ວິທີປິ່ນປົວຜິວໄໝ້ແດດດ້ວຍຕົນເອງ

52

ເຖິງວ່າເຮົາຈະທາຄີມກັນແດດປ້ອງກັນກ່ອນອອກຈາກເຮືອນແລ້ວ ແຕ່ຖ້າເຮົາໄປຮັບເອົາແສງແດດເປັນເວລາດົນກໍຈະເຮັດໃຫ້ຜິວໄໝ້ແດດໄດ້ ເຊິ່ງຜິວບໍລິເວນທີ່ສໍາຜັດກັບແສງແດດຈະຄ່ອຍໆເປັນຮອຍໄໝ້ ຫຼັງຈາກຖືກແດດທີ່ຮ້ອນໆຫຼາຍກວ່າ 15 ນາທີ. ຢ່າງໃດກໍຕາມ ບັນຫາຜິວໄໝ້ແດດມີທາງອອກ ແລະ ວິທີແກ້ເພື່ອປິ່ນປົວ ແລະ ຟື້ນຟູສະພາບຜິວທີ່ໄໝ້ດໍາໃຫ້ກັບມາມີສຸຂະພາບດີໄດ້ ເຊິ່ງສາມາດປະຕິບັດຕາມວິທີດັ່ງຕໍ່ໄປ ນີ້:

– ທາຜິວດ້ວຍຫວ້ານຫາງແຂ້: ຈາກການວິໄຈພົບວ່າ ເນື້ອວຸ້ນໃສໆໃນຫວ້ານຫາງແຂ້ຈະຊ່ວຍປິ່ນປົວພະຍາດສະເກັດເງິນ, ພະຍາດຜິວໜັງອັກເສບ, ຜິວແຫ້ງແຕກ, ຜິວລອກ ແລະ ຊ່ວຍອາການຜິວໄໝ້ແດດທີ່ບໍ່ຮຸນແຮງຫຼາຍໄດ້ ເພາະຫວ້ານຫາງແຂ້ຈະຊ່ວຍຢຸດການຈະເລີນເຕີບໃຫຍ່ຂອງແບັກທີເຣຍ ແລະ ຊ່ວຍຂັດເຊວຜິວໜັງໃໝ່ ແລະ ຍັງມີສານຊ່ວຍປົກປ້ອງຜິວ ໂດຍການໃຊ້ເນື້ອຫວ້ານຫາງແຂ້ທໍາມະຊາດ ຫຼື ຜະລິດຕະພັນທີ່ມີສ່ວນປະສົມຂອງຫວ້ານຫາງແຂ້ ທາໃສ່ຜິວທີ່ໄໝ້ແດດ ເພື່ອຫຼຸດອາການອັກເສບຈາກການຖືກແດດເຜົາ ຊ່ວຍເພີ່ມຄວາມຊຸມໃຫ້ບາດແຜບໍລິເວນທີ່ຖືກແດດເຜົາ ຖ້າຢາກໃຫ້ຫາຍໄວຄວນໃຊ້ຫວ້ານຫາງແຂ້ 100% ໃນຮູບແບບສະເປ ເພື່ອຫຼີກລ່ຽງການສໍາຜັດບໍລິເວນທີ່ເກີດອາການ ແລະ ປ້ອງກັນຜິວລອກໄດ້.

