ໝໍ້ໄຟລົດເລີ່ມເສື່ອມສະພາບ ຈະສັງເກດແນວໃດ?

75

ໝໍ້ໄຟລົດ ຄືອຸປະກອນທີ່ມີ ຄວາມສໍາຄັນສໍາລັບລົດ ເຮັດໜ້າທີ່ໃນການຕິດຈັກລົດ ແລະ ຈ່າຍກະແສໄຟຟ້າໃຫ້ອຸປະກອນຕ່າງໆພາຍໃນລົດ ເຊິ່ງຜູ້ໃຊ້ລົດຕ້ອງໝັ່ນເບິ່ງແຍງຢ່າງເປັນປະຈໍາ ເພາະໝໍ້ໄຟລົດນັ້ນ ມີອາຍຸ ແລະ ຈະໃຊ້ໄດ້ດົນເທົ່າໃດຂຶ້ນກັບລັກສະນະການໃຊ້ງານ ລວມທັງປັດໄຈອື່ນໆ. ດັ່ງນັ້ນ, ການສຶກສາເພື່ອໃຫ້ເຂົ້າໃຈກ່ຽວກັບໝໍ້ໄຟຍ່ອມຊ່ວຍໃຫ້ເຈົ້າຂອງລົດ ແລະ ຜູ້ຂັບຂີ່ທຸກຄົນ ສາມາດໃຊ້ງານລົດລວມທັງເບິ່ງແຍງຮັກສາສ່ວນຕ່າງໆໄດ້ຢ່າງຖືກຕ້ອງ ໂດຍບໍ່ໄດ້ເປັນບັນຫາສ້າງຄວາມເສຍຫາຍໂດຍທີ່ບໍ່ຈໍາເປັນ.

ໝໍ້ໄຟລົດໃຊ້ໄດ້ຈັກປີ? ອາດເປັນເລື່ອງຍາກທີ່ຈະຕອບໄດ້ຊັດເຈນ ເພາະປັດໄຈທີ່ສົ່ງຜົນຕໍ່ອາຍຸການໃຊ້ງານຂອງໝໍ້ໄຟນັ້ນ ມີຫຼາຍສ່ວນດ້ວຍກັນ ເຖິງເຮົາຈະຮັກສາເປັນປະຈໍາ ເນື່ອງຈາກມີບາງກໍລະນີທີ່ບໍ່ສາມາດຄວບຄຸມໄດ້ ເປັນຕົ້ນແມ່ນສະພາບອາກາດ ແລະ ອຸນຫະພູມ ໂດຍສະເລ່ຍແລ້ວໝໍ້ໄຟລົດມີອາຍຸການໃຊ້ງານຢ່າງໜ້ອຍ 2 – 5 ປີ.
ໝໍ້ໄຟສ່ວນໃຫຍ່ຈະມີໂອກາດເສື່ອມສະພາບໄວກວ່າປົກກະຕິ ໃນສະພາບອາກາດທີ່ໜາວເກີນໄປ ຫຼື ຮ້ອນເກີນໄປ ແລະ ຍິ່ງຕ້ອງໄດ້ຈອດລົດໃນສະພາບແວດລ້ອມດັ່ງກ່າວເປັນເວລາດົນນານ ສົ່ງຜົນໃຫ້ໝໍ້ໄຟເສື່ອມສະພາບໄວໄດ້ ເພາະແຜ່ນຂີ້ກົ່ວອາດຈະເກີດຕະກອນ ເຮັດໃຫ້ມີການກັກເກັບໄຟບໍ່ໄດ້ດີນັ້ນເອງ.


