ທີມຊາດຍິງລາວ ຊຸດຊີເກມ ປະກາດ 23 ລາຍຊື່ນັກເຕະ ພ້ອມໄປເກັບຕົວຝຶກຊ້ອມຢູ່ໄທ

274

ນັກກິລາທີມຊາດລາວເພດຍິງຊຸດໃຫຍ່ພ້ອມຫົວໜ້າແລະຄະນະຄູຝຶກໄດ້ອອກເດີນທາງເມື່ອວັມທີ 24 ເມສາ 2023 ໄປແຂວງຊົນບູຣີ ປະເທດໄທ ເພື່ອເກັບຕົວຝຶກຊ້ອມ 1 ອາທິດ(ວັນທີ 24-29 / 04 / 2023),ຫຼັງຈາກນັ້ນຈະເດີນທາງ ເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 32ທີ່ປະເທດ ກຳປູເຈຍເປັນເຈົ້າພາບໃນວັນທີ 30 /04/ 2023.

ຫຼ້າສຸດ ກໍໄດ້ແຕ່ງຕັ້ງ ຫົວໜ້າຄູຝຶກທີມຊາດລາວເພດຍິງຊຸດໃຫຍ່ແມ່ນ ທ່ານ Mohammad Herman B Zailani ຈາກປະເທດສິງກະໂປ ແລະ ປະກາດນັກກິລາທີມຊາດລາວເພດຍິງຊຸດໃຫຍ່ຈຳນວນ 23 ຄົນມີລາຍຊື່ດັ່ງລຸ່ມນີ້:
+ຜູ້ຮັກສາປະຕູ
– ບັງອອນ ພອນໄຊ ຈາກ ນະຄອນຫຼວງ
– ພັດທະລາວະດີ ສໍໂພທິຣາຊ ຈາກ ແຂວງສະຫວັນນະເຂດ

+ກອງຫລັງ
– ສາຍສະຫມອນ ອິນທະພອນ ຈາກ ນະຄອນຫຼວງ
– ວິລີນທອນ ວົງແສງທອງ ຈາກ ນະຄອນຫຼວງ
– ດາລາວອນ ສໍພາບມີໄຊ ຈາກ ນະຄອນຫຼວງ
– ຫຼ້ານ້ອຍ ວົງສິງຄຳ ຈາກ ແຂວງ ຫຼວງພະບາງ
– ທິບປະກອນ ສີວົງລາດ ຈາກ ນະຄອນຫຼວງ
– ວິໄລວັນ ປັນຍານຸວົງ ຈາກ ນະຄອນຫຼວງ
– ຫຼິງ ມະນີວັນ ຈາກ ແຂວງຊຽງຊວາງ
– ກາເຫວົາ ວົງພະຈັນ ຈາກ ນະຄອນຫຼວງ
– ໂບລີ້ງ ຫຼວງຄີລີ ຈາກ ນະຄອນຫຼວງ

+ກອງກາງ
– ອະນຸຕາ ຈັນທິທອງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
– ອິນທິດາ ຄູນສີ ຈາກ ນະຄອນຫຼວງ
– ແສງເດືອນ ພົງໄພລັດ ຈາກ ແຂວງ ຊຽງຂວາງ
– ເກມມີ້ ພັດດາລາ ກອງກາງ ຈາກ ແຂວງ ຊຽງຂວາງ
– ພິມພາ ທອງສະຫວ່າງ ຈາກ ແຂວງ ສະຫວັນນະເຂດ
– ໃຈຄຳ ໄຊຍະປະເສີດ ຈາກ ແຂວງ ຊຽງຂວາງ
– ອາພັດສະລາ ຈັນທະວົງໄຊ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
– ຈິນດາ ສີຫາລາດ ຈາກ ແຂວງ ຫຼວງພະບາງ
– ຫັດລືໄທ ທຳມະວົງສາ ຈາກ ແຂວງ ຈຳປາສັກ
– ສິນລະຄອນ ບຸນນາລີ ຈາກ ແຂວງ ຫຼວງພະບາງ

+ກອງຫນ້າ
– ພະນິກອນ ວັນນະລາ ຈາກ ນະຄອນຫຼວງ
– ພອນທິບ ພົມມະຈັນ ຈາກ ແຂວງສະຫວັນນະເຂດ

ທີມຊາດຍິງ ລາວ ຊຸດໃຫຍ່ ແມ່ນຖືກຈັດ ຢູ່ຮ່ວມກຸ່ມ B ປະກອບມີ: ກໍາປູເຈຍ, ໄທ, ສິງກະໂປ.
ຕາຕະລາງ ການແຂ່ງຂັນ ບານເຕະຍິງ ຊີເກມ ຄັ້ງທີ 32
– 03/05/2023 ເວລາ 20:00 ກຳປູເຈຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ Smart RSN Stadium
– 06/05/2023 ເວລາ 16:00 ລາວ ພົບ ໄທ ແຂ່ງຂັນຢູ່ທີ່ສະຫນາມ Smart RSN Stadium
– 09/05/2023 ເວລາ 20:00 ສິງກະໂປ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ ARMY Stadium
ຂໍ້ມູນ-ຮູບຈາກ: ສຕລ