ປັງທີ່ສຸດ! ບາບີ້ ປີຍະມາດ ກຽມຕົວຍ່າງພົມແດງ ໃນເທສະການຮູບເງົານານາຊາດ ເມືອງຄານ

23

ທີ່ສຸດແລ້ວປັງໆອະລັງການ ທັງງານໃນວົງການ ແລະ ນອກວົງການສໍາລັບຄົນນີ້ ໂດຍໄດ້ປະກາດຢ່າງເປັນທາງການແລ້ວແຟນໆຂອງສາວ ບາບີ້ ປີຍະມາດ ພູນປະເສີດ Miss International Laos 2018 ມີເຮກັນໄດ້ເລີຍ ເຊິ່ງສາວງາມຄົນນີ້ ເປັນດາລານັກສະແດງ ນາງງາມລາວ ແລະ ເປັນຄົນລາວ ທີ່ໄດ້ຖືກເຊີນໄປຮ່ວມຍ່າງເສີດສາຍ ຢູ່ເທິງພົມແດງ ໃນເທສະການຮູບເງົານານາຊາດ ເມືອງຄານ ( Cannes Film Festival 2023 ) ເຊິ່ງຢູ່ພາກໃຕ້ຂອງປະເທດຝຣັ່ງ.

ການເດີນທາງໄປໃນຄັ້ງນີ້ແມ່ນໄປໃນຖານະຕົວແທນຈາກ ແບຣນ BMW x Indochina Bank ເຊິ່ງຈະຈັດຂຶ້ນຕັ້ງແຕ່ວັນທີ 16 ຮອດວັນທີ 27 ພຶດສະພາ 2023 ທີ່ຈະມາເຖິງນີ້ ຖືເປັນປາກົດການໃໝ່ ສ້າງປາກົດການຄັ້ງຍິ່ງໃຫຍ່ໃຫ້ກັບວົງການບັນເທີງລາວເຮົາ ເມື່ອສາວງາມຄົນລາວຄົນນີ້ຈະບິນລັດຟ້າໄປເຈີດຈະລັດເທິງເວທີລະດັບໂລກ ພ້ອມທີ່ຈະກະທົບໄຫຼ່ກັບເຫຼົ່າເຊເລັບ, ດາລາ, ນັກສະແດງ, ນາງແບບ – ຊາຍແບບ, ຜູ້ກຳກັບທີ່ມີຊື່ສຽງຈາກທົ່ວໂລກ ທີ່ຈະມາພົບພໍ້ກັນເພື່ອມາປະຊັນຄວາມເປັນແຟຊັນຕົວພໍ່ຕົວແມ່ ທີ່ບໍ່ມີໃຜຍອມໃຜ ແນ່ນອນວ່າພາຍໃນງານການສວມໃສ່ຊຸດຂອງແຕ່ລະຄົນຕ້ອງມີຄວາມອະລັງການ ແລະ ສໍາລັບສາວບາບີ້ ຕ້ອງຖ້າຕິດຕາມໄປນໍາກັນວ່າແຟຊັນທີ່ສວມໃສ່ຈະອອກມາເປັນແບບໃດ!.

ສໍາລັບການໄປຮ່ວມເດີນພົມແດງໃນຄັ້ງນີ້ ຖືວ່າເປັນໂອກາດດີທີ່ຫຼາຍທີ່ຈະເປີດໂອກາດສະແດງຄວາມອາດສາມາດ ນຳເອົາວັດທະນະທຳລາວ ຄວາມເປັນລາວ ໄປເຜີຍແຜ່ໃຫ້ຕ່າງຊາດໄດ້ເຫັນປະຈັກສາຍຕາວ່າຄົນລາວ ສາວງາມລາວເຮົາ ສາມາດສ້າງຊື່ສຽງໃນເວທີລະດັບໂລກແບບນີ້ໄດ້ເຊັ່ນກັນ ເປັນການເປີດປະຕູສູ່ສາກົນຂອງແມ່ຍິງລາວອີກຄັ້ງໜຶ່ງເລີຍກໍວ່າໄດ້ ສະນັ້ນແລ້ວ ແຟນໆຊາວລາວກໍຢ່າລືມຮ່ວມແຊຮ່ວມເຊຍ ເພື່ອເປັນການສົ່ງກຳລັງໃຈໃຫ້ ບາບີ້ ກ່ອນເດີນທາງສູ່ເມືອງຄານນຳກັນເດີ.

ພ້ອມນີ້, ທີມຂ່າວບັນເທີງກໍໄດ້ໄປສ່ອງເຟສບຸ໊ກຂອງສາວບາບີ້ມາ ໂດຍນ້ອງກໍໄດ້ໂພສເຖິງ ຄວາມຮູ້ສຶກຂອງການທີ່ຈະໄດ້ໄປຮ່ວມງານໃນຄັ້ງນີ້ວ່າ: “ ຂອບໃຈທາງ BMW x Indochina Bank ທີ່ມອບໂອກາດສຸດພິເສດນີ້ໃຫ້ແກ່ນ້ອງ ນ້ອງຈະເຮັດໜ້າທີ່ໃຫ້ເຕັມທີ່ໃຫ້ສົມກັບເປັນຜູ້ຕາງໜ້າທະນາຄານອິນໂດຈີນ ແລະ BMW ເພື່ອໄປເຊີດຊູກຽດໃນງານສາກົນລະດັບໂລກຄັ້ງນີ້ ( ແຕ່ຂໍບອກວ່າ ງານນີ້ບີ້ບໍ່ໄດ້ໄປຄົນດຽວເດີ້ ງານນີ້ມີ Surprise ເພາະບີ້ໄປກັບຄົນສຳຄັນອີກໜຶ່ງທ່ານທີ່ທຸກຄົນຮູ້ຈັກ ”.
ຈາກຂໍ້ຄວາມດັ່ງກ່າວນີ້ ກໍເຮັດໃຫ້ຫຼາຍໆຄົນລຸ້ນໄປນຳກັນເລີຍວ່າບຸກຄົນທີ່ນ້ອງກ່າວເຖິງນີ້ຈະແມ່ນໃຜ, ສະນັ້ນແຟນໆຕ້ອງຖ້າຕິດຕາມໄປນໍາກັນເດີ ຝາກທຸກຄົນຕິດຕາມການເຄື່ອນໄຫວຂອງ ບາບີ້ ຕາມຊ່ອງທາງນີ້ເລີຍ! FB: Barbie Piyamarth Phounpaseuth ນັ້ນເອງ.

[ ຂໍ້ມູນ: ຄຣິບເດັດ ]