“ແຈ່ວປາບ້ຳ” ສ້າງການປ່ຽນແປງໃນຊີວິດມີລາຍຮັບ 100 ກວ່າລ້ານກີບຕໍ່ປີ

118

ຄວາມເປັນເອກະລັກຂອງແຕ່ລະທ້ອງຖິ່ນແມ່ນເປັນເອກະລັກສຳຄັນທີ່ບໍ່ຄືໃຜ ແລະບໍ່ມີໃຜຄື ຖ້າຮູ້ທ່ອງແທ້ກັບສິ່ງໆນັ້ນແລ້ວນຳມາເປັນທຸລະກິດກໍ່ສາມາດສ້າງເງິນລ້ານໄດ້ແບບເປັນກອບເປັນກຳ ດັ່ງເຈົ້າຂອງແຈ່ວປາບ້ຳຊຳເໜືອຄົນນີ້.

No photo description available.

ນາງ ໄມ ສອນວິໄຊ ໄດ້ໃຫ້ສຳພາດວ່າ: ປັດຈຸບັນອາຍຸ 48 ປີແລ້ວເປັນປະຊາຊົນຢູ່ບ້ານພັນໄຊ ເມືອງຊຳເໜືອ ແຂວງຫົວພັນ ຊີວິດການເປັນຢູ່ ຂອງຄອບຄົວໃນເມື່ອກ່ອນ ແມ່ນພົບຄວາມຫຍຸ້ງຫຼາຍສົມຄວນ ເນື່ອງຈາກວ່າອາໄສແຕ່ຄ້າຂາຍພຽງເລັກໜ້ອຍ, ຂາຍເຄື່ອງແຫ້ງ, ເສື້ອຜ້າ ແລະ ອື່ນໆ, ເຮັດໃຫ້ຄອບຄົວບໍ່ມີການພັດທະນາເທົ່າທີ່ຄວນ ຕົກມາປີ 2004 ຈຶ່ງໄດ້ປຶກສາຫາລືກັບຄອບຄົວ ເພື່ອຊອກຫາຊ່ອງທາງທຳມາຄ້າຂາຍໃຫ້ມີລາຍຮັບເພີ່ມຂຶ້ນ ຈຶ່ງທົດລອງເຮັດແຈ່ວປາບ້ຳຂາຍ ໂດຍການໃຊ້ສູດປຸງແຕ່ງແບບດັ່ງເດີມ (ລົດຊາດແບບພື້ນບ້ານ) ການລົງທຶນໃນເບື້ອງຕົ້ນຈຳນວນ 1 ລ້ານກວ່າກີບ.

No photo description available.

ວັດສະດຸທີ່ນຳມາປຸງແຕ່ງມີ ໝາກເຜັດ, ຫົວກະທຽມ, ປາ, ເກືອ, ແປ້ງນົວ ແລະ ສິ່ງທີ່ຂາດບໍ່ໄດ້ຄືໝາກມາດ ເພື່ອໃຫ້ມີລົດຊາດ, ມີຄວາມເຂັ້ມຂຸ້ນ ແລະ ມີກິ່ນຫອມ, ລາຄາແຈ່ວປາບ້ຳກັບ 5 ພັນກີບ, 10 ພັນກີບ, 30 ພັນກີບ, 60 ພັນກີບ ແລະ ຂາຍເປັນກິໂລ ໂລລະ 120.000ກີບ ຊຶ່ງເຫັນວ່າມີການຕອບຮັບຈາກຜູ້ບໍລິໂພກຫຼາຍຂຶ້ນຈາກລູກຄ້າພາຍໃນແຂວງ ຍັງມີການສັ່ງຈອງໄປຕ່າງແຂວງ ເປັນຕົ້ນແມ່ນ: ນະຄອນ ຫຼວງວຽງຈັນ, ຊຽງຂວາງ, ຫຼວງພະບາງ, ຫຼວງນ້ຳທາ ແລະ ສົ່ງອອກປະເທດໃກ້ຄຽງເຊັ່ນ: ຫວຽດນາມ,ໄທນຳອີກ.

No photo description available.

ເລີ່ມຈາກແຈ່ວປາບ້ຳ ນາງໄມແມ່ນໄດ້ເຮັດຂອງກິນທ້ອງຖິ່ນແນວອື່ນເພີ່ມເຂົ້າມາອີກເຊັ່ນ: ໜັງແຊ່ເພ້ຍ, ໜັງຊົງເຄື່ອງ, ແຈ່ວໝາກແຂ່ນ, ແຈ່ວຫຍ້າອ່າຍ, ເຕີຍປ່ຽງ, ແຈ່ວປາເຄັມ ແລະ ແຈ່ວຊີ້ນແຫ້ງ ຊຶ່ງເຮັດໃຫ້ທຸກມື້ນີ້ມີລາຍຮັບ 180 ລ້ານກີບຕໍ່ປີ ປັດຈຸບັນມີພະນັກງານ 2 ຄົນ ໃຫ້ຄ່າແຮງງານ 2 ລ້ານກີບຕໍ່ຄົນຕໍ່ເດືອນ.

