ກໍາລັງກອງພົນທະຫານຮາບທີ1 ເກືອບ 300 ສະຫາຍບຸກສະກັດກັ້ນໄຟໄໝ້ປ່າເຂດບ້ານໂຊກໄຊ

65

ຍາມນີ້ທຸກພື້ນທີ່ມີຄວາມສ່ຽງສູງຫຼາຍ ຕໍ່ບັນຫາໄຟໄໝ້ລາມປ່າເນື່ອງຈາກຕົ້ນໄມ້ໃບຫຍ້າແຫ້ງສະໜິດ ເຮັດໃຫ້ງ່າຍຕໍ່ການຕິດໄຟ ຫາກທຸກຄົນບໍ່ເປັນເຈົ້າການເຝົ້າລະວັງປ້ອງກັນບັນຫານີ້, ຫຼ້າສຸດອ້າຍນ້ອງຈາກກອງພົນທະຫານຮາບທີ1 ເກືອບ 300 ສະຫາຍໄດ້ຕະລຸມບອນເຂົ້າຊ່ວຍດັບໄຟທີ່ກຳລັງໄໝ້ຢ່າງແຮງ.

ອາດເປັນຮູບພາບຂອງ ຕົ້ນໄມ້

ຕາມລາຍງານຂ່າວ ໃນວັນທີ 22 ເມສາ 2023 ນີ້, ກອງພົນທະຫານຮາບທີ1 ສົບທົບກັບ ກອງບັນຊາການທະຫານເມືອງວັງວຽງ ແຂວງວຽງຈັນ, ອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນຂອບເຂດໃກ້ຄຽງ ສຸມໃສ່ສະກັດກັ້ນ ແລະ ດັບມອດໄຟໄໝ້ປ່າ ຢູ່ເຂດບ້ານໂຊກໄຊ ( ຄຸ້ມໜອງບົວ ) ເມືອງວັງວຽງ ແຂວງວຽງຈັນ.

ອາດເປັນຮູບພາບຂອງ 5 ຄົນ
ຕາມລາຍງານຂອງຜູ້ເຫັນເຫດການ: ໃນເວລາປະມານ 19: 00 ໂມງ ວັນທີ 21 ເມສາ 2023 ໄດ້ເຫັນແສງໄຟຈຸດນ້ອຍໆຢູ່ຂອບເຂດຈຸດເກີດເຫດ ແຕ່ເວລາຜ່ານໄປບໍ່ພໍເທົ່າໃດກໍ່ເກີດໄຟໄໝ້ລາມຂະຫຍາຍເປັນບໍລິເວນກ້ວາງ; ຈາກນັ້ນ, ອໍານາດການປົກຄອງບ້ານ ໄດ້ລາຍງານການຈັດຕັ້ງຂັ້ນເທິງ ແລະ ເຕົ້າໂຮມປະຊາຊົນ ເພື່ອແກ້ໄຂບັນຫາດັ່ງກ່າວ, ແຕ່ຍ້ອນເປັນເວລາກາງຄືນ, ອາກາດຮ້ອນ, ມີລົມພັດຜ່ານເລັກນ້ອຍ ແລະ ຈຸດເກີດເຫດເປັນປ່າໄມ້ໃຫຍ່ປະສົມກັບປ່າໄມ້ເຮ້ຍ-ໄມ້ຊອດ, ທັງເປັນປ່າເຮື້ອບວກກັບສະພາບພູມີປະເທດເປັນຜູສູງຊັນ ຈຶ່ງບໍ່ສາມາດແກ້ໄຂເຫດການໄດ້ທັນເວລາ.

ອາດເປັນຮູບພາບຂອງ 1 ຄົນ ແລະ ພູເຂົາ
ຮອດຕອນເຊົ້າວັນທີ່ 22 ເມສາ 2023 ກອງພົນທະຫານຮາບທີ 1 ຈຶ່ງໄດ້ຮັບລາຍງານ ແລະ ໄດ້ຈັດຕັ້ງກໍາລັງຈໍານວນເກືອບ 300 ສະຫາຍ, ນໍາພາໂດຍ ສະຫາຍ ພັນໂທ ດາວອນ ຫຼ່ຽມພິມມະສອນ ຮອງຫົວໜ້າຫ້ອງເສນາທິການ ກອງພົນທະຫານຮາບທີ 1 ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນໍາໃຊ້ກໍາລັງເຂົ້າປະຕິບັດການ ເພື່ອສະກັດກັ້ນ ແລະ ດັບມອບໄຟບໍ່ໃຫ້ລາມໄປຂອບເຂດທີ່ມີຄວາມສ່ຽງສູງ ເຊັ່ນ: ເສັ້ນທາງລົດໄຟລາວ-ຈີນ, ບ້ານເຮືອນພໍ່ແມ່ປະຊາຊົນ ດ້ວຍວິທີຖາງປ່າຕັດແລວທາງໃຫ້ເປີດແປນ, ບໍລິເວນໃດໄຟອ່ອນລົງກໍ່ນໍາໃຊ້ ນໍ້າຫົດເພື່ອດັບໄຟທັນທີ.

ອາດເປັນຮູບພາບຂອງ 1 ຄົນ

ຈາກການປະຕິບັດໜ້າທີ່ຂອງກໍາລັງພາກສ່ວນຕ່າງໆ ເປັນເວລາ 1 ວັນເຕັມ ສາມາດສະກັດກັ້ນ ແລະ ດັບມອດໄຟໄດ້ຫຼາຍຈຸດ ເຮັດໃຫ້ຂອບເຂດທີ່ມີຄວາມສ່ຽງສູງມີຄວາມປອດໄພ ແລະ ມາຮອດຕອນເຊົ້າຂອງວັນທີ 23 ເມສາ 2023 ຈຶ່ງສາມາດດັບມອດໄຟລົງໄດ້ ເຊິ່ງມີເນື້ອທີ່ຖືກເສຍຫາຍປະມານ 20 ກວ່າເຮັກຕາ .