ຂໍ້ດີຂອງການນຳເອົາບໍລິສັດເຂົ້າຈົດທະບຽນຂາຍຮຸ້ນໃນຕະຫຼາດຫຼັກຊັບ (IPO)

68

ສຳລັບເຈົ້າຂອງທຸລະກິດທີ່ສາມາດບໍລິຫານທຸລະກິດມາໄດ້ເຖິງຈຸດໃດໜຶ່ງ ເມື່ອບໍລິສັດມີການເຕີບໂຕຫຼາຍຂຶ້ນ ກໍຄົງຈະມີການສະແຫວງຫາແຫຼ່ງເງິນທຶນ ເພື່ອມາໝູນວຽນ ແລະ ຂະຫຍາຍທຸລະກິດຕໍ່ໄປ ເຊິ່ງການຫາແຫຼ່ງທຶນນີ້ ນອກຈາກການໄປກູ້ຢືມຈາກບັນດາທະນາຄານແລ້ວ ການນຳເອົາບໍລິສັດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບ ເພື່ອໃຫ້ສາມາດນຳເອົາຮຸ້ນອອກຂາຍໃຫ້ແກ່ປະຊາຊົນທົ່ວໄປ ຫຼື ການ IPO (Initial Public Offering) ກໍເປັນອີກທາງເລືອກໜຶ່ງໃນການລະດົມເງິນທຶນ ເຊິ່ງວ່າການຈົດທະບຽນໃນຕະຫຼາດຫຼັກຊັບເພື່ອການລະດົມທຶນໂດຍການຂາຍຮຸ້ນ (ຮຸ້ນສາມັນ) ແມ່ນມີຂໍ້ດີຕ່າງໆຄື:

1. ດ້ານເງິນທຶນ: ໂດຍທົ່ວໄປແລ້ວ ໃນການດຳເນີນທຸລະກິດ ແຕ່ລະບໍລິສັດລ້ວນແຕ່ມີການຫາເງິນທຶນໂດຍການກູ້ຢືມຈາກຫຼາຍໆສະຖາບັນການເງິນທີ່ແຕກຕ່າງກັນເພື່ອນຳໃຊ້ເປັນເງິນທຶນໝູນວຽນ ແລະ ເງິນລົງທຶນໃນທຸລະກິດຕົນ. ເຖິງຢ່າງໃດກໍຕາມ, ເງິນທຶນດັ່ງກ່າວລ້ວນແຕ່ເປັນເງິນທຶນໄລຍະສັ້ນ ພ້ອມທັງຕ້ອງມີການຊຳລະດອກເບ້ຍ ແລະ ຕົ້ນທຶນຄືນໃຫ້ແກ່ສະຖາບັນການເງິນ ເຊິ່ງສິ່ງດັ່ງກ່າວຖືເປັນອຸປະສັກສຳຄັນສຳລັບບັນດາວິສາຫະກິດ ເພື່ອບັນລຸເປົ້າໝາຍໄລຍະຍາວ. ແຕ່ສຳລັບຕະຫຼາດທຶນ, ບໍລິສັດສາມາດລະດົມທຶນຈາກມວນຊົນ ເພື່ອຫາເງິນທຶນໄລຍະຍາວທີ່ປາສະຈາກການຊຳລະຄືນຕົ້ນທຶນ ແລະ ດອກເບ້ຍ ພ້ອມທັງມີຕົ້ນທຶນຕໍ່າມານຳໃຊ້ເພື່ອຂະຫຍາຍ ແລະ ດຳເນີນທຸລະກິດເຊິ່ງຈະເຮັດໃຫ້ບໍລິສັດມີສະພາບຄ່ອງສູງ ແລະ ສາມາດດຳເນີນທຸລະກິດໃຫ້ບັນລຸເປົ້າໝາຍໄດ້.

2. ພາບຫຼັກຂອງອົງກອນ: ການທີ່ມີຫຼັກຊັບຈົດທະບຽນໃນຕະຫຼາດຫຼັກຊັບ ຈະເຮັດໃຫ້ບໍລິສັດມີຄວາມໝັ້ນຄົງທາງດ້ານການເງິນ ແລະ ມີຄວາມສາມາດໃນການບໍລິຫານງານທີ່ດີຂຶ້ນ ເນື່ອງຈາກ ບໍລິສັດໄດ້ມີການປັບປຸງລະບົບບັນຊີໃຫ້ມີຄວາມຖືກຕ້ອງ ແລະ ໂປ່ງໃສ, ປ່ຽນແທນຈາກການບໍລິຫານ ກິດຈະການແບບຄອບຄົວ ມາເປັນການບໍລິຫານແບບມືອາຊີບ ເຊິ່ງຈະເຮັດໃຫ້ມວນຊົນເຫັນໄດ້ເຖິງເປົ້າໝາຍຂອງບໍລິສັດ, ການດຳເນີນທຸລະກິດທີ່ໂປ່ງໃສ, ຄວາມເຂັ້ມແຂງທາງດ້ານການເງິນ ແລະ ຄວາມໝັ້ນຄົງຂອງອົງກອນ.

3. ຊື່ສຽງຂອງອົງກອນ: ຄຽງຄູ່ກັບການເປັນແຫຼ່ງລະດົມທຶນໄລຍະຍາວທີ່ປາສະຈາກການຊຳລະຄືນຕົ້ນທຶນ ແລະ ດອກເບ້ຍໃຫ້ແກ່ບໍລິສັດແລ້ວ, ການຈົດທະບຽນໃນຕະຫຼາດຫຼັກຊັບ ຍັງສາມາດເຮັດໃຫ້ບໍລິສັດມີຊື່ສຽງ ແລະ ເປັນທີ່ຮູ້ຈັກຂອງມວນຊົນ ກໍຄືນັກລົງທຶນຫຼາຍຂຶ້ນທັງ ໃນຂອບເຂດພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນຜົນດີໃຫ້ແກ່ບໍລິສັດໃນການເພີ່ມຄູ່ຄ້າ, ຜູ້ສະໜອງ, ຜູ້ໃຫ້ບໍລິການ ແລະ ລູກຄ້າຂອງບໍລິສັດ ພ້ອມທັງຍັງຈະເຮັດໃຫ້ ຄວາມສາມາດໃນການແຂ່ງຂັນຂອງບໍລິສັດສູງຂຶ້ນ.

4. ນະໂຍບາຍດ້ານອາກອນ: ອີງຕາມມາດຕາ 29 ຂອງກົດໝາຍວ່າດ້ວຍສ່ວຍສາອາກອນ ເລກທີ 05/ສພຊ ລົງວັນທີ 20 ທັນວາ 2011, ບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບ ຈະໄດ້ຮັບນະໂຍບາຍຫຼຸດອາກອນກຳໄລ 5% ຈາກອັດຕາປົກກະຕິເປັນໄລຍະເວລາ 4 ປີຕິດຕໍ່ກັນ ນັບແຕ່ປີຈົດທະບຽນ.

[ໂດຍ: ຕະຫຼາດຫຼັກຊັບລາວ]