May be an image of food and indoor
ຜ່ານການສູ້ຊົນສ້າງເສດຖະກິດ ຂອງຄອບຄົວ ມາຮອດປັດຈຸບັນ ຊີວິດການເປັນຢູ່ຂອງຄອບຄົວ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ແລະ ມີລາຍຮັບໝັ້ນຄົງ ສະມາຊິກພາຍໃນຄອບຄົວ ມີຄວາມສາມັກຄີ, ມີຄວາມດຸໝັ່ນ, ເປັນຈິດໜຶ່ງໃຈດຽວ ພ້ອມກັນເຮັດພ້ອມກັນສ້າງ ຈຶ່ງໄດ້ຮັບຜົນສຳເລັດຄືດັ່ງກ່າວ ປັດຈຸບັນມີເຮືອນຢູ່ຖາວອນ 2 ຫຼັງ, ລົດໃຫຍ່ 2 ຄັນ, ລົດຈັກ 3 ຄັນ, ມີໂຮງງານຜະລິດແຈ່ວປາບ້ຳ 1 ຫຼັງ, ມີທຶນການສຶກສາໃຫ້ລູກ ແລະ ມີທຶນໝູນວຽນພາຍໃນຄອບຄົວຈຳນວນໜຶ່ງ ແລະ ໄດ້ກາຍເປັນຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຢ່າງສົມບູນ.

No photo description available.

ພ້ອມກັນນີ້ ນາງ ໄມ ຍັງໃຫ້ຮູ້ຕື່ມອີກວ່າ: ເພື່ອເປັນການສູ້ຊົນຂະຫຍາຍຜະລິດຕະພັນ ແລະ ສ້າງລາຍຮັບໃຫ້ສູງຂຶ້ນ ທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ຜະລິດແຈ່ວປາບ້ຳໃຫ້ທັນຕາມຄວາມຮຽກຮ້ອງຕ້ອງການ ຂອງຜູ້ບໍລິໂພກກໍຄືລູກຄ້າ ໃຫ້ຫຼາຍຂຶ້ນກວ່າເກົ່າ, ມີແຜນຈະລົງທຶນສົມທົບກັບພໍ່ແມ່ປະຊາຊົນ ເພື່ອໃຫ້ເຂົາເຈົ້າລ້ຽງປາ, ປູກໝາກເຜັດ, ປູກຫົວກະທຽມມາສະໜອງເຂົ້າໃນໂຮງງານແຈ່ວປາບ້ຳ ໂດຍກົງ ແລະ ກໍເພື່ອສ້າງວຽກເຮັດງານທຳໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນອີກດ້ວຍ.

May be an image of food
ທ່ານ ພອນຈິດ ໄຊຍະສຸກ ນາຍບ້ານ ບ້ານພັນໄຊ ເມືອງຊຳເໜືອ ແຂວງຫົວພັນ ໄດ້ຢັ້ງຢືນວ່າ: ຄອບຄົວ ຂອງນາງໄມ ແມ່ນຄອບຄົວໜຶ່ງທີ່ເປັນແບບຢ່າງ ໃນການຜະລິດສິນຄ້າ ດ້ວຍການເຮັດແຈ່ວປາບ້ຳ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ. ຄວາມສຳເລັດດັ່ງກ່າວກໍຍ້ອນມີຫົວຄິດປະດິດສ້າງ, ການຊອກຮູ້ຮ່ຳຮຽນ ແລະ ຮູ້ໝູນໃຊ້ທ່າແຮງບົ່ມຊ້ອນທີ່ຕົນເອງມີ, ພາຍໃນຄອບຄົວມີຄວາມດຸໝັ່ນ, ຂະຫຍັນພຽນ, ຄວາມສາມັກຄີ ຈຶ່ງເຮັດໃຫ້ຄອບຄົວປະສົບຜົນສຳເລັດໄດ້ ທັງເປັນແບບຢ່າງໃຫ້ແກ່ປະຊາຊົນທົ່ວເມືອງຊຳເໜືອ ຂອງພວກເຮົາ.

 

ຂ່າວຈາກ: ປະຊາຊົນ