ຟີລິບປິນ ສົ່ງອອກທຸລຽນໄປຈີນ ຊຸດທຳອິດ

84

ສຳນັກຂ່າວຊິນຫົວລາຍງານວ່າ: ທຸລຽນຂອງຟີລິບປິນ ຊຸດທຳອິດ ເຊິ່ງຂົນສົ່ງທາງທະເລໄດ້ເຖິງນະຄອນຊຽງໄຮ້ ໃນວັນທີ 25 ເມສາ 2023, ຫຼັງຈາກທີ່ ຈີນ ແລະ ຟີລິບປິນ ບັນລຸຂໍ້ຕົກລົງການສົ່ງອອກທຸລຽນໄປຈີນ ເມື່ອເດືອນມັງກອນ 2023 ຜ່ານມາ ໂດຍຄາດການວ່າ ປະລິມານການສົ່ງອອກທຸລຽນຈາກຟີລິບປິນ ໄປສູ່ຕະຫຼາດຈີນໃນປີນີ້ຈະທະລຸຫຼາຍສິບພັນໂຕນ.

อาจเป็นรูปภาพของ 2 คน

ທ່ານ ວີວຽນ ຫວັງ ຜູ້ອຳນວຍການຝ່າຍການຕະຫຼາດຂອງ ບໍລິສັດ ໂດລ ໄຊນາ ກ່າວວ່າ: ປັດຈຸບັນ ຈີນ ຖືວ່າເປັນຕະຫຼາດຜູ້ບໍລິໂພກທຸລຽນລາຍໃຫຍ່ທີ່ສຸດຂອງໂລກ ແລະ ເຊື່ອວ່າບໍລິສັດ ຈະສາມາດຊ່ວຍທຸລຽນຟີລິບປິນ ເຈາະຕະຫຼາດຈີນ ພ້ອມທັງທະຍອຍເພີ່ມສ່ວນແບ່ງທາງຕະຫຼາດໃຫ້ເພີ່ມຂຶ້ນເລື້ອຍໆ, ທັງນີ້ ຕະຫຼາດຜູ້ບໍລິໂພກ ແລະ ກຳລັງຊື້ທີ່ເຂັ້ມແຂງ ຈະສາມາດດຶງດູດໝາກໄມ້ທີ່ມີຄຸນນະພາບເຂົ້າສູ່ຕະຫຼາດຈີນເພີ່ມຂຶ້ນ.

อาจเป็นรูปภาพของ 2 คน และ ผลไม้