ພັດທະນາ ແຊງ ບຸນພະຈັນ ຂຶ້ນນໍາ ດາວຍິງສູງສຸດລາວລີກ 1 ປັດຈຸບັນ

109

ພັດທະນາ ພົມມະເທບ ກອງກາງຂອງ ເອສະຣາ ເອັຟຊີ ແຊງ ບຸນພະຈັນ ບຸນກອງ ກອງໜ້າຕົວເກັ່ງຂອງ ຊ້າງນ້ອຍ ເອັຟຊີ ຂຶ້ນເປັນຜູ້ນໍາດາວຍິງສູງສຸດ ໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2023 ຫຼັງຈົບຮອບຂາໄປ.

ອາທິດທີ 7 ອາທິດສຸດທ້າຍຂອງຮອບຂາໄປ ພັດທະນາ ລະເບີດຟອມເກັ່ງຍິງຄົນດຽວ 3 ປະຕູ ແລະ ກາຍເປັນຄົນທໍາອິດທີ່ເຮັດແຮັດທຣິກໄດ້ໃນລາວລີກ 1 ປີນີ້ ພາ ເອສະຣາ ເອັຟຊີ ຖະຫຼົ່ມ ຈໍາປາສັກ 8-0 ໃນວັນທີ 8 ເມສາ 2023 ທີ່ຜ່ານມາ ເຮັດໃຫ້ ພັດທະນາ ຍິງໄປແລ້ວ 5 ປະຕູແຊງຂຶ້ນນໍາດາວຍິງສູງສຸດຄົນໃໝ່ທັນທີ, ສ່ວນ ບຸນພະຈັນ ຍິງໄດ້ 4 ປະຕູຕົກລົງຢູ່ອັນດັບ 2.

ສ່ວນອັນດັບ 3 ຍິງໄດ້ 3 ປະຕູມີເຖິງ 4 ຄົນຄື: Cycle O’Connell ຈາກຊ້າງນ້ອຍ ເອັຟຊີ, ອາທິດ ຫຼວງລາດ ຈາກເອສະຣາ ເອັຟຊີ, ໂຈນີ ແຫວນປະເສີດ ຈາກເອສະຣາ ເອັຟຊີ ແລະ ຕີສີຫາລາດ ຈາກກອງທັບ ເອັຟຊີ.
ຂ່າວ: Larh Creators; ຮູບຈາກ: ສຕລ