ເວົ້າເຖິງຄູອາສາ ຫຼາຍຄົນອາດຄິດໄປນຳເມື່ອໃດຈະໄດ້ເຂົ້າລັດ ແຕ່ທ່ານຮູ້ບໍວ່າ ນັ້ນເປັນອາຊີບທີ່ເພິ່ນມັກ, ເປັນຄວາມຝັນ ແລະຈິ່ງມີຜູ້ຮຽນຈົບຄູຈຳນວນຫຼາຍອົດທົນສູ້ຊົນກັບການເຮັດວຽກສິດສອນເປັນເວລາຫຼາຍປີເຖິງບໍ່ທັນໄດ້ເຂົ້າລັດກໍ່ຕາມ ແລະທີ່ສຳຄັນພວກເຮົາທຸກຄົນກໍ່ຮຽນຮູ້ເກັ່ງມາຈາກຄູ ທີ່ພວກເພິ່ນລ້ວນເປັນອາສາມາກ່ອນ.
ສຳລັບຄູອາສາແຂວງສະຫວັນນະເຂດປີນີ້ ທີ່ເຂົ້າສອບເສັງວັດຄວາມຮູ້ຄວາມເຂົ້າໃຈເພື່ອໃຫ້ໄດ້ຕົວເລກລັດຖະກອນ ມີທັງໝົດ 710 ຄົນໄດ້ມີພິທີສອບເສັງເປັນທາງກາານ ໃນຕອນເຊົ້າວັນທີ 25 ເມສາ 2023 ນີ້; ໂດຍການເປັນກຽດເຂົ້າຮ່ວມ ຂອງ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ສະຫວັນນະເຂດ,ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ໃນຈຳນວນຜູ້ເຂົ້າສອບເສັງທັງຫມົດ 710 ຄົນເປັນຍິງ 552 ຄົນ;ທົ່ວແຂວງໄດ້ແບ່ງອອກເປັນ 15 ສູນສອບເສັງ.
ການສອບເສັງຄັ້ງນີ້ ແມ່ນລວມມີ 07 ສາຂາວິຊາ ຄື: 1.ວິຊາຄູອະນຸບານ,2.ຄູປະຖົມ,3.ຄູພາສາລາວ-ວັນນະຄະດີ,4. ຄູຄະນິດສາດ,5.ຄູວິທະຍາສາດທຳມະຊາດ, 6.ຄູໄອຊີທີ ແລະ 7.ຄູພາສາຝຣັ່ງ.
ສຳລັບໂຄຕ້າບໍລິຫານໄດ້ຈຳນວນ01 ໂຄຕ້າແມ່ນສອບເສັງໃນ 05 ວິຊາຄື:1, ວິຊາບໍລິຫານທົ່ວໄປ,2.ວິຊາການເງິນ-ການບັນຊີ ແລະ ການທະນາຄານ,3.ວິຊາວິສະວະກຳອອກແບບ-ກໍ່ສ້າງ,4.ວິຊາກົດໝາຍແລະ 5. ວິຊາ ໄອຊີທີ; ມີຜູ້ເຂົ້າຮ່ວມທັງໝົດ 15 ຄົນ;ຍິງ 9 ຄົນ.
ສ່ວນຕົວເລກລັດຖະກອນຄູ ແລະ ບໍລິຫານຄູປີ 2023 ນີ້ແມ່ນມີ 47 ໂຄຕ້າ ໃນນີ້ຈະແບ່ງປັນໃຫ້ແຕ່ລະເມືອງຕາມຄວາມເໝາະສົມເຊັ່ນ; ເມືອງຈຳພອນ,ນະຄອນໄກສອນ ພົມວິຫານ, ເມືອງ ອຸທຸມພອນ, ເມືອງ ໄຊບູລີ, ເມືອງ ພະລານໄຊ,ເມືອງ ອາດສະພອນ,ເມືອງ ອາດສະພັງທອງ, ເມືອງ ພີນ,ເມືອງ ເຊໂປນ,ເມືອງ ຊົນນະບູລີ,ເມືອງ ວິລະບູລີ, ເມືອງ ນອງ, ເມືອງ ໄຊພູທອງ,ເມືອງສອງຄອນ, ເມືອງ ທ່າປາງທອງ ການສອບເສັງແບ່ງອອກເປັນ 2 ພາກ ປະລາໄນ ແລະ ( ປະຕິບັດຕົວຈິງແລະ ສໍາພາດ).
ຂ່າວຈາກ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ, ຂຽນໂດຍ: ຄໍາແພງເພັດ ຂັນຕິວົງ