູ້ຕາງໜ້າບັນດາກະຊວງ, ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜູ້ຕາງໜ້າບັັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ໄດ້ພ້ອມກັນພິຈາລະນາ 10 ບັນຫາໃຫຍ່ໆຂອງຊາດດັ່ງນີ້:

May be an image of 1 person and text
1. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ບົດສະຫຼຸບວຽກງານ ປະຈໍາເດືອນເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2023 ຂອງລັດຖະບານ ກໍ່ຄືວຽກງານເສດຖະກິດ-ສັງ ຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ, ສະພາບໄຟໄໝ້ປ່າ ແລະ ບັນຫາມົນລະພິດທາງອາກາດ.

2. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 03 ເດືອນຕົ້ນປີ 2023; ແລະ ບົດລາຍງານສະພາບການແກ້ໄຂບັນຫາຮີບດ່ວນ ຄື: ບັນຫາເງິນເຟີ້, ລາຄາສິນຄ້າ ແລະ ອັດຕາແລກປ່ຽນ.

May be an image of 11 people and dais

3. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງດຳລັດ ວ່າດ້ວຍການສ້າງແຜນງົບປະມານແຫ່ງລັດ: ກອງປະຊຸມ ໄດ້ຊີ້ນຳກະຊວງການເງິນ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ເນື້ອໃນຂອງຮ່າງດໍາລັດ ຕ້ອງໃຫ້ສອດ ຄ່ອງກັບກົດໝາຍ ແລະ ລະບຽບການກ່ຽວຂ້ອງ ທີ່ໄດ້ປະກາດນຳໃຊ້ແລ້ວ ກໍ່ຄື ສະພາບຄວາມເປັນຈິງໃນປັດຈຸບັນ; ການກຳນົດເພດານງົບປະມານ ປະຈຳໄຕມາດ, ປະຈຳປີ ແລະ ກົນໄກການຈັດຕັ້ງປະຕິບັດ ໃຫ້ລະອຽດ, ຈະແຈ້ງ ແລະ ຮັດກຸມ, ທັງສອດຄ່ອງກັບວິໄສທັດການພັດທະນາຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກ ງານ ມີຄວາມເປັນເອກະພາບ, ວ່ອງໄວ, ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ.

May be an image of 7 people
4. ກອງປະຊຸມ ໄດ້ພິຈາລະນາ ຮ່າງດໍາລັດ ວ່າດ້ວຍ ກອງທຶນຄວາມປອດໄພທາງລົດໄຟ ແລະ ໄດ້ຊີ້ນຳກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍລົງເລິກປັບປຸງເນື້ອໃນໃຫ້ລະອຽດ, ຈະແຈ້ງ ແລະ ຮັດກຸມ ໂດຍສະເພາະ ເນື້ອໃນກ່ຽວກັບ ຂອບເຂດການນຳໃຊ້, ແຫຼ່ງລາຍຮັບ ແລະ ການນຳໃຊ້ກອງທຶນ, ການຄຸ້ມຄອງບໍລິຫານກອງທຶນ ແລະ ບັນຫາອື່ນໆ ທີ່ຍັງບໍ່ທັນເປັນເອກະພາບ ແລະ ບໍ່ທັນຄົບຖ້ວນ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ. ພາຍຫຼັງປັບປຸງສໍາເລັດແລ້ວ ໃຫ້ນໍາສະເໜີລັດຖະບານ ມີທິດຊີ້ນຳ ໃນຂັ້ນຕໍ່ໄປ.

May be an image of 11 people and text
5. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງດຳລັດ ວ່າດ້ວຍນາມມະຍົດນັກຂ່າວ: ກອງປະຊຸມໄດ້ຊີ້ນຳ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຈະແຈ້ງ, ຮັດກຸມ, ຄົບຖ້ວນສົມບູນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ, ລວມທັງ ການຖອດຖອນບົດຮຽນນໍາບັນດາປະເທດເພື່ອນມິດ ກ່ຽວກັບ ຊື່ນາມມະຍົດ. ພາຍຫຼັງປັບປຸງສໍາເລັດແລ້ວ ໃຫ້ສະເໜີຜ່ານຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອສະເໜີລັດຖະບານ ພິຈາລະນາປະກາດໃຊ້.

