ນໍ້າເຂົ້າປຸ້ນກະທິ ສູດດັ້ງເດີມ

39

ເຂົ້າປຸ້ນ ເປັນເມນູທີ່ຫຼາຍຄົນມັກເຮັດກິນ ແລະ ນໍ້າເຂົ້າປຸ້ນກໍມີຫຼາຍຊະນິດ ເຊັ່ນ: ນໍ້າກະທິ, ນໍ້າປົ່ນປາ, ນໍ້າຕົ້ມເຄື່ອງໃນ ແລະ ອີກຫຼາຍຊະນິດ, ມື້ນີ້ຄໍລໍາອາຫານຈະພາທ່ານມາເຮັດນໍ້າກະທິໄວ້ກິນເອງ ຫຼື ຮັບແຂກໃນງານພິທີຕ່າງໆໄດ້.
+ ສ່ວນປະກອບ:

▶ ຂ່າ, ຫົວຜັກທຽມ, ຫົວຜັກບົ່ວ, ໃບຂີ້ຫູດ
▶ ກະທິ, ກະປິ, ປາແດກ, ນໍ້າ
▶ ເກືອ, ແປ້ງນົວ, ນໍ້າຕານ, ນໍ້າປາ
▶ ປານິນ, ດູກໝູ, ຊີ້ນໝູບົດ, ເລືອດ, ຫຼື ໃສ່ຕີນໄກ່, ປີກໄກ່, ລູກຊີ້ນກໍໄດ້ຕາມໃຈມັກ.
▶ ໝາກເຜັດຜົງ ( ໝາກເຜັດໜ້າເຂົ້າປຸ້ນທີ່ບໍ່ມີເມັດ )
▶ ເຂົ້າປຸ້ນ, ເຫຍື່ອ ( ໝາກປີ, ກະລໍ່າ, ໝາກຖົ່ວ, ຖົ່ວງອກ, ຫອມລາບ ແລ້ວແຕ່ມັກ )
ວິທີເຮັດ:

▶ ຄ້າງໝໍ້ໃສ່ນໍ້າ ຕາມປະລິມານປາ ແລະ ເຂົ້າປຸ້ນ ຖ້າເຮັດຫຼາຍນໍ້າກໍໃສ່ຫຼາຍ ຕົ້ມໃຫ້ນໍ້າຟົດ ແລ້ວຕົ້ມໂຕປາ ໂດຍໝໍ້ຕ້ອງໃສ່ຂ່າຫຼາຍໆ ທີ່ມີໂຕຕອງໃສ່ໝໍ້ ຕົ້ມປະມານ 15 ນາທີ ຈົນປາສຸກຈາກນັ້ນຕັກປາອອກໄວ້ໃຫ້ເຢັນ ແລ້ວໄຈ້ກ້າງ ເອົາຊີ້ນປາທີ່ໄຈ້ແລ້ວ ມາຕຳໃຫ້ລະອຽດ, ສ່ວນນໍ້າຕົ້ມປາແມ່ນແຍກເກັບໄວ້ກ່ອນ.
▶ ເອົາກະທິລົງໝໍ້ ຄ້າງໄຟໃຫ້ກະທິແຕກມັນ ແລ້ວເອົາກະທຽມ, ຫົວຜັກບົ່ວ ແລະ ຫົວຜັກທຽມທີ່ບົດໄວ້ລົງໄປຈຽວໃຫ້ ຕາມດ້ວຍນໍ້າໃຈ ຫຼື ໝາກເຜັດໜ້າເຂົ້າປຸ້ນ ຈຽວຈົນໜ້າແດງຂຶ້ນ ເອົາປາທີ່ຕຳໄວ້ລົງ ຈາກນັ້ນກໍຄົນໆ ແລະ ປົງອອກປະໄວ້.
▶ ມາຕົ້ມນໍ້າເຂົ້າປຸ້ນກັນ ໃຊ້ນໍ້າສະອາດ ປົນກັບກະທິ, ໃສ່ຂ່າຝານ, ໃບຂີ້ຫູດ, ໃສ່ກະປິໜ້ອຍໜຶ່ງ, ເອົາດູກໝູລົງ, ໝູບົດລົງ, ເອົານໍ້າຕົ້ມປາທີ່ແຍກໄວ້ມາຕອງລົງ.
▶ ປຸງດ້ວຍເກືອ, ແປ້ງນົວ, ນໍ້າຕານ ຊີມລົດຊາດໃຫ້ອອກ ຫວານ, ມັນ, ນົວ ເຄັມໜ້ອຍໜຶ່ງຫອມປາແດກ ຕົ້ມໄປປະມານ 1 ຊົ່ວໂມງ ຈົນດູກເປື່ອຍ ແລ້ວເອົາໜ້າເຂົ້າປຸ້ນລົງ ຄົນໃຫ້ເຂົ້າກັນ ເທົ່ານີ້ກໍຮຽບຮ້ອຍ ພ້ອມເສີບໄດ້.
[ ໂດຍ: ນົກແຕນແວນ ]