ວິທີປູກໝາກນາວ ໃຫ້ສາມາດເກັບຜົນຜະລິດຕະຫຼອດປີ

506

ວິທີປູກໝາກນາວໃຫ້ມີນໍ້າຫຼາຍ ແລະ ອອກໝາກດົກ ສາມາດປູກໄວ້ກິນ ແລະ ສາມາດຂາຍເປັນສິນຄ້າ ເພື່ອສ້າງລາຍໄດ້ມາສູ່ຄອບຄົວ. ສາຍພັນທີ່ຄົນມັກປູກຫຼາຍ ຄື: ໝາກນາວແປ້ນ, ໝາກນາວຫວານ, ໝາກນາວຄະຮິຕິ, ໝາກນາວຍົກ, ໝາກນາວບໍ່ມີແກ່ນ, ໝາກນາວແປ້ນລຳໄພ ແລະ ໝາກນາວສີ.

1. ປູກໝາກນາວລົງດິນ: ການປູກໝາກນາວລົງດິນ ຈຳເປັນທີ່ຈະຕ້ອງໃຊ້ກິ່ງພັນທີ່ສົມບູນ, ຈາກນັ້ນໃຫ້ນຳມາປັກຊໍາລົງໃນຖົງດຳທີ່ມີດິນປະສົມແກບ ແລະ ໄຍເປືອກໝາກພ້າວ ເມື່ອເລີ່ມປົ່ງ ແລະ ແຂງແຮງແລ້ວ ກໍ່ໃຫ້ຈັດການຍ້າຍຕົ້ນໝາກນາວ ຈາກຖົງລົງປູກໃນຂຸມຂະໜາດ 50×50 ຊັງຕີແມັດ ແລະ ເລິກປະມານ 30 ຊັງຕີແມັດ ຮອງກົ້ນຂຸມດ້ວຍປຸ໋ຍຄອກ ຫາໄມ້ຫຼັກປັກໄວ້ ແລະ ມັດຕົ້ນໝາກນາວເຂົ້າຕິດກັບຫຼັກໄວ້ ເພື່ອໃຫ້ຕົ້ນແຂງແຮງ ທີ່ສຳຄັນຕຳແໜ່ງຂຸມຕ້ອງຢູ່ສູງກວ່າທາງຍ່າງເລັກໜ້ອຍ ເພື່ອປ້ອງກັນບໍ່ໃຫ້ນໍ້າຖ້ວມຂັງ.


2. ປູກໝາກນາວໃຫ້ສາມາດເກັບຂາຍໄດ້ຕະຫຼອດປີ: ຫາກຈະປູກໝາກນາວໃຫ້ສາມາດເກັບຂາຍ ແລະ ມີລາຍໄດ້ຕະຫຼອດທັງປີນັ້ນ ຈະຕ້ອງຫັນໃຊ້ວິທີມາປູກຕົ້ນຄູ່ ກ່ອນອື່ນຕ້ອງຄັດສັນກິ່ງພັນທີ່ແຂງແຮງມາປູກ ເຊິ່ງອາດຈະເປັນພັນແປ້ນພິຈິດ ແລະ ແປ້ນວະໂຣຊາ ທີ່ເປືອກບາງນໍ້າຫຼາຍ, ຈາກນັ້ນກໍຂຸດຂຸມດິນໃຫ້ກວ້າງ 50 x 50 ຊັງຕີແມັດ ແລະ ເລິກ 50 ຊັງຕີແມັດ ກົ້ນຂຸມຮອງພື້ນດ້ວຍປຸ໋ຍໝັກ ແລະ ປຸ໋ຍຄອກໃຫ້ນຳກິ່ງພັນຈຳນວນ 2 ກິ່ງ ລົງໄປປູກໃນຂຸມດຽວກັນວາງທັງ 2 ກິ່ງໃຫ້ໄຂ່ວກັນ, ຈາກນັ້ນເອົາດິນປົກຂຸມໃຫ້ແໜ້ນ ແລະ ປັກໄມ້ຫຼັກໃຫ້ຕົ້ນໝາກນາວຢຶດ ວິທີນີ້ຈະເຮັດໃຫ້ຕົ້ນໝາກນາວທັງ 2 ຍາດກັນໃຫຍ່ ແລະ ອອກລູກ ຫຼື ໝາກໃຫ້ເກັບຂາຍໄດ້ທັງປີ.

