ກຸ່ມບ້ານນາຈິກ ໄດ້ຮັບການຝຶກອົບຮົມເຕັກນິກການລ້ຽງກວາງຈາກແຂວງຮ່າຕິ່ງ

103

ເມື່ອວັນທີ 23 ເມສາຜ່ານມານີ້ ສູນວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຮ່າຕິ່ງ ສສ ຫວຽດນາມ ໄດ້ຈັດຝຶກອົບຮົມ ເຕັກນິກການລ້ຽງກວາງດາວ ໃຫ້ແກ່ກຸ່ມລ້ຽງກວາງຢູ່ບ້ານນາຈິກ ເມືອງປາກຊັນ ແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ວັດທະນາ ໄຊຍະແສງ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ທ່ານ ເຈີນ ອຶກເຮົາ ອໍານວຍການສູນວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຮ່າຕິ່ງ ສສ ຫວຽດນາມ, ມີພະນັກງານວິຊາການທັງສອງແຂວງ ແລະ ກຸ່ມລ້ຽງກວາງເຂົ້າຮ່ວມ.

May be an image of 11 people
ການຈັດຊຸດຝຶກອົບຮົມຄັ້ງນີ້ແມ່ນປະຕິບັດຕາມເນື້ອໃນ ໂຄງການອະນຸສັນຍາລະຫວ່າງສອງປະເທດ ຫວຽດນາມ-ລາວ ສະນັ້ນສູນຄົ້ນຄວ້າ ແລະ ພັດທະນາເຫັດ ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຮ່າຕິ່ງ (ສສ ຫວຽດນາມ) ໄດ້ສົມທົບກັບພະແນກເຕັກໂນໂລຊີ ແລະ ການສື່ສານແຂວງບໍລິຄຳໄຊ (ສປປ ລາວ) ຈັດຕັ້ງຜັນຂະຫຍາຍການຜະລິດເຫັດ ແລະ ການລ້ຽງກວາງດາວ.

May be an image of 3 people, deer and slow loris

ໂດຍອີງຕາມອະນຸສັນຍາຮ່ວມມືຄົ້ນຄວ້າ ແລະ ນຳໃຊ້ວິທະຍາສາດ ເຕັກໂນໂລຊີ ເພື່ອຜະລິດເຫັດເປັນອາຫານ ແລະ ເປັນຢາ ແລະ ລ້ຽງກວາງດາວ ຢູ່ແຂວງບໍລິຄຳໄຊ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລະຫັດ.44.LA.18 ສູນຄົ້ນຄວ້າ ແລະ ພັດທະນາເຫັດ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຮ່າຕິ່ງ ໄດ້ມອບພໍ່ພັນ, ແມ່ພັນ ກວາງດາວ ເພື່ອຂະຫຍາຍພັນ (ເກີດລູກ) ຈໍານວນ 4 ຄອບຄົວ ແລະ ມອບກວາງເພື່ອລ້ຽງເປັນສິນຄ້າ (ຕັດເຂົາ, ຂາຍຊີ້ນ) ຈໍານວນ 12 ຄອບຄົວ ໃຫ້ຄອບຄົວຕົວແບບຢູ່ແຂວງບໍລິຄຳໄຊ ແລະ ສົ່ງຜູ້ຊ່ຽວຊານລ້ຽງກວາງ ມາຝຶກອົບຮົມ ທິດສະດີ ແລະ ການປະຕິບັດຕົວຈິງກ່ຽວກັບ ເຕັກນິກການລ້ຽງກວາງ ການຕັດເຂົາ ແລະ ການຮັກສາກວາງ ລວມມີທັງໝົດ 115 ໂຕ ໂດຍແບ່ງໃຫ້ 16 ຄອບຄົວ.

May be an image of 10 people

ມາຮອດປະຈຸບັນ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຍັງຈະໄດ້ສືບຕໍ່ຮັດແໜ້ນສາຍພົວພັນ ເພື່ອພັດທະນາການລ້ຽງກວາງ ແລະ ປຸງແຕ່ງເຂົາກວາງ ເພື່ອເປັນຜະລິດຕະພັນຂອງແຂວງ, ທັງນີ້ກໍແມ່ນໜຶ່ງໃນບັນດາແບບຢ່າງໃນການສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ແກ່ປະຊາຊົນ.
ຂ່າວ: ວຽງສະຫວັນ