ຫາກໄດສາກເກີດການເສື່ອມສະພາບ ມີການປ່ອຍກະແສໄຟຟ້າທີ່ຕໍ່າກວ່າຄ່າສະເລ່ຍໄປຍັງໝໍ້ໄຟ ເຮັດໃຫ້ໂອກາດທີ່ໄຟໃນໝໍ້ໄຟຈະຮົ່ວໄຫຼ ແລະ ບໍ່ສາມາດເກັບໄຟໄດ້ ເຖິງວ່າໃນຂະນະທີ່ສະຕາດເຄື່ອງຈັກ, ນອກນີ້ຫາກມີການດັດແປງໄດສາກໃຫ້ສົ່ງກະແສໄຟຟ້າໄດ້ໄວຍິ່ງຂຶ້ນ ເຮັດໃຫ້ມີກະແສໄຟໄຫຼເຂົ້າສູ່ໝໍ້ໄຟຫຼາຍກວ່າປົກກະຕິ ສ່ວນໃຫຍ່ ພົບໄດ້ໃນລົດທີ່ດັດແປງເຄື່ອງສຽງ.
– ການຕໍ່ຂົ້ວໝໍ້ໄຟບໍ່ດີ ໃນສ່ວນຂອງການຕິດຕັ້ງໝໍ້ໄຟນັ້ນ ຫາກມີການຕໍ່ຂົ້ວໝໍ້ໄຟບໍ່ດີ ອາດຈະຫຼົມ ຫຼື ບໍລິເວນຂົ້ວຕໍ່ມີຂີ້ໝ້ຽງ ກໍອາດເປັນອີກສາເຫດໜຶ່ງທີ່ເຮັດໃຫ້ການໄຫຼຂອງກະແສໄຟ ແລະ ລະບົບການສາກໄຟກັບເຂົ້າໝໍ້ໄຟນັ້ນ ເຮັດໄດ້ບໍ່ເຕັມປະສິດທິພາບ ສົ່ງຜົນໃຫ້ໝໍ້ໄຟເສື່ອມໄວນັ້ນເອງ.
– ການໃຊ້ງານ ເປີດໄຟ ຫຼື ອຸປະກອນເອເລັກໂຕຣນິກປະ ໄວ້: ຫຼັກການປະຕິບັດໂດຍທົ່ວໄປ ກໍຄືຜູ້ໃຊ້ລົດຄວນກວດສອບໄຟພາຍໃນຫ້ອງໂດຍສານ ຫຼື ອຸປະກອນໄຟຟ້າອື່ນໆໃນລົດທຸກຄັ້ງ ກ່ອນອອກຈາກລົດ ເພາະອາດເຮັດໃຫ້ໝໍ້ໄຟຕ້ອງຈ່າຍໄຟຈົນໝົດສົ່ງຜົນໃຫ້ ສະຕາດລົດບໍ່ຕິດ ແລະ ເປັນສາເຫດຂອງການເສື່ອມຂອງໝໍ້ໄຟລົດ.