3. ການປູກໝາກນາວໃນນໍ້າ: ຂໍ້ດີການປູກໝາກນາວໃນນໍ້ານັ້ນ ກໍຄືບໍ່ຕ້ອງໃຊ້ພື້ນທີ່ຫຼາຍແຖມຍັງໄດ້ຜົນຜະລິດທັງປີ ກ່ອນອື່ນຈະຕ້ອງນຳຖັງ ພລາສຕິກມາເຈາະຮູຂະໜາດນ້ອຍໄວ້ໂດຍຮອບ ນຳຕົ້ນໝາກນາວໄປປູກໃນຖັງເຈາະຮູທີ່ມີໄຍ ຫຼື ຂຸ່ຍໝາກພ້າວຮອງກົ້ນໃຫ້ສູງປະມານ 5 – 10 ຊັງຕີແມັດ ຕາມດ້ວຍດິນທີ່ປະສົມປຸ໋ຍຄອກ ແລະ ປົກເທິງດ້ວຍໄຍ ຫຼື ຂຸຍໝາກພ້າວໃຫ້ແໜ້ນ ຈາກນັ້ນກໍ່ກຽມເຈາະຮູຖັງນໍ້າຂະໜາດ 100 ລິດ ໃຫ້ມີຂະໜາດເທົ່າກັບຖັງທີ່ເຈາະຮູໄວ້ ເພື່ອໃຫ້ໃສ່ກະຖັງລົງໄປໄດ້ພໍດີ ແລ້ວປະສົມນໍ້າ 20 ລິດ ກັບນໍ້າໝັກຊີວະພາບ 10 ລິດ ແລ້ວຫົດລົງໄປທີ່ຕົ້ນແລ້ວຍ້າຍຕົ້ນໄປໄວ້ບ່ອນຮົ່ມປ່ຽນຖ່າຍນໍ້າໃນຖັງ ແລະ ປຸ໋ຍໃນຖັງທຸກ 3 ເດືອນ ຫຼັງ 3 ເດືອນທຳອິດ ໃຫ້ນໍາຜ້າຢາງດຳມາປົກຄຸມຕົ້ນປະໄວ້ 20 ມື້ ແລ້ວຄ່ອຍເອົາອອກຈະເຮັດໃຫ້ໄດ້ຜົນຜະລິດຫຼາຍຕະຫຼອດທັງປີ.

4.ປູກໝາກນາວໃນແທ່ງຊີມັງ: ການປູກໝາກນາວໃນແທ່ງຊີມັງ ສາມາດປູກໄດ້ທັງປີ ເຖິງຈະເປັນໄລຍະນອກລະດູກໍໃຫ້ຜົນດີ ໂດຍບໍ່ຕ້ອງເພິ່ງພາການແຕ່ງ ຫຼື ຕໍ່ເຕີມຫຍັງຫຼາຍໃຫ້ຫຍຸ້ງຍາກ ໂດຍເລີ່ມຈາກການກຽມກິ່ງພັນທີ່ສົມບູນມາຊໍາລົງໃນຖົງດຳທີ່ມີດິນປະສົມແກບ ຖ້າໃຫ້ຮາກແຂງແຮງໃນລະຫວ່າງນັ້ນກໍມາກຽມສ່ວນຂອງພື້ນທີ່ປູກ ໂດຍການເລືອກໃຊ້ບໍ່ຊີມັງ ຂະໜາດ 80 x 40 ຊັງຕີແມັດ ມາວາງລຽນກັນ ໂດຍໃຫ້ຫ່າງກັນປະມານ 2 ແມັດ ເຖິງ 3 ແມັດ ເຊິ່ງແຕ່ລະແທ່ງຕ້ອງຮອງພື້ນດ້ວຍຝາກຊີມັງ ຂະໜາດ 100 ຊັງຕີແມັດ ຈາກນັ້ນນຳດິນທີ່ມີແຮ່ທາດ ແລະ ສານອາຫານມາປະສົມກັບປຸ໋ຍຄອກໃນອັດຕາສ່ວນເທົ່າໆກັນ ຕື່ມແກບເພື່ອໃຫ້ດິນເປັນພຸຜົງ ຫຼື ດິນຮ່ວນ ເມື່ອຮາກຕົ້ນໝາກນາວໃນຖົງດຳເລີ່ມແຂງແຮງແລ້ວກໍຍ້າຍລົງມາປູກໃນບໍ່ຊີມັງ ປົກ ຫຼື ກົບດິນບໍລິເວນຕົ້ນໃຫ້ແໜ້ນ ແລະ ປັກໄມ້ຫຼັກເພື່ອໃຫ້ຢຶດຕົ້ນໃຫ້ທົນທານບໍ່ຫງ່ຽງເອນ.

5. ປູກໝາກນາວໃນເຂ່ງ: ການປູກໝາກນາວໃນເຂ່ງ ເປັນອີກວິທີທີ່ຊ່ວຍປະຢັດພື້ນທີ່ ແລະ ດູແລຮັກສາງ່າຍ ເລີ່ມຈາກການຊໍາກິ່ງພັນທີ່ຕ້ອງການລົງໃນຖົງດຳ ຫຼື ຖັງ ເພື່ອໃຫ້ຮາກແຂງແຮງ, ຈາກນັ້ນກໍເອົາເຂ່ງພລາສຕິກຂະໜາດ 14 ນິ້ວ ມາເຈາະຮູລະບາຍນໍ້າໄວ້ທີ່ກົ້ນເຂ່ງກ່ອນ ແລ້ວຍ້າຍຕົ້ນໝາກນາວທີ່ມີຮາກແຂງແຮງລົງໃນເຂ່ງທີ່ຮອງດ້ວຍດິນທີ່ປະສົມແກບ ແລະ ປຸ໋ຍຄອກ ປົກດິນທີ່ເຫງົ້າລຳຕົ້ນໃຫ້ແໜ້ນ ແລະ ປັກໄມ້ໃຫ້ຕົ້ນຢຶດບໍ່ໃຫ້ຫງ່ຽງ.
[ ຂໍ້ມູນ: kapook ]