ແຈ່ວປຸງລົດສໍາເລັດຮູບ ຜະລິດຕະພັນໃໝ່ທີ່ກໍາລັງໄດ້ຮັບຄວາມນິຍົມ

42

ເປັນຜະລິດຕະພັນໃໝ່ຂອງຄົນລາວ ທີ່ຄົນລາວຄວນສົ່ງເສີມ ເຊິ່ງປັດຈຸບັນກໍາລັງມີກະແສຕອບຮັບທີ່ດີ ທັງຢູ່ນະຄອນຫຼວງ ແລະ ຕ່າງແຂວງ ເພາະເປັນແຈ່ວປຸງລົດຊາດ ຫຼື ແຈ່ວສໍາເລັດຮູບທີ່ສາມາດບໍລິໂພກໄດ້ຫຼາຍແບບ.


ເຈົ້າຂອງຜະລິດຕະພັນ ທ່ານ ສຸລິວົງ ຄໍາວົງໄຊ ໃຫ້ຮູ້ວ່າ: ກ່ອນໜ້ານີ້ໄດ້ເປີດຮ້ານ ປີ້ງ – ຢໍາ ຢູ່ທາງບ້ານວັດໄຕ ເມືອງສີໂຄດຕະບອງ ແຕ່ໄລຍະໂຄວິດລະບາດຜູ້ເຄີຍໃຊ້ບໍລິການກໍບໍ່ສາມາດໄປບໍລິໂພກຢູ່ຮ້ານໄດ້ ຈຶ່ງຄິດຫາວິທີສ້າງເປັນຜະລິດຕະພັນສໍາເລັດຮູບໃຫ້ລູກຄ້າສາມາດນໍາໄປບໍລິໂພກຢູ່ເຮືອນໄດ້. ດັ່ງນັ້ນ, ຈຶ່ງເກີດມີແຈ່ວປຸງລົດນີ້ຂຶ້ນມານັບແຕ່ ເດືອນ 7 ປີ 2021 ເປັນຕົ້ນມາ.

ໄລຍະທໍາອິດກໍຜ່ານການທົດລອງ ແລະ ໃຫ້ຫຼາຍຄົນໄດ້ລອງຊີມ ເຊິ່ງໄດ້ປັບປຸງຫຼາຍເທື່ອຈົນໄດ້ສູດສໍາເລັດທີ່ເປັນເອກະລັກ ແລະ ເປັນທີ່ຍອມຮັບຂອງຜູ້ບໍລິໂພກພາຍໃນ ພ້ອມມີກະແສຄວາມສົນໃຈຈາກຕ່າງປະເທດ ເຊັ່ນ: ໄທ, ຫວຽດນາມ ແລະ ຮົງກາລີ ເປັນຕົ້ນ.

ຍ້ອນແຈ່ວປຸງລົດສໍາເລັດຮູບ ຍີ່ຫໍ້ ປ້າຕຸ້ຍ ມີລົດຊາດແຊບແບບມີເອກະລັກ ສາມາດນໍາໃຊ້ໄດ້ຫຼາຍຢ່າງບໍ່ວ່າຈະໃສ່ປີ້ງ, ຈືນ, ຕົ້ມ, ຢໍາ, ເອືອບ, ໝັກ, ປະສົມແຈ່ວສຸກີ້, ແຈ່ວຊີ້ນຈຸ່ມ – ຊີ້ນດາດຕ່າງໆ; ແມ່ນກະທັງກິນກັບເຂົ້າຈີ່… ໃນທີ່ສຸດກໍກາຍເປັນສິນຄ້າຂາຍດີ ມີວາງຈໍາໜ່າຍຕາມມິນິມາກ ແລະ ຊຸບເປີມາເກັດທົ່ວໄປ ພ້ອມມີຕົວແທນຢູ່ບາງແຂວງ. ທ່ານ ສຸລິວົງ ຄໍາວົງໄຊ ຍັງໃຫ້ຮູ້ວ່າ: ຜະລິດຕະພັນຂອງເຮົາເນັ້ນຄວາມສົດ, ແຊບ ແລະ ສະອາດ ມີຜົນດີຕໍ່ສຸຂະພາບ ບໍ່ມີສານກັນບູດ, ບໍ່ມີການປຸງແຕ່ງສີ; ວັດຖຸດິບສ່ວນຫຼາຍແມ່ນນໍາໃຊ້ພາຍໃນປະເທດ ແລະ ນໍາເຂົ້າຈໍານວນໜຶ່ງ ເຊິ່ງມີປະເພດເຄື່ອງເທດ ແລະ ສະໝຸນໄພ. ໃນນັ້ນ, ມີທັງ ໝາກແຄ່ນ, ໝາກໝາດ, ອົບເຊີຍ, ໄມ້ຫອມ… ປັດຈຸບັນກໍາລັງຂະຫຍາຍຕະຫຼາດ ແລະ ຄົ້ນຄວ້າປູກວັດຖຸດິບຂຶ້ນມາເອງ. ສ່ວນການເກັບຮັກສາ ແມ່ນເກັບໄວ້ໃນອຸນຫະພູມປົກກະຕິ.

ທ່ານໃຫ້ຮູ້ອີກວ່າ: ມີຫຼາຍຄົນໄດ້ເປີດຮ້ານຂາຍປີ້ງ ໂດຍນໍາໃຊ້ຜະລິດຕະພັນຂອງຕົນ ເຊິ່ງທ່ານ ສຸລິວົງ ກໍໄດ້ແນະນໍາວິທີນໍາໃຊ້ ເພື່ອເຮັດແນວໃດໃຫ້ຜູ້ຂາຍໄດ້ນໍາເອົາຜະລິດຕະພັນຂອງຕົນໄປສ້າງມູນຄ່າເພີ່ມໃນການຊື້ – ຂາຍຢ່າງຖືກວິທີ, ມີການປະຢັດ ແລະ ຊົມໃຊ້ໃນປະລິມານທີ່ເໝາະສົມ.

ປັດຈຸບັນແຈ່ວປຸງລົດສໍາເລັດຮູບ ຂອງທ່ານ ສຸລິວົງ ຄໍາວົງໄຊ ມີທັງແບບນໍ້າ ແລະ ແບບຜົງ ເຊິ່ງຜະລິດ ແລະ ຈໍາໜ່າຍຢູ່ບ້ານວຽງຈະເລີນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.