ສໍານັກຂ່າວອິນໂຟເຄວສ໌ ລາຍງານວ່າ: ລັດຖະບານຫວຽດນາມ ໄດ້ເປີດເຜີຍວ່າ ບໍລິສັດ ຂວັນຕ້າ ຄອມພິວເຕີ ( Quanta Computer ) ຂອງ ຈີນໄຕ້ຫວັນ ເຊິ່ງເປັນບໍລິສັດທີ່ຈັດຫາສິນຄ້າ ແລະ ບໍລິການຂອງ ບໍລິສັດແອັບເປີ້ນ ( Apple Inc ) ວາງແຜນທີ່ຈະສ້າງໂຮງງານຜະລິດ MacBook ໃນປະເທດຫວຽດນາມ.
ລັດຖະບານຫວຽດນາມ ລະບຸໃນຖະແຫຼງການທີ່ອອກມາເມື່ອວັນທີ 21 ເມສາຜ່ານມາວ່າ: ບໍລິສດຂວັນຕ້າ ຄອມພິວເຕີ ເຊິ່ງເປັນຜູ້ຮັບຈ້າງຜະລິດ MacBook ໃຫ້ກັບບໍລິສັດແອັບເປີ້ນ ຂອງສະຫະລັດອາເມຣິກາ ໄດ້ລົງນາມໃນຂໍ້ຕົກລົງເມື່ອວັນທີ 21 ເມສາປີນີ້ ກັບເຈົ້າໜ້າທີ່ຂອງແຂວງນາມດິ້ງ ຂອງຫວຽດນາມ ເພື່ອສ້າງໂຮງງານໃນນິຄົມອຸດສາຫະກຳ.
ຂະນະທີ່ສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ: ໂຮງງານທີ່ຈະສ້າງນີ້ ຄວບຄຸມເນື້ອທີ່ 22,5 ເຮັກຕາ ເຊິ່ງຈະເປັນໂຮງງານແຫ່ງທີ 9 ຂອງຂວັນຕ້າ ທີ່ມີຢູ່ໃນໂລກ. ເຖິງຢ່າງໃດກໍຕາມ, ຖະແຫຼງການທີ່ໄດ້ອອກມານັ້ນ ກໍຍັງບໍ່ທັນໄດ້ລະບຸວ່າໂຮງງານດັ່ງກ່າວຈະມີກຳລັງການຜະລິດເທົ່າໃດ ແລະ ບໍ່ໄດ້ເປີດເຜີຍກ່ຽວກັບໄລຍະເວລາຂອງການກໍ່ສ້າງໂຮງງານ.