5 ເຄັດລັບແກ້ປາກດໍາກໍ່າຈາກການສູບຢາ

95

ສໍາລັບຜູ້ທີ່ສູບຢາບໍ່ສາມາດຫຼີກລ່ຽງບັນຫາຮີມສົບດໍາກໍ່າໄດ້ ມີກຸ່ມຄົນຈໍານວນໜ້ອຍທີ່ສູບຢາແລ້ວປາກຈະບໍ່ດໍາ ເພາະໃນຢາສູບມີສານປະກອບຢ່າງໜຶ່ງຢູ່ນໍາກໍຄື ນິໂຄຕິນ ສານນີ້ຈະເຮັດໃຫ້ເສັ້ນເລືອດຝອຍຫົດຕົວ ຈົນເຮັດໃຫ້ເລືອດໄປຫຼໍ່ລ້ຽງຮີມສົບບໍ່ພຽງພໍ ແລະ ເກີດອາການປາກດໍາກໍ່າ, ນອກຈາກນີ້ ສານນິໂຄຕິນ ຍັງຮວມຕົວກັນເປັນຄາບຢູ່ບໍລິເວນຮອບປາກເຮັດໃຫ້ປາກດໍາກໍ່າ.
ດັ່ງນັ້ນ, ສໍາລັບໃຜທີ່ຕ້ອງການແກ້ໄຂບັນຫາປາກດໍາຈາກການສູບຢາເປັນປະຈໍາ ລອງປະຕິບັດຕາມ 5 ເຄັດລັບລັບງ່າຍໆທີ່ຫຼາຍຄົນສາມາດປະຕິບັດຕາມຢ່າງເປັນປະຈໍາຈົນກວ່າປາກຈະເຊົາດໍາ.

1. ດື່ມນໍ້າໃຫ້ພຽງພໍ: ເລີ່ມຈາກການໃຫ້ຄວາມສໍາຄັນຂອງການດື່ມນໍ້າໃຫ້ພຽງພໍໃນແຕ່ລະມື້ ເພາະການດື່ມນໍ້າຈະຊ່ວຍປັບຄວາມສົມດຸນຂອງຮ່າງກາຍໄດ້ຢ່າງດີ ໂດຍສະເພາະອະໄວຍະວະທີ່ຕ້ອງການຄວາມຊຸ່ມຫຼາຍເປັນພິເສດ ກໍຄືຮີມສົບ ແລະ ຜິວໜັງ ດັ່ງນັ້ນ ຖ້າເຮົາດື່ມນໍ້າພຽງພໍຕາມທີ່ຮ່າງກາຍຕ້ອງການ ຈະຊ່ວຍໃຫ້ຮີມສົບມີຄວາມຊຸ່ມຊື່ນ, ປັບຮີມສົບໃຫ້ມີ ຄວາມສົດໃສ ແລະ ບັນຫາປາກດໍາກໍຈະຄ່ອຍໆຈາງອອກໄປ.
2. ບໍາລຸງດ້ວຍນໍ້າມັນໝາກກອກ: ນໍ້າມັນໝາກກອກເປັນຕົວຊ່ວຍທີ່ສໍາຄັນຊ່ວຍເພີ່ມຄວາມຊຸ່ມໃຫ້ປາກ ແລະ ຍັງຊ່ວຍແກ້ໄຂບັນຫາປາກດໍາກໍ່າຈາກການສູບຢາ ໂດຍການນໍາເອົານໍ້າມັນໝາກກອກ ມາທາປາກບໍລິເວນທີ່ດໍາກ່ອນນອນເປັນປະຈໍາ ນອກຈາກຈະຫຼຸດບັນຫາປາກດໍາແລ້ວ ຍັງຊ່ວຍໃຫ້ປາກບໍ່ແຫ້ງແຕກອີກດ້ວຍ.

3. ທາລິບມັນເປັນປະຈໍາ: ຄວນພົກພາລິບສະຕິກມັນຕິດຕົວ ແລະ ໝັ່ນທາເປັນປະຈໍາ ເພື່ອໃຫ້ປາກຊຸ່ມຢູ່ສະເໝີ ຈະຊ່ວຍຫຼຸດຄວາມດໍາກໍ່າຂອງຮີມສົບໄດ້ດີ, ທັງນີ້ແນະນໍາໃຫ້ເລືອກໃຊ້ລິບມັນທີ່ມີສ່ວນປະສົມຂອງການປ້ອງກັນແສງແດດບໍ່ໃຫ້ມີຜົນກະທົບຕໍ່ຮີມສົບ ເພາະແສງແດດກໍມີຜົນເຮັດໃຫ້ປາກດໍາເພີ່ມຂຶ້ນ.
4. ສະຄັບຮີມສົບ: ການສະຄັບຮີມສົບຈະຊ່ວຍໃຫ້ເຊວຜິວທີ່ເສື່ອມສະພາບຫຼຸດລອກອອກ ເນື່ອງຈາກເຊວຜິວທີ່ເສື່ອມສະພາບ ໂດຍສະເພາະບໍລິເວນຮອບປາກຈະຄ່ອຍໆຈາງອອກໄປໃນແຕ່ລະມື້, ດັ່ງນັ້ນຄວນສະຄັບປາກເປັນປະຈໍາ ເພື່ອໃຫ້ເຊວຜິວເກົ່າອອກໄປແລ້ວສ້າງເຊວຜິວໃໝ່ຂຶ້ນມາແທນທີ່ ສິ່ງສໍາຄັນຈະຊ່ວຍແກ້ບັນຫາດໍາກໍ່າຈາກການສູບຢາໄດ້ດີ.
5. ຫຼີກລ່ຽງປັດໄຈທີ່ເຮັດໃຫ້ປາກດໍາ: ການຫຼີກລ່ຽງປັດໄຈທີ່ເຮັດໃຫ້ປາກດໍາກໍ່າ ມີສ່ວນຊ່ວຍແກ້ໄຂບັນຫາຮີມປາກດໍາກໍ່າ ປັດໄຈທີ່ເຮັດໃຫ້ປາກດໍາກໍ່າມີທັງການສູບຢາ, ການເລຍຮີມສົບ, ການອອກແດດ ແລະ ການແພ້ຢາຖູແຂ້ວ.
ໃຜທີ່ມີບັນຫາປາກດໍາກໍ່າຈາກການສູບຢາ ແນະນໍາໃຫ້ເອົາເຄັດລັບເຫຼົ່ານີ້ໄປໃຊ້ເເບິ່ງວ່າຈະສາມາດຫຼຸດຄວາມດໍາກໍ່າຂອງຮີມສົບໄດ້ ແລະ ສິ່ງສໍາຄັນແຕ່ລະວິທີທີ່ແນະນໍາຍັງປອດໄພຕໍ່ຮີມສົບອີກ.

[ ຂໍ້ມູນຈາກ: sanook ]