ສະເປີ ປະກາດປົດ ສະເຕລລິນີ ອອກຈາກຜູ້ຈັດການທີມ ຫຼັງສ້າງຜົນງານຕົກຕໍ່າ

63

ທ໊ອດແນມ ຮ໊ອດສະເປີ ສະໂມສອນຍັກໃຫຍ່ໃນພຣີເມຍລີກ ອັງກິດ ປະກາດຢ່າງເປັນທາງການປົດ ຄຣິສຕຽນ ສະເຕລລິນີ ອອກຈາກຕໍາແໜ່ງຜູ້ຈັດການທີມ ເມື່ອວັນທີ 24 ເມສາ 2023 ຫຼັງຈາກສ້າງຜົນງານໄດ້ຢ່າງຕົກຕໍ່າໂດຍສະເພາະເສຍໃຫ້ກັບ ນິວຄາສຊິລ ຢູໄນເຕັດ ໝົດສະພາບ 1-6.

ສະເຕລລິນີ ຖຶກແຕ່ງຕັ້ງເປັນຜູ້ຈັດການທີມຮັກສາການແທນ ອັນໂຕນິໂອ ຄອນເຕ້ ເມື່ອວັນທີ 26 ມີນາ 2023, ແຕ່ຜົນງານຍິ່ງຕົກຕໍ່າກວ່າເກົ່າ ຈົນຫຼ້າສຸດບຸກໄປເສຍໃຫ້ກັບ ນິວຄາສເຊິລ ຢູໄນເຕັດ ໄປແບບໝົດສະພາບ 1-6 ເມື່ອວັນທີ 23 ເມສາ 2023.

ຫຼ້າສຸດ ສະເປີ ປະກາດຢ່າງເປັນທາງການປົດຕໍາແໜ່ງຂອງ ສະເຕລລິນີ ພ້ອມແຕ່ງຕັ້ງ ໄຣອັນ ເມສັນ ຜູ້ຊ່ວຍຄູຝຶກຂອງ ສະເຕລລິນີ ຂຶ້ນມາເຮັດໜ້າທີ່ແທນໄປກ່ອນ ເຊິ່ງ ເມສັນ ກໍເຄີຍເປັນນັກເຕະຂອງ ສະເປີ ແລະ ເຄີຍຄຸມ ສະເປີ ແບບຊົ່ວຄາວມາແລ້ວໃນປີ 2021.

ສໍາລັບ ບົດພິສຸດທໍາອິດຂອງ ເມສັນ ຈະພາ ສະເປີ ເປີດບ້ານຮັບການມາຢາມຂອງ ແມນເຊັສເຕີ ຢູໄນເຕັດ ໃນວັນທີ 27 ເມສາ 2023 ເຊິ່ງປັດຈຸບັນ ສະເປີ ຢູ່ອັນດັບທີ 5 ຂອງຕາຕະລາງຄະແນນລວມ ໂດຍມີ 53 ຄະແນນຈາກການລົງແຂ່ງຂັນ 32 ນັດ ຕາມຫຼັງ ແມນເຊັສເຕີ ຢູໄນເຕັດ ທີມອັນດັບ 4 ຢູ່ 6 ຄະແນນ, ແຕ່ແຂ່ງຂັນໜ້ອຍກວ່າ 2 ນັດ.