ສປປ ລາວ ສໍາເລັດການແລ່ນທວນໄຟຊີເກມ ຄັ້ງທີ 32 ກ່ອນສົ່ງທວນໄຟ ໃຫ້ເຈົ້າພາບ ກໍາປູເຈຍ

133

ໃນຕອນເຊົ້າຂອງວັນທີ 25 ເມສາ 2023 ທີ່ສະຖານທູດ ກໍາປູເຈຍ ປະຈໍາລາວ ເຂດບ້ານບຶງຂະຫຍອງ ໄດ້ມີພິທີແຫ່ງທວນໄຟ ຊີເກມຄັ້ງທີ 32 ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ທອງ ສຸກຸນເທຍຣີ (THONG Sokuntheary) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກ ກຳປູເຈຍ ປະຈຳ ສປປ ລາວ, ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ທັງຮອງຄະນະກໍາມະການ ໂອແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະນໍາ, ຄູຝຶກ ແລະ ນັກກີລາ ທັງລາວ ແລະ ກໍາປູເຈຍ ເຂົ້າຮ່ວມຢ່າງພ້ອມພຽງເກືອບ 200 ຄົນ

ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ການແລ່ນທວນໄຟຊີເກມ ຄັ້ງທີ 32 ແມ່ນເຫດການ ແລະ ການເຄື່ອນໄຫວທີ່ສໍາຄັນຂອງຂະບວນການຈັດງານກິລາຊີເກມ ເປັນໄປຕາມລະບຽບການທຳມະນູນຂອງສະຫະພັນກິລາຊີເກມ ແລະ ຍັງເປັນສັນຍາລັກອັນໜຶ່ງທີ່ສໍາຄັນບົ່ງບອກເຖິງໄຟສັກສິດກິລາ ໄດ້ເຄື່ອນຜ່ານແຕ່ລະປະເທດຊາດສະມາຊິກຢ່າງພ້ອມພຽງ ເພື່ອກຽມພ້ອມທີ່ຈະໄຂງານມະຫະກໍາກິລາຊີເກມ ຄັ້ງທີ 32 ທີ່ຣາຊະນາຈັກກໍາປູເຈຍ ໃນວັນທີ 5 ພຶດສະພາ 2023 ແລະ ພິທີປິດງານ ໃນວັນທີ 17 ພຶດສະພາ 2023 ຊຶ່ງເສັ້ນທາງການແລ່ນທວນໄຟໃນມື້ນີ້ ຈະໄດ້ເລີ່ມແຕ່ຈຸດສະຖານທູດຣາຊະອານາຈັກກຳປູເຈຍ ຜ່ານໄປເຖິງຈຸດວັດສີເມືອງ, ໄປໂຄ້ງຕໍ່ໜ້າກະຊວງເຕັກໂນໂລຊີ ແລະ ການສື່ສານ, ຕັດຂຶ້ນໄປຜ່ານປະຕູໄຊ ໄປຫາ ພະທາດຫຼວງ ຊຶ່ງລວມໄລຍະທາງ 6 ກິໂລແມັດ, ຈຳນວນພົນຂອງຂະບວນແລ່ນໄດ້ຈັດອອກເປັນ 6 ໄລຍະ, ມີນັກແລ່ນ ແລະ ມວນຊົນເຂົ້າຮ່ວມຫຼາຍກ່ວາ 1.500 ຄົນ. ແນວໃດກໍດີ, ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ຣາຊະອານາຈັກກຳປູເຈຍ ຄັ້ງນີ້, ສປປ ລາວ ໄດ້ຈັດສົ່ງຄະນະນັກກິລາເຂົ້າຮ່ວມທັງໝົດ 32 ປະເພດກິລາ, ມີຈຳນວນພົນທັງໝົດ 600 ຄົນ ແລະ ມີຄວາມເຊື່ອໝັ້ນວ່າ ການແລ່ນທວນໄຟຊີເກມ ຄັ້ງທີ 32, ຜ່ານ ສປປ ລາວ ໃນມື້ນີ້ຈະໄດ້ຮັບຜົນສຳເລັດຢ່າງຈົບງາມຕາມຈຸດປະສົງ ແລະ ຄາດໝາຍທຸກປະການທຸກປະການ.

