ເປີດແລ້ວ ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ແລະ ວາງສະແດງສິນຄ້າສົ່ງອອກ ແຂວງກວາງຊີ ທີ່ ລາວ

219

ເພື່ອເປັນການສົ່ງເສີມຫົວໜ່ວຍທຸລະກິດໃນ ສປປ ລາວ ກັບ ບັນດາປະເທດອ້ອມຂ້າງໂດຍສະເພາະແມ່ນໄທ ແລະ ຈີນ ໃຫ້ເຊື່ອມໂຍງດ້ານການຮ່ວມ, ການຮ່ວມມືດ້ານທຶນ, ການເປັນຄູ່ຮ່ວມດ້ານທຸລະກິດ ໃນຂົງເຂດອຸດສາຫະກຳ ແລະ ອາຫານ. ໃນວັນທີ 24 ເມສາ 2022 ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ຮ່ວມກັບ ເຂດປົກຄອງຕົນເອງ ເຜົ່າຈວ້າງ ກວາງຊີ ແລະ ກອງເລຂາງານວາງສະແດງ ຈີນ-ອາຊຽນ, ພະແນກການຄ້າແຂວງກວາງຊີ ແລະ ກົມສົ່ງເສີມການຄ້າ ໄດ້ຈັດງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ແລະ ວາງສະແດງສິນຄ້າສົ່ງອອກ ແຂວງກວາງຊີ ທີ່ ສປປ ລາວ ຂຶ້ນ, ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ແຕ່ວັນທີ 24-26 ເມສາ 2023.

ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ, ທ່ານ ຈຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ, ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກຳມະທິການຮ່ວມມື ລາວ-ຈີນ, ທ່ານ ນາງ ເວີຍ ຊາວຮູ້ຍ ຫົວໜ້າກອງເລຂາງານວາງສະແດງ ຈີນ-ອາຊຽນ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ພາກທຸລະກິດເຂົ້າຮ່ວມ.

ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ກ່າວບາງຕອນວ່າ: ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ແລະ ງານວາງສະແດງສິນຄ້າສົ່ງອອກ ແຂວງກວາງຊີ ເປັນຄັ້ງທຳອິດ ທີ່ໄດ້ຈັດຢູ່ ສປປ ລາວ. ເຊິ່ງງານວາງສະແດງໃນຄັ້ງນີ້ແມ່ນມີຄວາມໝາຍສຳຄັນ ແລະ ພິເສດເນື່ອງຈາກເປັນປີ ຄົບຮອບ 20 ປີ ການເປັນຄູ່ຮ່ວມມືຮອບດ້ານຍຸດທະສາດ ຈີນ-ອາຊຽນ, ຄົບຮອບ 20 ປີ ງານວາງສະແດງ ຈີນ-ອາຊຽນ ແລະ ຄົບຮອບ 10 ປີ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ (BRI)” ຂອງປະທານປະເທດ ສີຈິ້ນຜິງ.

ໂອກາດນີ້, ຂໍຕ້ອນຮັບອັນອົບອຸ່ນມາຍັງ ຄະນະຜູ້ແທນຂອງແຂວງກວາງຊີ, ກອງເລຂາງານວາງສະແດງ ຈີນ-ອາຊຽນ ແລະ ບັນດານັກທຸລະກິດ, ບໍລິສັດ, ຫ້າງຮ້ານ ຂອງແຂວງກວາງຊີ ຊຶ່ງຈຳນວນໜຶ່ງແມ່ນເດີນທາງມາແຕ່ ແຂວງກວາງຊີ, ສປ ຈີນ, ຈຳນວນໜຶ່ງແມ່ນດຳເນີນທຸລະກິດ ແລະ ລົງທຶນ ຢູ່ພາຍໃນ ສປປ ລາວ ແລະ ອີກຈຳນວນໜຶ່ງກໍ່ແມ່ນນັກທຸລະກິດມາຈາກ ປະເທດໄທ ໄດ້ພ້ອມກັນເດີນທາງມາເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ແລະ ງານວາງສະແດງສິນຄ້າສົ່ງອອກ ແຂວງກວາງຊີ ໃນຄັ້ງນີ້.

ງານວາງສະແດງສິນຄ້າ ຈີນ-ອາຊຽນ ຖືເປັນງານວາງສະແດງທີ່ການນຳຂັ້ນສູງຂອງຈີນ ແລະ ບັນດາປະເທດອາຊຽນ ໃຫ້ຄວາມສຳຄັນ ທັງເປັນເວທີແຫ່ງການພົວພັນຮ່ວມມືຮອບດ້ານ ລະຫວ່າງ ພາກລັດ, ພາກທຸລະກິດ ແລະ ການໄປມາຫາສູ່ຂອງປະຊາຊົນ ໂດຍມີບົດບາດໃນການຊຸກຍູ້ສົ່ງເສີມດ້ານການຄ້າ-ການລົງທຶນການທ່ອງທ່ຽວ ເພື່ອສະໜັບສະໜູນເຂດການຄ້າເສລີ ຈີນ-ອາຊຽນ ໃຫ້ປະກົດຜົນເປັນຈິງເປັນເທື່ອກ້າວ. ສໍາລັບ ສປປ ລາວ ໄດ້ປະກອບສ່ວນເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ເລີ່ມຕັ້ງແຕ່ປີ 2004 ນະຄອນໜານໜີງ ເປັນຕົ້ນມາ, ເຊິ່ງໃນແຕ່ລະປີ ການນຳຂັ້ນສູງຂອງ ສປປ ລາວ ກໍ່ໄດ້ນຳພາຄະນະຜູ້ແທນພ້ອມດ້ວຍຫົວໜ່ວຍທຸລະກິດທີ່ມີສິນຄ້າທ່າແຮງ, ເຂົ້າຮ່ວມງານວາງສະແດງດັ່ງກ່າວຢ່າງມີຜົນສຳເລັດຕະຫຼອດມາ.

