ຕະຫຼາດໃນທົ່ວປະເທດ ມີເກືອບ 1000 ແຫ່ງ ທ່ານວ່າຫຼາຍສຸດໃສ

188

ຕະຫຼາດແມ່ນເປັນສະຖານທີ່ຊື້ຂາຍແລກປ່ຽນສິນຄ້າລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ເປັນແຫຼ່ງລວມຂອງສິນຄ້າຫຼາກຫຼາຍຊະນິດທີ່ມາຈາກຫຼາກຫຼາຍພື້ນທີ່ແຕກຕ່າງກັນ ເຊິ່ງຕະຫຼາດແມ່ນເປັນສະຖານທີ່ສຳຄັນໃນການຂັບເຄື່ອນເສດຖະກິດ ຖ້າແຂວງໃດແມ່ນມີຕະຫຼາດຫຼາຍແມ່ນຖືວ່າມີປະຊາກອນຢູ່ໃນແຂວງນັ້ນຫຼາຍ ແລະ ພ້ອມດຽວກັນເມື່ອມີປະຊາກອນຫຼາຍ ກໍຈະມີປະລິມານການຊື້ຂາຍແລກປຽນສິນຄ້າຫຼາຍເຊັ່ນກັນ.

No photo description available.
ຕາມການເຜີຍແຜ່ລາຍງານດ້ານສະຖິຕິ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບຈຳນວນຕະຫຼາດໃນປີ 2022 ແບ່ງຕາມແຂວງ ແລະ ຂະໜາດເຫັນວ່າ ທົ່ວປະເທດມີຈຳນວນຕະຫຼາດລວມກັນທັງໝົດ 865 ແຫ່ງ, ໃນນັ້ນມີຕະຫຼາດຂະໜາດໃຫຍ່ຢູ່ທັງໝົດ 48 ແຫ່ງ, ຕະຫຼາດຂະໜາດກາງ 146 ແຫ່ງ, ຕະຫຼາດຂະໜາດນ້ອຍ 401 ແຫ່ງ ແລະ ຕະລາດນັດ 270 ແຫ່ງ.

May be an image of 10 people
ແຂວງທີ່ມີຕະຫຼາດຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 109 ແຫ່ງ ແລະ ໜ້ອຍກວ່າໝູ່ແມ່ນແຂວງເຊກອງ 11 ແຫ່ງ. ສ່ວນແຂວງທີ່ມີຕະຫຼາດຂະໜາດໃຫຍ່, ກາງ ແລະ ນ້ອຍ ຢູ່ຫຼາຍສຸດແມ່ນຢູ່ນະຄອນຫຼວງວຽງຈັນຄື: ໃຫຍ່ 11 ແຫ່ງ, ກາງ 26 ແຫ່ງ ແລະ ນ້ອຍ 72 ແຫ່ງ; ສ່ວນຕະຫຼາດນັດມີຫຼາຍສຸດຢູ່ແຂວງສະຫວັນນະເຂດ 62 ແຫ່ງ.

May be an image of 5 people and collard greens

ໃນນີ້ເຮົາຈະເຫັນໄດ້ວ່າຕະຫຼາດສ່ວນຫຼາຍຈະຈຸ້ມຢູ່ໃນແຂວງທີ່ມີປະຊາກອນຫຼາຍ ແລະ ໜາແໜ້ນ ສ່ວນແຂວງທີ່ມີປະຊາກອນຢູ່ເບົາບາງກໍຈະມີຕະຫຼາດຢູ່ໜ້ອຍລົງຕາມກຳລັງຊື້ຕົວຈີງໃນສັງຄົມ.

May be an image of 4 people and food