▶ສັນຍານບົ່ງບອກວ່າໝໍ້ໄຟລົດໝົດ ຫຼື ເສື່ອມສະພາບ ມີຄື:
1. ເຄື່ອງຈັກລົດສະຕາດຕິດຍາກ ຫຼື ບໍ່ຕິດ ການສະຕາດລົດນັ້ນ ຈະໃຊ້ໄຟຈາກໝໍ້ໄຟຫຼາຍທີ່ສຸດ ແລະ ຫາກເຄື່ອງຈັກມີການໝູນຊ້າລົງ ແລະ ສະຕາດຕິດໄດ້ຍາກ ສາເຫດໜຶ່ງກໍມາຈາກໝໍ້ໄຟລົດເກັບໄຟບໍ່ຢູ່ ແລະ ຈ່າຍໄຟຟ້າໄດ້ໜ້ອຍລົງ ກັບອີກກໍລະນີໜຶ່ງ ຫາກສະຕາດເຄື່ອງຈັກແລ້ວມີສຽງການໝູນຂອງເຄື່ອງຈັກ ແຕ່ລົດກໍຍັງສະຕາດບໍ່ຕິດບັນຫານີ້ມັກເກີດຈາກກໍາລັງໄຟໃນໝໍ້ໄຟບໍ່ພໍນັ້ນເອງ.
2. ໄຟຕາໜ້າລົດສະຫວ່າງໜ້ອຍລົງ ທຸກຄັ້ງທີ່ຕ້ອງຂັບລົດເວລາກາງຄືນ ແລ້ວຕ້ອງເປີດໄຟໜ້າ ໃຫ້ລອງສັງເກດເບິ່ງວ່າແສງໄຟມີຄວາມສະຫວ່າງຫຼຸດລົງ ຫຼື ບໍ່ ຖ້າຫຼຸດລົງກໍໝາຍ ຄວາມວ່າໝໍ້ໄຟກໍາລັງມີບັນຫາ.
3. ໄດ້ກິ່ນຂິວຜິດປົກກະຕິ ຫາກໝໍ້ໄຟມີກິ່ນຂິວເໝັນຄືກັບໄຂ່ເນົ່າ ນັ້ນເປັນສັນຍານບອກຢ່າງໜຶ່ງວ່າໝໍ້ໄຟກໍາລັງຮົ່ວ ແລະ ເກີດການເສຍຫາຍ ຫາກຍັງຝືນໃຊ້ງານຕໍ່ໄປອາດຈະເປັນອັນຕະລາຍ ຫຼື ອາໄຫຼ່ອື່ນໄດ້ຮັບຄວາມເສຍຫາຍ ຄວນປ່ຽນໝໍ້ໄຟໃໝ່ທັນທີ.
4. ຕ້ອງພວງໝໍ້ໄຟຢູ່ເປັນປະຈໍາ ສາເຫດນີ້ບໍ່ໄດ້ແຍກວ່າຈະເປັນລົດໃໝ່ ຫຼື ລົດເກົ່າ ເພາະສາມາດພົບບັນຫາໄດ້ທັງໝົດ ເນື່ອງຈາກການລືມປິດໄຟໜ້າລົດ ຫຼື ອຸປະກອນໄຟຟ້າບາງຢ່າງ ເຮັດໃຫ້ໝໍ້ໄຟໝົດ ຈຶ່ງຈໍາເປັນຕ້ອງໃຊ້ວິທີການພວງໝໍ້ໄຟປະຈໍາ ແຕ່ການພວງໝໍ້ໄຟເລື້ອຍໆນັ້ນ ບໍ່ແມ່ນເລື່ອງດີແຕ່ຢ່າງໃດ ອາດເຮັດໃຫ້ໝໍ້ໄຟເສື່ອມໄວກວ່າປົກກະຕິໄດ້.
5. ຄວາມຜິດປົກກະຕິຂອງໝໍ້ໄຟ ບັນຫາຂອງໝໍ້ໄຟໝົດໄວ ຫຼື ເສື່ອມ ນອກຈາກເກີດຈາກການໃຊ້ງານຂອງເຮົາຍັງເກີດຈາກຄຸນນະພາບ ແລະ ມາດຕະຖານການຜະລິດຂອງໝໍ້ໄຟນັ້ນໆ ໄດ້ເຊັ່ນ: ໝໍ້ໄຟມີອຸນຫະພູມທີ່ສູງ, ໝໍ້ໄຟມີການສະສົມ ຄວາມເປັນກົດ ແລະ ໝໍ້ໄຟບວມ.
6. ສັນຍາລັກໃນໝໍ້ໄຟປ່ຽນໄປ ປັດຈຸບັນຜູ້ຜະລິດໝໍ້ໄຟຈະເຮັດຊ່ອງໄວ້ສໍາລັບສັງເກດ ໝໍ້ໄຟວ່າຍັງຢູ່ໃນລະດັບການໃຊ້ງານປົກກະຕິ ຫຼື ບໍ່ ໂດຍຈະມີແຖບໃຫ້ປຽບທຽບສັນຍາລັກຢູ່ໃນໝໍ້ໄຟ ເຊິ່ງເຮົາສາມາດສັງເກດ ແລະ ກວດສອບໄດ້ດ້ວຍຕົວເອງ.