ໂອກາດດຽວກັນ, ທ່ານ ນາງ ຂັນທະລີ ສີຣິພົງພັນ ກ່າວມີຄຳເຫັນວ່າ: ການແຂ່ງຂັນກິລາອາຊຽນພາຣາເກມ ແມ່ນງານແຂ່ງຂັນກິລາສຳລັບຄົນພິການ ຂອງບັນດາປະເທດ ໃນຂົງເຂດອາຊີຕາເວັນອອກສຽງໃຕ້ ຊຶ່ງມີ 10 ປະເທດເປັນສະມາຊິກ ແລະ ບັນດາປະເທດສະມາຊິກໄດ້ພັດປ່ຽນກັນເປັນເຈົ້າພາບ ຈັດຂຶ້ນ ສອງປີຕໍ່ໜຶ່ງຄັ້ງ. ສປປ ລາວ ແມ່ນໜຶ່ງໃນບັນດາປະເທດ ທີ່ໄດ້ເຂົ້າເປັນສະມາຊິກກິລາຄົນພິການໃນລະດັບອາຊຽນ (APSF) ແຕ່ປີ 2001 ເປັນຕົ້ນມາ ໂດຍການມີສ່ວນຮ່ວມ ແລະ ເຄື່ອນໄຫວວຽກງານຕ່າງໆ ໃນນາມສະມາຊິກ, ນຳພານັກກິລາຄົນພິການລາວ ເຂົ້າຮ່ວມການແຂ່ງຂັນກິລາ, ເຂົ້າຮ່ວມກອງປະຊຸມລະດັບຕ່າງໆ ໃນລະດັບອາຊຽນ. ນອກຈາກນັ້ນ, ຍັງໄດ້ປະຕິບັດພັນທະສະມາຊິກ ຕາມພາລະບົດບາດ, ໜ້າທີ່, ສິດຂອບເຂດ ທີ່ກຳນົດໄວ້ໃນທຳມະນູນຂອງ ຄພລ ແລະ ຄະນະກຳມະການພາຣາແລມປິກອາຊຽນ (APSF) ທີ່ໄດ້ກຳນົດໄວ້, ຊຶ່ງມື້ນີ້ກໍເປັນນິມິດໝາຍ ແລະ ເປັນໂອກາດດີທີ່ນັກກິລາຄົນພິການຂອງລາວໄດ້ມີສ່ວນຮ່ວມໃນການແລ່ນທວນໄຟຊີເກມຜ່ານ ສປປ ລາວ ຊຶ່ງເປັນດ່ານສຸດທ້າຍຂອງ 10 ປະເທດ ຊຶ່ງເພື່ອໃຫ້ເປັນການສະໜັບສະໜູນເຈົ້າພາບ, ຄະນະອາຊຽນພາຣາເກມຂອງລາວ ໄດ້ກະກຽມເຂົ້າຮ່ວມແຂ່ງຂັນກິລາຄົນພິການອາຊຽນພາຣາເກມ ຄັ້ງທີ 12 ໃນລະຫວ່າງວັນທີ 3-9 ມິຖຸນາ 2023 ທີ່ຣາຊະອານາຈັກກຳປູເຈຍ ມີທັງໝົດ 7 ປະເພດກິລາຄື: ແລ່ນ-ລານ, ລອຍນໍ້າ, ຍົກນໍ້າໜັກ, ໂກນບານ, ບານບ້ວງລໍ້ເລື່ອນ, ບັອດເຊຍ ແລະ ບານເຕະຄົນພິການຕາ, ມີຄະນະນໍາ, ຄູຝຶກ ແລະ ນັກກິລາຄົນພິການທີມຊາດລາວ ເຂົ້າຮ່ວມທັງໝົດ 89 ທ່ານ, ຍິງ 35 ທ່ານ; ແຕ່ລະປະເພດກິລາ ເຂົ້າສູນຝຶກຊ້ອມເລີ່ມແຕ່ວັນທີ 13 ມີນາ 2023 ເຖິງວັນທີ 28 ພຶດສະພາ 2023.

