ຝຣັ່ງ ຊ່ວຍເຫຼືອຄ່າໄຟຟ້າແກ່ປະຊາຊົນ ຈົນເຖິງປີ 2025

102

ເວັບໄຊຂອງ VTV.VN ລາຍງານວ່າ: ກະຊວງການເງິນຂອງປະເທດຝຣັ່ງ ຈະຍັງອຸດໜູນຄ່າໄຟຟ້າໃຫ້ແກ່ປະຊາຊົນໄປອີກ 2 ປີ ແລະ ຈະຢຸດໃນຕົ້ນປີ 2025 ເນື່ອງຈາກລາຄາໄຟຟ້າຍັງສູງ ເມື່ອທຽບກັບປີ 2021.

ไม่มีคำอธิบายรูปภาพ

ທ່ານ Maire ລັດຖະມົນຕີກະຊວງການເງິນ ຝຣັ່ງ ກ່າວວ່າ: ລັດຖະບານຈະຍັງອຸດໜູນຄ່າໄຟຟ້າໃຫ້ແກ່ປະຊາຊົນຈົນເຖິງປີ 2025 ໃນບໍລິບົດຂອງຄ່າໄຟຟ້າທີ່ຍັງສູງ ແລະ ໂຮງໄຟຟ້ານິວເຄລຍບາງແຫ່ງຂອງປະເທດ ຍັງປິດການດຳເນີນການ. ໃນຂະນະທີ່ຄ່າໄຟຟ້າຍັງຢູ່ໃນລະດັບສູງ ເມື່ອທຽບກັບປີ 2021, ກະຊວງການເງິນ ຈະຍັງອຸດໜູນຄ່າໄຟຟ້າໄປອີກ 2 ປີ ແລະ ຈະສິ້ນສຸດໃນຕົ້ນປີ 2025 ແຕ່ການອຸດໜູນແກ໊ສແມ່ນຈະສິ້ນສຸດໃນປີນີ້.

อาจเป็นรูปภาพของ หมอก, ถนน และ ถนน

ປັດຈຸບັນ, ລາຄາໄຟຟ້າໃນຝຣັ່ງ ເພີ່ມຂຶ້ນຕ່ຳກວ່າປະເທດອື່ນ ເນື່ອງຈາກເງິນອຸດໜູນຂອງລັດຖະບານ ໂດຍອຸດໜູນ 4% ໃນປີ 2022 ແລະ 15% ໃນປີ 2023 ເຊິ່ງຄາດວ່າຈະມີມູນຄ່າ 45 ພັນລ້ານເອີໂຣ.

อาจเป็นรูปภาพของ ตึกระฟ้า, แสงอาทิตย์ลับขอบฟ้า, หมอก และ วิกตอเรียพีค

ກ່ອນໜ້ານີ້, ເມື່ອວັນທີ 20 ເມສາ ທ່ານລັດຖະມົນຕີກະຊວງການເງິນຝຣັ່ງ ກໍໄດ້ກ່າວຢືນຢັນ ເຖິງເວລາແລ້ວທີ່ຈະຕ້ອງຫຼຸດການໃຊ້ຈ່າຍສາທາລະນະ ເພື່ອຫຼຸດການຂາດດຸນງົບປະມານປະຈໍາປີ ແລະ ໜີ້ສິນລວມຂອງຝຣັ່ງ ເປັນໜຶ່ງໃນປະເທດທີ່ມີໜີ້ສູງທີ່ສຸດໃນສະມາຊິກສະຫະພາບເອີຣົບ ເຊິ່ງເນັ້ນຍໍ້າວ່າ ຈໍາເປັນຕ້ອງເລັ່ງຫຼຸດໜີ້ຕັ້ງແຕ່ຕອນນີ້ ໄປຈົນເຖິງສິ້ນສຸດວາລະທີ່ສອງຂອງການດຳລົງຕຳແໜ່ງຂອງປະທານາທິບໍດີ ເອັມມານູເອລ ມາຄຣອງ ໃນປີ 2027.