ຮໍໂມນສໍາຄັນແນວໃດ ໃນໄວກະສຽນ

57

ຮໍໂມນເພດ ຫຼື ຮໍໂມນເອສໂຕຣເຈນຈະຫຼຸດລົງເລື້ອຍໆສົ່ງຜົນຕໍ່ການປ່ຽນແປງທາງຮ່າງກາຍ ແລະ ຈິດໃຈ ເຊິ່ງຂຶ້ນຢູ່ກັບສະພາບຮ່າງກາຍແຕ່ລະຄົນ ຮໍໂມນຈໍານວນຫຼາຍທີ່ຢູ່ໃນຮ່າງກາຍຈະມີບົດບາດ ແລະ ໜ້າທີ່ແຕກຕ່າງກັນອອກໄປ ຂຶ້ນຢູ່ກັບລັກສະນະຮໍໂມນຊະນິດນັ້ນໆ ແລະ ຮໍໂມນບາງຊະນິດກໍອາດມີຫຼາຍບົດບາດໄດ້ຄືກັນ.
ເມື່ອລະດັບຮໍໂມນຫຼຸດລົງໂດຍທົ່ວໄປຈະເກີດອາການອ່ອນເພຍ, ນອນບໍ່ຫຼັບ, ປວດເມື່ອຍຮ່າງກາຍ, ເບື່ອອາຫານ ຮູ້ສຶກຮ້ອນວາບຕາມຮ່າງກາຍ, ເຫື່ອອອກ ແລະ ໃຈສັ່ນ ລວມທັງອາການທາງຈິດໃຈ ແລະ ສະໝອງ ເຊັ່ນ: ຄວາມຈໍາຫຼຸດລົງ, ສະມາທິສັ້ນ, ຫງຸດຫງິດງ່າຍ, ຕະຫຼອດເຖິງເລື່ອງອາລົມທາງເພດທີ່ຫຼຸດລົງຕາມໆກັນ ການໃຊ້ຮໍໂມນທົດແທນຂຶ້ນຢູ່ກັບວ່າອາການທີ່ເປັນນັ້ນກະທົບເຖິງຊີວິດຫຼາຍໜ້ອຍປານໃດ ລວມທັງສະພາບຈິດໃຈຂອງແຕ່ລະຄົນດ້ວຍ ຖ້າບໍ່ກະທົບຫຼາຍກໍບໍ່ຈໍາເປັນຕ້ອງໃຊ້ຮໍໂມນທົດແທນ ເຊິ່ງຄວນປຶກສາແພດກ່ອນເມື່ອຕ້ອງການໃຊ້ເພື່ອຄວາມປອດໄພ.

ທັງນີ້ເຮົາສາມາດເສີມຮໍໂມນໄດ້ດ້ວຍອາຫານທີ່ມີສ່ວນປະກອບຕາມທໍາມະຊາດໄດ້ ເຊັ່ນ:
– ອາຫານໃນກຸ່ມເບຕາແຄໂຣຕິນ ຊ່ວຍໃນການກໍາຈັດສານພິດໃນສະໝອງ ແລະ ຊ່ວຍໃຫ້ສະໝອງໄດ້ຮັບອົກຊີເຈນ ສ່ວນຫຼາຍຈະຢູ່ນໍາໝາກໄມ້ສີຊະນິດຕ່າງໆ ເຊັ່ນ: ຫົວກາຣົດ, ໝາກອຶ, ແຄນຕາລູບ, ໝາກເຫຼ່ນ, ໝາກຫຸ່ງສຸກ, ໝາກກ້ຽງ ແລະ ຜັກໃບຂຽວເຊັ່ນ: ຜັກປັງ, ບັອກໂຄຣີ, ຜັກກາດນາ ເປັນຕົ້ນ.
– ນອກຈາກນັ້ນກໍຈະມີອາຫານຈໍາພວກວິຕາມິນບີ ຈະຊ່ວຍສົ່ງເສີມລະບົບໄຫຼວຽນເລືອດ, ການເຮັດວຽກຂອງຮໍໂມນ, ເສີມໃຫ້ລະບົບກ້າມເນື້ອແຂງແຮງ ໂດຍວິຕາມິນບີ 6 ມີຫຼາຍໃນເຂົ້າສາລີ, ໄກ່, ປາ, ກະລໍ່າປີດອກ… ສ່ວນວິຕະມິນບີ 12 ມີຫຼາຍໃນຕັບ, ຊີ້ນງົວ, ຊີ້ນໝູ, ປາ, ເຂົ້າ, ໄຂ່, ທັນຍາພືດ, ນົມ, ວິຕາມິນຊີຊ່ວຍດ້ານການໄຫຼວຽນຂອງເລືອດ ເຮັດໃຫ້ເສັ້ນເລືອດມີການຂະຫຍາຍຕົວໄດ້ດີ ແລະ ຊ່ວຍເຮັດໃຫ້ອະສຸຈິແຂງແຮງບໍ່ຈັບຕົວເປັນກຸ່ມ ພົບເຫັນໃນຜັກ ແລະ ໝາກໄມ້ສົດທຸກຊະນິດ.

– ວິຕາມິນອີ: ວິຕາມິນອີ ຊ່ວຍຕໍ່ຕ້ານສານອະນຸມູນອິດສະຫຼະເສີມຄວາມແຂງແຮງຂອງເຊວເນື້ອເຫຍື່ອຫົວໃຈ ແລະ ກ້າມເນື້ອຕ່າງໆປ້ອງກັນການເຊື່ອມຂອງເນື້ອເຫຍື່ອ ແລະ ຮໍໂມນ, ສ້າງພູມຄຸ້ມກັນຂອງຮ່າງກາຍ.
– ແຄວຊ້ຽມຊ່ວຍເພີ່ມ ຄວາມແຂງແຮງຂອງກະດູກ ແລະ ກ້າມເນື້ອລະບົບປະສາດ ພົບໃນອາຫານຈໍາພວກຜະລິດຕະພັນຈາກນົມ ແລະ ຖົ່ວເຫຼືອງ ແລະ ຜັກໃບຂຽວເຊັ່ນ: ຜັກກາດນາ, ຜັກປັງ ເປັນຕົ້ນ.
– ໂຄຣມຽມ: ຖ້າຂາດໂຄຣ ມຽມຈະເຮັດໃຫ້ຄວາມຕ້ອງການທາງເພດຫຼຸດລົງ ອາຫານຈໍາພວກນີ້ພົບຫຼາຍໃນໝາກອາງຸ່ນ, ແອັບເປິ້ນ, ຜັກໃບຂຽວ, ເຫັດ, ໝາກຖົ່ວ ເປັນຕົ້ນ.
– ສັງກະສີ: ມີບົດບາດສໍາຄັນໃນການສ້າງຮໍໂມນເພດຊາຍ ແລະ ການເຮັດວຽກຂອງຕ່ອມລູກໝາກ ຄວນຮັບປະທານອາຫານປະເພດ ຫອຍນາງລົມ, ປູ, ແກ່ນໝາກອຶ, ໝາກຖົ່ວ, ຫົວຫອມ ແລະ ໄຂ່ແດງ.
[ ຂໍ້ມູນຈາກ:ໂຮງໝໍລາມຄໍາແຫງ ]