ການຄ້າຈີນ – ມົງໂກລີ ຜ່ານ “ ດ່ານບົກການສີເໝົາຕູ ” ທະລຸ 10 ລ້ານກວ່າໂຕນ

45

ສໍານັກຂ່າວຊິນຫົວລາຍງານວ່າ: ໜ່ວຍງານບໍລິການດ່ານບົກການສີເໝົາຕູ ເຊິ່ງເປັນດ່ານທາງຫຼວງຂະໜາດໃຫຍ່ທີ່ສຸດໃນຊາຍແດນຈີນ – ມົງໂກລີ ໄດ້ລາຍງານປະລິມານການຄ້າລະຫວ່າງສອງປະເທດໃນປີນີ້ສູງເກີນ 10 ລ້ານໂຕນແລ້ວ.

อาจเป็นรูปภาพของ ข้อความ

ລາຍງານລະບຸວ່າ: ດ່ານບົກການສີເໝົາຕູ ເຊິ່ງຕັ້ງຢູ່ເຂດປົກຄອງຕົນເອງມົງໂກລີ ທາງພາກເໜືອຂອງຈີນ ໄດ້ມີສິນຄ້າປະມານ 10,02 ລ້ານໂຕນ ຂົນສົ່ງຜ່ານດ່ານດັ່ງກ່າວ ໃນລະຫວ່າງວັນທີ 1 ມັງກອນ ຫາ 22 ເມສາ ປີ 2023 ສະເລ່ຍຢູ່ທີ່ 112.600 ໂຕນຕໍ່ວັນ.

ທັງນີ້, ດ່ານບົກການສີເໝົາຕູ ເປັນດ່ານທາງຫຼວງແຫ່ງທໍາອິດຂອງມົງໂກລີ ເຊິ່ງປະລິມານການຄ້າສິນຄ້າສູງເຖິງ 10 ລ້ານກວ່າໂຕນ ໃນປີ 2023 ແມ່ນບັນລຸໄວກວ່າປີຜ່ານມາ ໃນເດືອນດຽວກັນນີ້.

อาจเป็นรูปภาพของ ข้อความ

ດ່ານບົກການສີເໝົາຕູ ໄດ້ມຸ່ງໝັ້ນເພີ່ມທະວີປະສິດທິພາບການແຈ້ງພາສີ ດ້ວຍການດຳເນີນມາດຕະການເພີ່ມຕື່ມ ເພື່ອອຳນວຍຄວາມສະດວກທາງການຄ້າ, ເປັນຊ່ອງທາງນໍາເຂົ້າພະລັງງານທີ່ສຳຄັນຂອງຈີນ ແລະ ສູນກາງສໍາຄັນຂອງເສດຖະກິດ ຈີນ – ມົງໂກລີ – ຣັດເຊຍ.