No photo description available.
6. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ເນື້ອໃນຄຳຂວັນ ສຳລັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024; ການກະກຽມເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແລະ ການເຄື່ອນໄຫວວຽກງານ ຢູ່ຕ່າງປະເທດ ຂອງການນຳລາວ ໃນເດືອນພຶດສະພາ 2023.

7. ກອງປະຊຸມ ໄດ້ພິຈາລະນາ ການສະເໜີປັບປຸງຄ່າແຮງງານຂັ້ນຕໍ່າ ສໍາລັບຜູ້ອອກແຮງງານ ຢູ່ ສປປ ລາວ ປີ 2023 ໂດຍໄດ້ເຫັນດີໃຫ້ເພີ່ມຄ່າແຮງງານຂັ້ນຕ່ຳ ເປັນ 1.300.000 ກີບ ຕາມທີ່ລັດຖະບານໄດ້ຕົກລົງແລ້ວ ແລະ ໄດ້ ລະບຸໃນແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 829/ຫສນຍ, ລົງວັນທີ 13 ມິຖຸນາ 2022 ໂດຍເລີ່ມປະຕິບັດໃນວັນທີ 01 ພຶດສະພາ 2023 ເປັນຕົ້ນໄປ.

No photo description available.

8. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງຍຸດທະສາດ ພັດທະນາວຽກງານຄວາມປອດໄພ ຂອງຜະລິດຕະພັນສັດຂັ້ນຕົ້ນ ຂອງ ສປປ ລາວ ໄລຍະປີ 2021-2030 (ສະບັບສ້າງໃໝ່).

9: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດຂອງ ສປປ ລາວ (ສະບັບສ້າງໃໝ່). ກອງປະຊຸມ ໄດ້ຊີ້ນໍາກະຊວງກະສິກໍາ ແລະ ປ່າໄມ້ ປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ, ພ້ອມນີ້ ໃຫ້ຈັດກອງປະຊຸມປຶກສາຫາລືຮ່ວມກັນຂະແໜງການກ່ຽວຂ້ອງ ທີ່ຕິດພັນກັບນະໂຍບາຍ ເປັນຕົ້ນ ນະໂຍບາຍດ້ານທີ່ດິນ, ດ້ານພາສີ -ອາກອນ, ດ້ານສິນເຊື່ອ ແລະ ດ້ານການນໍາເຂົ້າອຸປະກອນ, ເຕັກນິກ ແລະ ເຄື່ອງຈັກ ເພື່ອຄວາມເປັນເອກະພາບ ແລະ ສາມາດຈັດຕັ້ງປະຕິບັດໄດ້.

No photo description available.
10. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງກົດໝາຍ ວ່າດ້ວຍເຍົາວະຊົນລາວ (ສະບັບສ້າງໃໝ່). ກອງປະຊຸມ ໄດ້ຊີ້ນໍາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສົມທົບກັບພາກສ່ວນກ່ຽວຂ້ອງ ນໍາໄປປັບປຸງ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ: ການອະທິບາຍ ແລະ ນໍາໃຊ້ຄໍາສັບ, ຈຸດປະສົງ, ບັນດານະໂຍບາຍທີ່ມີຕໍ່ເຍົາວະຊົນ ລວມທັງ ທັດສະນະຂອງພັກ ທີ່ມີຕໍ່ເຍົາວະຊົນ ໃຫ້ມີເນື້ອໃນຈະແຈ້ງ, ຄົບຖ້ວນສົມບູນ ແລະ ສາມາດປະຕິບັດໄດ້ຢ່າງມີປະສິດທິພາບ.