ນະຄອນຫຼວງ ຈະຈັດວາງແຜນຜັງເມືອງ ແລະກຽມພ້ອມກັບບັນຫານ້ຳອັ່ງຂັງໃນຕົວເມືອງ

74

ນະຄອນຫຼວງວຽງຈັນ ທີ່ເປັນສູນກາງຂອງທຸກໆຢ່າງບໍ່ວ່າຈະເປັນສູນກາງທາງເສດຖະກິດ, ການສຶກສາ, ການຄ້າ, ການລົງທຶນຕ່າງໆ ຊຶ່ງປີໜ້າແມ່ນຈະໄດ້ເປັນເຈົ້າພາບກອງປະຊຸມອາຊຽນ, ເພື່ອຕ້ອນຮັບວັນສຳຄັນດັ່ງກ່າວ ການນຳນະຄອນຫຼວງວຽງຈັນແມ່ນມີແຜນຈະປັບປຸງຄືນບາງເສັ້ນທາງທີ່ມີການເປ່ເພ, ປະດັບປະດາເພີ່ມຕື່ມບາງຈຸດ ສຳຄັນໄປກວ່ານັ້ນແມ່ນຈະໄດ້ເຂັ້ມງວດຫຼາຍຂຶ້ນຕໍ່ບັນຫາການຖົມດິນ ແລະການປູກສ້າງຕ່າງໆ.

No photo description available.

ຕາມຂ່າວລາຍງານວ່າ: ນະຄອນຫຼວງວຽງຈັນ (ນວ) ໄດ້ຂຶ້ນແຜນເພື່ອສ້ອມແປງ ແລະ ປະດັບປະດາເສັ້ນທາງເພື່ອຮັບໃຊ້ກອງປະຊຸມອາຊຽນທີ່ ສປປ ລາວ ຈະໄດ້ຮັບກຽດເປັນເຈົ້າພາບໃນປີ 2024, ໃນຂະນະດຽວກັນໃນປີ 2023 ນະຄອນຫຼວງວຽງຈັນ ໄດ້ສືບຕໍ່ຕິດຕາມການຂຶ້ນແຜນ ເພື່ອສ້ອມແປງ ແລະ ປະດັບປະດາເສັ້ນ ທາງດັ່ງກ່າວໃຫ້ໄດ້ຮັບການຈັດຕັ້ງປະຕິບັດ.

No photo description available.
ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ກ່າວລາຍຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ກ່ຽວກັບສະພາບການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2022 ແລະ ທິດທາງແຜນການ ປີ 2023 ຜ່ານມາໃຫ້ຮູ້ວ່າ: ປີ 2023 ນະຄອນຫຼວງວຽງຈັນ ຈະສຸມໃສ່ປັບປຸງສ້ອມແປງເສັ້ນທາງທີ່ເປ່ເພ, ຮັກສາອະນາໄມ, ປະດັບປະດາຕົວເມືອງ, ປັບປຸງສ້ອມແປງ ແລະ ຕິດຕັ້ງໃໝ່ລະບົບໄຟເຍືອງທາງ, ໄຟອໍານາດ, ເພື່ອກະກຽມຕ້ອນຮັບວັນສໍາຄັນຕ່າງໆຂອງພັກ-ຂອງຊາດ, ສືບຕໍ່ຄຸ້ມຄອງອໍານວຍຄວາມ​ສະ​ດວກ ແລະ ເຂັ້ມງວດກວດກາການອອກອະນຸຍາດປຸກສ້າງ-ຖົມດິນ ແລະ ວາງແຜນຜັງເມືອງ ຕາມການມອບໝາຍຂອງຂັ້ນເທິງ ແລະ ຄົ້ນຄວ້າປັບປຸງນິຕິກໍາທີ່ກ່ຽວຂ້ອງໃຫ້ສາມາດບັງຄັບໃຊ້ ໄດ້ຢ່າງມີປະສິດທິຜົນສູງ​ສຸດ.

No photo description available.
ເຈົ້າ​ຄອງນະຄອນຫຼວງວຽງຈັນກ່າວ​ອີກວ່າ: ນະ​ຄອນຫຼວງວຽງ​ຈັນ ຈະສຸມໃສ່ຮັກສາຄວາມສະອາດຕາມເສັ້ນທາງຫຼັກໃນຕົວເມືອງ ເພື່ອຮັບຕ້ອນວັນສໍາຄັນຂອງພັກ ແລະ ຂອງຊາດ ປີ 2023, ສຸມໃສ່ວຽກງານຄຸ້ມຄອງ ແລະ ປົກປັກຮັກສາສວນສາທາລະນະ ແລະ ຕົ້ນໄມ້ແຄມທາງສາຍຫຼັກ, ປັບປຸງຕົບແຕ່ງໃຫ້ມີ ຄວາມສວຍງາມ, ພັດທະນາສວນສາທາລະນະ ເຂດເປົ່າຫວ່າງ ແລະ ເຂດຂຽວ, ປັບປຸງສວນທີ່ມີແລ້ວ ໃຫ້ມີຄວາມສວຍງາມ.

May be an image of 10 people, street and road

ພ້ອມນີ້ຈະສືບຕໍ່ຄົ້ນຄວ້າປັບປຸງແບບກໍ່ສ້າງສວນປະຕູໄຊພາກຂະຫຍາຍ ຢູ່ພື້ນທີ່ 3 ກະຊວງ, ສຸມໃສ່ອະນາໄມລວງຮ່ອງລະບາຍນໍ້າສາຍຫຼັກ, ສາຍສໍາຮອງ ແລະ ຮ່ອງແຄມທາງ, ຕິດຕາມເຝົ້າລະວັງ ແລະ ແກ້ໄຂບັນຫານໍ້າອັ່ງຂັງໃນຕົວເມືອງ ກຽມຄວາມພ້ອມຈັດຕັ້ງກໍາລັງຕະລຸມບອນ ເພື່ອແກ້ໄຂເວລາສຸກເສີນເກີດພາຍຸ ເຮັດໃຫ້ຕົ້ນໄມ້ຫັກ​ລົ້ມທັບທາງ, ແກ້ໄຂນໍ້າອັ່ງຂັງໃນຕົວເມືອງ ແລະ ອື່ນໆ.
ຂ່າວຈາກ: ປະຊາຊົນ