ສປປ ລາວ ປະດັບຫຼຽນໄຊແຮງງານ-ຫຼຽນກາແຮງງານໃຫ້ ທັບນັກກີລາລາວ ຈາກຜົນງານຊີເກມ ຄັ້ງທີ 31

263

ສປປ ລາວ ສະຫຼຸບຜົນງານໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ກັບຜົນງານ 2 ຫຼຽນຄໍາ, 7 ຫຼຽນເງິນ ແລະ 33 ຫຼຽນທອງ ພ້ອມທັງປະດັບຫຼຽນໄຊແຮງງານ II, ຊັ້ນ III ແລະ ຫຼຽນກາແຮງງານ ໃຫ້ທັບນັກກີລາລາວຊຸດດັ່ງກ່າວ ຂຶ້ນໃນວັນທີ 21 ເມສາ 2023 ທີ່ຫ້ອງປະຊຸມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ.

ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສຈ. ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກຊວງ ສຶກສາທິການ ແລະ ກີລາ ແລະ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ພ້ອມດ້ວຍຄະນະນໍາ, ຄະນະຄູຝຶກ, ນັກກີລາ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ໄດ້ກ່າວລາຍງານວ່າ: ຜົນສໍາເລັດ ໃນຊີເກມ ຄັ້ງທີ 31 ໃນລະຫວ່າງວັນທີ 12-23 ພຶດສະພາ 2022 ທີ່ ສສ ຫວຽດນາມ ກັບຜົນງານ 2 ຫຼຽນຄໍາ, 7 ຫຼຽນເງິນ ແລະ 33 ຫຼຽນທອງ ຈາກການສົ່ງເຂົ້າຮ່ວມ 30 ປະເພດກີລາ ໂດຍມີຄະນະນໍາ, ຄູຝຶກ ແລະ ນັກກີລາເຂົ້າຮ່ວມທັງໝົດ 511 ຄົນເຊິ່ງສໍາເລັດຕາມເປົ້າໝາຍສາມາດຍາດໄດ້ຫຼຽນຫຼາຍກວ່າຊີເກມ ຄັ້ງທີ 30 ໃນປີ 2019 ທີ່ປະເທດຟິລິບປິນ, ສ່ວນການກຽມພ້ອມເຂົ້າຮ່ວມ ຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໃນລະຫວ່າງວັນ 5-17 ພຶດສະພາ 2023 ໂດຍເຈົ້າພາບກໍານົດເອົາ 46 ປະເພດກີລາ ສະເພາະ ສປປ ລາວ ກໍານົດສົ່ງເຂົ້າຮ່ວມທັງໝົດ 31 ປະເພດກີລາ ເຊິ່ງຄາດຄະນະຈໍານວນຄະນະນໍາ, ຄູຝຶກ ແລະ ນັກກີລາ 576 ( ຍິງ 131 ຄົນ ) ເຂົ້າຮ່ວມ.

ຂະນະດຽວກັນ ທ່ານ ສຈ. ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກຊວງ ສຶກສາທິການ ແລະ ກີລາ ໄດ້ໃຫ້ກຽດປະດັບຫຼຽນໄຊແຮງງານຊັ້ນ II, ຊັ້ນ III ແລະ ຫຼຽນກາແຮງງານ ໃຫ້ແກ່ຄະນະນໍາ, ຄະນະຄູຝຶກ ແລະ ນັກກີລາ ທີ່ເຂົ້າຮ່ວມຊີເກມ ຄັ້ງທີ 31 ເຂົ້າຮ່ວມຮັບກຽດຕິຍົດດັັ່ງກ່າວຈໍານວນ 200 ກວ່າຄົນໃນພິທີດັ່ງກ່າວ, ຕໍ່ດ້ວຍການມອບເງິນລາງວັນການອັດສີດຈາກບໍລິສັດຕ່າງຄື:
-ບໍລິສັດເບນລາວ ຈໍາກັດ ອຸປະຖໍ້າເງິນລາງວັນ 234.000.000 ກີບ ແລະ ສະໜັບສະໜູນຜະລິດຕະພັນເຄື່ອງດື່ມ, ເຄື່ອງນຸ່ງ ແລະ ເງິນສົດທັງໝົດ 633.287.000 ກີບ
-ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ອຸປະຖໍາເປັນເງິນລາງວັນທັງໝົດ 370.000.000 ກີບ
-ນອກນັ້ນ, ຍັງມີບັນກາການຈັດຕັ້ງ, ພາກລັດ, ບັນດາບໍລິສັດ ແລະ ບຸກຄົນທີ່ເປັນຄະນະບໍລິຫານງານ ສະຫະພັນ ໄດ້ປະກອບສ່ວນຊຸກຍູ້ ນັກກີລາຂອງແຕ່ລະປະເພດກີລາ ເປັນເງິນທັງໝົດ ເກືອບ 4 ຕື້ກວ່າກີບ.

ປິດທ້າຍດ້ວຍການ ໃຫ້ຄໍາໂອວາດຂອງ ທ່ານ ສຈ. ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນພິທີດັ່ງກ່າວ ແລະ ປິດທ້າຍດ້ວຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກຊວງ ສຶກສາທິການ ແລະ ກີລາ ຂຶ້ນຮັບຄໍາໂອວາດ ໂດຍທ່ານເນັ້ນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ໄດ້ສືບຕໍ່ອອກແຮງຝຶກຊ້ອມ ເພື່ອຍາດແຍ່ງເອົາໄຊຊະນະ ແລະ ສ້າງກຽດຊື່ສຽງມາໃຫ້ປະເທດຊາດ ໃນການເຂົ້າຮ່ວມແຂ່ງຂັນໃນຊີເກມ ຄັ້ງທີ 32 ທີ່ຣາຊະອານາຈັກກໍາປູເຈຍ ໃນເດືອນພຶດສະພາ 2023.
ຂ່າວ-ຮູບຈາກ: Larh Creators