ປັດຈຸບັນ ສປປ ລາວ ກຳລັງສຸມໃສ່ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ IX, ລວມທັງ ການກະກຽມໃຫ້ແກ່ການຫລຸດພົ້ນອອກຈາກ ສະຖານະພາບຄວາມດ້ອຍພັດທະນາໃນຕໍ່ໜ້າ ເອົາໃຈໃສ່ຟື້ນຟູເສດຖະກິດພາຍຫຼັງພະຍາດໂຄວິດ-19 ແລະ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ປີ 2030 ລັດຖະບານໄດ້ຜັນຂະຫຍາຍວາລະ ການພັດທະນາສາກົນ ເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ, ໄດ້ດຳເນີນນະໂຍບາຍເປີດກວ້າງທາງດ້ານເສດຖະກິດ ເພື່ອໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ພ້ອມດຽວກັນນັ້ນ, ລັດຖະບານຍັງໄດ້ສຸມທຸກຄວາມພະຍາຍາມເພື່ອປັບປຸງບັນດານິຕິກຳ ແລະ ມາດຕະການຕ່າງໆ ເພື່ອກະຕຸ້ນການເຕີບໂຕຂອງ ເສດຖະກິດ ອັນສຳຄັນແມ່ນມາດຕະການສົ່ງເສີມ ແລະ ພັດທະນາຄຸນນະພາບສິນຄ້າ, ການເຊື່ອມໂຍງ ຕະຫຼາດສິນຄ້າ, ການຂະຫຍາຍສິນຄ້າປະເພດຕ່າງໆໄປສູ່ຕະຫຼາດພາກພື້ນ ແລະ ສາກົນ, ລວມທັງການຈັບຄູ່ຮ່ວມມືດ້ານການຄ້າ ລະຫວ່າງ ຜູ້ຊື້ ແລະ ຜູ້ຂາຍ ເພື່ອຍົກສູງໃຫ້ການຄ້າຂອງ ສປປ ລາວ ສາມາດແຂ່ງຂັນກັບ ພາກພື້ນ ແລະ ສາກົນໄດ້.

ທ່ານກ່າວຕື່ມວ່າ: ພາຍໃນງານວາງສະແດງມີບໍລິສັດເຂົ້າຮ່ວມທັງໝົດ ຈຳນວນ 175 ບໍລິສັດ, ມີ 235 ຫ້ອງວາງສະແດງືໃນນັ້ນມີບໍລິສັດທຸລະກິດຂອງລາວເຂົ້າຮ່ວມ 25 ຫົວໜ່ວຍ, ນຳໃຊ້ 30 ຫ້ອງວາງສະແດງຈາກ ສປ ຈີນ ມີບໍລິສັດເຂົ້າຮ່ວມ 100 ຫົວໜ່ວຍ, ນຳໃຊ້ 155 ຫ້ອງວາງສະແດງ ແລະ ຈາກປະເທດ ໄທ ຈໍານວນ 50 ບໍລິສັດ, ນຳໃຊ້ 50 ຫ້ອງວາງສະແດງ, ສິນຄ້າທີ່ນຳມາວາງສະແດງປະກອບມີ ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນໄຟຟ້າ, ກົນຈັກ ແລະ ເຄື່ອງມືຮັບໃຊ້ການຜະລິດກະສິກຳ, ນະວັດຕະກຳພະລັງງານສະອາດ, ອຸປະກອນການແພດ ແລະ ການຢາ, ອຸປະກອນເຄື່ອງກໍ່ສ້າງ, ອາຫານ ແລະ ເຄື່ອງດື່ມ.

ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ງານວາງສະແດງສິນຄ້າ, ການພົບປະຈັບຄູ່ທຸລະກິດ ແລະ ບັນດາກິດຈະກຳອື່ນປິ່ນອ້ອມ ໃນຄັ້ງນີ້ ຈະກາຍເປັນເວທີໜຶ່ງ ທີ່ມີຄວາມໝາຍສໍາຄັນຍິ່ງ ທັງເປັນການສ້າງກາລະໂອກາດ ແລະ ແລກປ່ຽນຕະຫຼາດຮ່ວມກັນ ເຮັດໃຫ້ທຸລະກິດ ລາວ-ຈີນ ສາມາດຊອກໄດ້ຄູ່ຄ້າ ກໍຄື ຕະຫຼາດ ແລະ ໄດ້ເຊັນສັນຍາຮ່ວມມືທຸລະກິດ ໃນຫລາຍຂົງເຂດ ໂດຍນຳໃຊ້ປະໂຫຍດຈາກການເຂົ້າຮ່ວມງານຄັ້ງນີ້ແນ່ໃສ່ເພີ່ມທະວີ ແລະ ສົ່ງເສີມດ້ານເສດຖະກິດ, ການຄ້າ, ການລົງທຶນ, ທ່ອງທ່ຽວ ຕະຫຼອດຮອດການພົວພັນຮ່ວມມື ລະຫວ່າງ ພາກລັດ, ພາກທຸລະກິດ ແລະ ປະຊາຊົນ ຊຶ່ງຈະເປັນການປະກອບສ່ວນເຂົ້າໃນການເພີ່ມມູນຄ່າການຄ້າລະຫວ່າງສອງປະເທດ ໃຫ້ນັບມື້ນັບຫຼາຍຍິ່ງຂຶ້ນ.