ມູນຄ່າການຈົດທະບຽນວິສາຫະກິດໃໝ່ປີ 2022 ເພີ່ມຂຶ້ນ 42,94%

120

2022 ເປັນປີທຳອິດທີ່ຫຼາຍປະເທດລວມທັງ ສປປ ລາວເລີ່ມເປີດປະເທດກັບມາຟື້ນຟູສະພາບເສດຖະກິດຫຼັງການລະບາດຂອງພະຍາດໂຄວິດ-19 ຊຶ່ງແນ່ນອນ ເປັນປີທີ່ມີຄວາມຫຍຸ້ງຍາກ ແລະຟຶດເຄືອງພໍສົມຄວນຕໍ່ລະບົບເສດຖະກິດ ເພາະຖີ້ມຊ່ວງດົນບໍ່ມີການໄປມາຫາສູ່ຄ້າຂາຍລະຫວ່າງການລະບາດຂອງໂຄວິດ ແຕ່ມູນຄ່າການຄ້າຂາຍ, ການເປີດທຸລະກິດໃໝ່ກໍ່ມີທ່າອຽງດີຂຶ້ນຫຼາຍຖ້າທຽບໃສ່ປີ 2021.

No photo description available.

ຕາມລາຍງານຂອງກະຊວງອຸດສາຫະກຳ ແລະການຄ້າຄ້າໃນວັນທີ 21 ເມສາ 2023 ນີ້ໃຫ້ຮູ້ວ່າ: ໃນປີ 2022 ມູນ​ຄ່າ​ການຜະລິດ​ອຸດສາຫະກໍາ​ປຸງ​ແຕ່ງ​ແມ່ນສາມາດ​ປະຕິບັດ 13.210 ຕື້ກີບ,​ ເມື່ອທຽບໃສ່​ໄລຍະ​ດຽວກັນ​ຂອງປີ​ຜ່ານ​ມາ​ເຫັນ​ວ່າ​ມີອັດຕາເພີ່ມຂຶ້ນ 11,2%.

No photo description available.

ດ້ານມູນຄ່າການຈໍລະຈອນສິນຄ້າພາຍໃນແມ່ນບັນລຸໄດ້ 72.622 ຕື້ກີບ, ເມື່ອທຽບໃສ່​ໄລຍະ​ດຽວກັນ​ຂອງປີ​ຜ່ານ​ມາ​ເຫັນ​ວ່າມີອັດຕາເພີ່ມຂຶ້ນ 18,87%. ມູນຄ່າການຄ້າຕ່າງປະເທດປະ​ຕິ​ບັດ​ໄດ້ 15.006 ລ້ານໂດລາ, ​ໃນ​ນີ້ມູນ​ຄ່າ​ສົ່ງ​ອອກ​ກວມເອົາ 8.198 ລ້ານ​ໂດ​ລາສະ​ຫະ​ລັດ, ເມື່ອທຽບໃສ່ໄລຍະ​ດຽວກັນ​ຂອງ​ປີຜ່ານ​ມາເພີ່ມຂຶ້້ນ 7,5%; ສໍາລັບ​ມູນ​ຄ່າ​ນຳ​ເຂົ້າ​ແມ່ນ 6.808 ລ້ານໂດ​ລາ​ສະ​ຫະ​ລັດ ​​ເມື່ອທຽບໃສ່ໄລຍະ​ດຽວກັນ​ຂອງ​ປີຜ່ານ​ມາເພີ່ມຂຶ້ນ 15,6%.

No photo description available.

ທີ່ພົ້ນເດັ່ນອີກອັນໜຶ່ງຄືການ​ຂຶ້ນທະບຽນວິ​ສາ​ຫະກິດແມ່ນມີ 18.076 ຫົວໜ່ວຍ, ລວມທຶນ​ຈົດ​ທະບຽນທັງໝົດ​ 131,591 ຕື້ກີບ ທຽບ​ໃສ່​ໄລຍະ​ດຽວກັນຂອງ​ປີຜ່ານມາ​ ​ເຫັນ​ວ່າມີ​ຈຳນວນຫົວໜ່ວຍ​ວິ​ສາ​ຫະກິດ​ທີ່ມາ​ແຈ້ງຂຶ້ນ​ທະບຽນ ເພີ່ມຂຶ້ນ 42,94%, ​ຂະ​ແໜງການ​ທຸ​ລະ​ກິດ​ທີ່​ມີ​ຈຳ​ນວນ​ຫົວ​ໜ່ວຍ​ວິ​ສາ​ຫະ​ກິດ ມີ​​ມູນ​ຄ່າການ​​ລົງ​ທຶນ​ເພີ່ມຂຶ້ນ ໃນນັ້ນແມ່ນ ​ວິ​ສາ​ຫະ​ກິດ​​ທີ່​ກ່ຽວ​ກັບ ການຄ້າ ຂາຍຍົກ-ຂາຍຍ່ອຍ; ສ້ອມແປງລົດຍົນ ແລະ ລົດຈັກ, ການກໍ່ສ້າງ, ອຸດສາຫະກຳປຸງແຕ່ງ, ການເຄື່ອນໄຫວໃຫ້ທີ່ພັກເຊົາ ແລະ ບໍລິການ ອາຫານ, ການຂົນສົ່ງ ແລະ ສາງ…