ການຊົມໃຊ້ພະລັງງານແສງອາທິດທົ່ວໂລກເພີ່ມຂຶ້ນ

61

ອົງການພະລັງງານສາກົນ ( IEA ) ໄດ້ອອກບົດລາຍງານ ລະບຸວ່າ: ການຜະລິດສະສົມຂອງໂຊລາເຊວ ຫຼື ພະລັງງານແສງອາທິດແບບຕິດຕັ້ງ ແລະ ແບບນຳໃຊ້ໃນທົ່ວໂລກຕະຫຼອດປີ 2022 ຜ່ານມາ ເພີ່ມຂຶ້ນ 240 ກິກາວັດ ສົ່ງຜົນໃຫ້ກຳລັງການຜະລິດສະສົມຢູ່ທີ່ 1.185 ກິກາວັດ ແລະ ຈີນ ຍັງເປັນປະເທດທີ່ນຳໃຊ້ພະລັງງານໄຟຟ້າຈາກແສງອາທິດຫຼາຍທີ່ສຸດໃນໂລກ.

ไม่มีคำอธิบายรูปภาพ

ລາຍງານລະບຸວ່າ: ເມື່ອປີຜ່ານມາ ຈີນ ໄດ້ເພີ່ມກຳລັງການຜະລິດຂຶ້ນ 106 ກິກາວັດ ເຊິ່ງກວມເອົາເຖິງ 44% ຂອງການເພີ່ມຂຶ້ນທົ່ວໂລກ.

อาจเป็นรูปภาพของ เครื่องกำเนิดไฟฟ้า และ แบตเตอรี่

ໃນຂະນະທີ່ສະຫະພາບເອີຣົບ ( EU ) ມີກຳລັງການຜະລິດຕິດຕັ້ງພະລັງງານແສງອາທິດໃໝ່ 38,7 ກິກາວັດ ໃນປີ 2022 ເຊິ່ງເພີ່ມຂຶ້ນຈາກ 27 ກິກາວັດ ໃນປີ 2021 ໂດຍ ອີຢູ ຖືວ່າເປັນຕະຫຼາດຂະໜາດໃຫຍ່ອັນດັບ 2 ຮອງຈາກຈີນ ມາຮອດປັດຈຸບັນ ອີຢູ ມີກຳລັງຕິດຕັ້ງສະສົມຢູ່ທີ່ 209,3 ກິກາວັດ.