– ບໍາລຸງຜິວໃຫ້ຊຸ່ມຊື່ນ: ຄວນໃຊ້ຜະລິດຕະພັນບໍາລຸງຜິວທີ່ໃຫ້ຄວາມຊຸ່ມຊື່ນເພື່ອປ້ອງກັນບໍ່ໃຫ້ຜິວລອກ ໂດຍເລືອກໃຊ້ຜະລິດຕະພັນສໍາລັບຜິວແພ້ງ່າຍທາໃສ່ຜິວບ່ອນທີ່ໄໝ້ຫຼັງອາບນໍ້າ ເຊິ່ງຄີມບໍາລຸງຜິວຈະຊ່ວຍກັກເກັບ ຄວາມຊຸ່ມຊື່ນ, ຫຼຸດອາການສະຄາຍເຄືອງ ແລະ ຟື້ນຟູຜິວໄໝ້ແດດໃຫ້ຫາຍໄວຂຶ້ນ.
– ໃຊ້ສໍາລີຈຸ່ມໃສ່ຊາດອກຄາໂມມາຍເຊັດບໍລິເວນຜິວໄໝ້ແດດ: ຈະຊ່ວຍໃຫ້ຮູ້ສຶກຜ່ອນຄາຍບັນເທົາຜິວ, ສໍາລັບຜູ້ທີ່ແພ້ເກສອນດອກໄມ້ບໍ່ຄວນໃຊ້ວິທີນີ້ເພາະຈະເຮັດໃຫ້ຜິວເກີດອາການແພ້.
– ແຊ່ນໍ້າເຢັນ: ການໃຊ້ນໍ້າເຢັນຊ່ວຍຫຼຸດອາການອັກເສບຈາກການສໍາຜັດກັບແສງແດດເປັນເວລາດົນໄດ້ ໂດຍການແຊ່ຕົວໃນນໍ້າເຢັນຈະຊ່ວຍບັນເທົາອາການຜິວໄໝ້ແດດ ແຕ່ຄວນຫຼີກລ່ຽງການໃຊ້ນໍ້າກ້ອນໃສ່ຜິວບໍລິເວນທີ່ໄໝ້ແດດໂດຍກົງ ເນື່ອງຈາກຄວາມເຢັນໃນນໍ້າກ້ອນຈະທໍາລາຍຜິວເຮັດໃຫ້ຜິວເສຍສຸຂະພາບຫຼາຍຂຶ້ນ.

– ດື່ມນໍ້າຫຼາຍໆ:ເພາະຜິວຕ້ອງການຄວາມຊຸ່ມຊື່ນເພື່ອສ້ອມແຊມ ແລະ ຟື້ນຟູຕົນເອງ, ດັ່ງນັ້ນຄວນດື່ມນໍ້າຢ່າງໜ້ອຍ 8 ຈອກຕໍ່ມື້ ເພື່ອໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ ແລະ ການຟື້ນຟູສະພາບຜິວ ນອກຈາກນີ້ຄວນຫຼີກລ່ຽງການດື່ມເຄື່ອງດື່ມບາງປະເພດ ເຊັ່ນ: ໂຊດາ, ກາເຟ, ເຫຼົ້າ, ເບຍ ເພາະຈະເຮັດໃຫ້ຮ່າງກາຍສູນເສຍນໍ້າໄດ້.
– ໃສ່ເສື້ອຜ້າຫຼົມໆ: ໃນລະຫວ່າງທີ່ຮ່າງກາຍກໍາລັງສ້ອມແຊມຜິວຢູ່ນັ້ນ ຄວນໃສ່ເສື້ອຜ້າຫຼົມໆທີ່ບໍ່ຮັດຕິດຜິວຫຼາຍເກີນໄປ ເພື່ອໃຫ້ຜິວໜັງໄດ້ຟື້ນຟູສະພາບຜິວເຕັມທີ່ ແລະ ບໍ່ເກີດການລະຄາຍເຄືອງຈາກການສຽດສີຍັງຊ່ວຍປ້ອງກັນຜິວໜັງບໍລິເວນທີ່ໄໝ້ແດດ.
– ຫ້າມແກະ ຫຼື ເຈາະຕຸ່ມບໍລິເວນທີ່ຜິວໄໝ້ແດດ: ຄວນປ່ອຍໃຫ້ຕຸ່ມໃສແຕກເອງຕາມທໍາມະຊາດ.
– ຫຼີກລ່ຽງການອອກແດດຈົນກວ່າຜິວຈະຫາຍດີ ເນື່ອງຈາກຜິວໄໝ້ແດດຈະໄວຕໍ່ແສງ ເຮັດໃຫ້ຜິວບາງ ຖ້າຈໍາເປັນຄວນທາຄີມກັນແດດ ແລະ ໃສ່ເສື້ອຜ້າທີ່ສາມາດປ້ອງກັນແສງແດດໄດ້ ຫຼື ຈະທາຜິວດ້ວຍຫວ້ານຫາງແຂ້ 100% ຫຼັງຈາກອອກແດດ.
[ ຂໍ້ມູນຈາກ: Pobpad ]