ຂະນະດຽວກັນ ທ່ານ Ho Sarun ຮອງລັດຖະມົນຕີກະຊວງທ່ອງທ່ຽວ ແລະ ທູດພິເສດຂອງ ງານມະຫາກໍາກີລາຊີເກມ ຄັ້ງທີ 32 ທີ່ກໍາປູເຈຍ ກໍໄດ້ຂຶ້ນກ່າວລາຍການຜົນສໍາເລັດຂອງການແຫ່ງທວນໄຟຄັ້ງນີ້ ກ່ອນທີ່ຈະເປັນຄົນທໍາອິດທີ່ຖືທວນໄຟ ດ້ວຍການຈຸດໄຟສັກສິດທີ່ນໍາມາ ກ່ອນເລີ່ມແລ່ນໄປຕາມເສັ້ນທາງຫຼັກ ຈາກສະຖານທູດໄປຫາປະຕູໄຊ ເຖິງເດີ່ນພະທາດຫຼວງ ໂດຍສົ່ງຕໍ່ໃຫ້ກັບຄະນະນໍາ, ນັກກີລາລາວ ຕາມລໍາດັບ ແລະ ກໍານົດຈຸດນັກກີລາແລ່ນ 6 ຈຸດເຊິ່ງນຳໃຊ້ນັກກີລາທີ່ເປັນຊາວກຳປູເຈຍ ທີ່ມາສຶກສາຕໍ່ທີ່ມະຫາວິທະຍາໄລແຫ່ງຊາດ ຈຳນວນ 50 ຄົນ ແລະ ນັກກີລາທີມຊາດ ຈຳນວນ 20 ຄົນ, ໃນນັ້ນ ຈະມີຂະບວນການນັກກີລາຄົນພິການທີມຊາດ ລໍຖ້າຖືທວນໄຟຊີເກມ ໃນຈຸດສຸດທ້າຍຄື:

-ຈຸດທີ 1 ແມ່ນຈະແລ່ນຈາກສານປະຊາຊົນສູງສຸດ ຫາ ວັດສີເມືອງ ໄລຍະທາງ 1.000 ແມັດ.
-ຈຸດທີ 2 ຈາກວັດສີເມືອງ ຫາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄລຍະທາງ 1.200 ແມັດ
-ຈຸດທີ 3 ກະຊວງເຕັກໂນໂລຊີ ແລະ ການສື່ສານ ຫາ ກະຊວງກະສິກຳ ແລະ ປ່າໄມ້ ໄລຍະທາງ 1.000 ແມັດ
-ຈຸດທີ 4 ກະຊວງກະສິກຳ ແລະ ປ່າໄມ້ ຫາ ທະນາຄານອິນດູຈີນ ໄລຍະທາງ 1.000 ແມັດ
-ຈຸດທີ 5 ຈາກທະນາຄານອິນດູຈີນ ຫາປະຕູໂຂງທາດຫຼວງ ໄລຍະທາງ 1.000 ແມັດ
-ຈຸດທີ 6 ຈາກປະຕູໂຂງທາດຫຼວງ ຫາ ຕໍ່ໜ້າພະທາດຫຼວງ ໄລຍະທາງ 300 ແມັດ

ສຳລັບຂະບວນແລ່ນທວນໄຟດັ່ງກ່າວ ຈະບໍ່ໄດ້ແລ່ນຜ່ານພຽງແຕ່ປະເທດດຽວກໍຄື ປະເທດບຣູໄນ ໂດຍໄດ້ເລີ່ມຈາກປະເທດຫວຽດນາມ ໃນວັນທີ 22 ມີນາ 2023, ໄປປະເທດຟິລິບປິນ ໃນວັນທີ 25 ມີນາ 2023, ອິນໂດເນເຊຍ ໃນວັນທີ 29 ມີນາ 2023, ຕີມໍ ເລສເຕ 2-3 ເມສາ 2023, ມາເລເຊຍ 5 ເມສາ 2023, ສິງກະໂປ ວັນທີ 12 ເມສາ 2023, ໄທ ວັນທີ 15 ເມສາ 2023, ມຽນມາ ວັນທີ 19 ເມສາ 2023 ແລະ ສປປ ລາວ ໃນວັນທີ 25 ເມສາ 2023.
ຂ່າວ-ຮູບ: Larh Creators