ເອດີບີ ຈະໃຊ້ເງິນ 20,5 ຕື້ໂດລາ ຊ່ວຍຟື້ນຟູເສດຖະກິດຂອງພາກພື້ນອາຊີ – ປາຊີຟິກ

66

VTV.vn ລາຍງານເມື່ອວັນທີ 25 ເມສາ 2023 ວ່າ: ທະນາຄານພັດທະນາອາຊີ ຫຼື ເອດີບີ ໄດ້ໃຫ້ຄໍາໝັ້ນວ່າຈະໃຊ້ເງິນ 20,5 ຕື້ໂດລາ ຈາກທຸກກຳລັງທີ່ມີ ເພື່ອຊ່ວຍເຫຼືອພາກພື້ນອາຊີ – ປາຊີຟິກສືບຕໍ່ຟື້ນຟູ ຫຼັງຈາກການລະບາດຂອງໂຄວິດ – 19.

อาจเป็นรูปภาพของ 1 คน และ ข้อความ

ຂໍ້ມູນຈາກບົດລາຍງານປະຈໍາປີ 2022 ຫາກໍຖືກ ເອດີບີ ປະກາດຢ່າງເປັນທາງການໃນວັນທີ 24 ເມສາຜ່ານມາ, ຈໍານວນເງິນ 20,5 ຕື້ໂດລາ ປະກອບດ້ວຍເງິນທີ່ກູ້ຢືມ ແລະ ການຄໍ້າປະກັນ, ເງິນຊ່ວຍເຫຼືອລ້າ, ການລົງທຶນໃນຮູບແບບລະດົມທຶນ ແລະ ການຊ່ວຍເຫຼືອທາງດ້ານເຕັກນິກສະໜອງໃຫ້ແກ່ບັນດາລັດຖະບານ ແລະ ຂົງເຂດເອກະຊົນ.

ເອດີບີ ໄດ້ໃຫ້ການສະໜັບສະໜູນ 6,7 ຕື້ໂດລາ ໃຫ້ແກ່ວຽກງານການຫຼຸດຜ່ອນຜົນກະທົບ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ໃນປີ 2022.

อาจเป็นรูปภาพของ 1 คน และ ข้อความ

ເພື່ອຮັບມືກັບວິກິດການດ້ານອາຫານ, ເອດີບີ ກໍຈັດສັນ 3,7 ຕື້ໂດລາ ຕາມໂຄງການຄໍ້າປະກັນສະບຽງອາຫານ ເພື່ອສະໜອງອາຫານທີ່ຈໍາເປັນໃຫ້ແກ່ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ປັບປຸງລະບົບການຜະລິດສະບຽງອາຫານ.

ເອດີບີ ຍັງໄດ້ໃຫ້ຄໍາໝັ້ນວ່າ: ມີງົບປະມານ 3,9 ຕື້ໂດລາ ໃຫ້ພາກເອກະຊົນ ເຊິ່ງໃນນັ້ນມີບ້ວງຊ່ວຍເຫຼືອໃນການຊຳລະສະສາງທີ່ຈໍາເປັນໃຫ້ບັນດາວິສາຫະກິດ ທີ່ກຳລັງປະເຊີນກັບສະພາບແວດລ້ອມຂອງທຸລະກິດທີ່ທ້າທາຍ.