ເຮືອບິນລຳທຳອິດ ລົງທີ່ສະຫນາມບິນຫນອງຄ້າງທົດສອບກຽມມອບ-ຮັບໄວໆນີ້

105

ໂຄງການກໍ່ສ້າງສະໜາມບິນໜອງຄ້າງແຂວງຫົວພັນທີ່ປະຊາຊົນຊາວແຂວງຫົວພັນ ແລະຊາວລາວຄອງຄອຍມາຫຼາຍປີຮອດຕອນນີ້ໃກ້ສຳເລັດເຕັມທີ ຄາດວ່າທ້າຍເດືອນນີ້ຈະໄດ້ທຳການມອບ-ຮັບຢ່າງເປັນທາງການແລ້ວ ແລະນັບແຕ່ວັນທີ 19 ຂອງເດືອນເມສານີ້ແມ່ນໄດ້ທົດລອງລະບົບຕ່າງໆ ເພື່ອກຽມພ້ອມຮັບຍົນລົງຈອດໃນອະນາຄົດອັນໃກ້ນີ້.

May be an image of seaplane
ມາຮອດປັດຈຸບັນ ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ໄດ້ອອກແບບເສັ້ນບິນ ແລະ ຕິດຕັ້ງລະບົບເຄື່ອງຊ່ວຍການບິນສຳເລັດແລ້ວ. ໃນວັນທີ 19 ເມສາ 2023 ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ໄດ້ຈັດຕັ້ງປະຕິບັດການບິນທົດສອບເສັ້ນບິນ ແລະ ອຸປະກອນຊ່ວຍການບິນ ຂອງສະໜາມບິນ ໜອງຄ້າງ, ແຂວງຫົວພັນ ໂດຍນໍາໃຊ້ເຮືອບິນກວດສອບຂອງ ບໍລິສັດວິທະຍຸການບິນປະເທດໄທ “AEROTHAI”, ຊະນິດເຮືອບິນ Supper King Air Models-B300 ເລກທະບຽນ HS-AIM ຊຶ່ງມີແຜນບິນທົດສອບ ແຕ່ວັນທີ 19-27 ເມສາ 2023.

May be an image of 12 people
ສະໜາມບິນໜອງຄ້າງ ຕັ້ງຢູ່ບ້ານໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ໄດ້ເລີ່ມຕົ້ນກໍ່ສ້າງມາແຕ່ ປີ 2013 ເປັນຕົ້ນມາ. ໂດຍກໍ່ສ້າງໃຫ້ໄດ້ຕາມມາດຕະຖານຄວາມປອດໄພຂອງກົມການບິນພົນລະເຮືອນ (MOS 2009) ແລະ ມາດຕະຖານສາກົນ (ICAO) ວາງອອກ ກໍ່ຄື: ສະໜາມບິນໃຫ້ໄດ້ຂະໜາດ 3C (Aerodrome Code 3C), ຊຶ່ງສາມາດຮອງຮັບເຮືອບິນຂະໜາດ 70-100 ບ່ອນນັ່ງ ເຊັ່ນ: ເຮືອບິນ ATR 72, Fokker 70, MA-60, Fokker -100 ຫລື ທຽບເທົ່າ.

May be an image of 3 people and seaplane

ເຊິ່ງທາງແລ່ນຂຶ້ນ-ລົງ ມີຄວາມຍາວທັງໝົດ 2400 ແມັດ, ກວ້າງ 30 ແມັດ. ໂດຍແມ່ນ ກົມການການບິນພົນລະເຮືອນ ກະຊວງ ຍທຂ ເປັນເຈົ້າຂອງໂຄງການ, ບໍລິສັດທີ່ປຶກສາ ADCC, ສສ ຫວຽດນາມ ແລະ ບໍລິສັດ ພັດທະນາກະສິກຳ ຮວ່າງແອັງ ອັດຕະປື ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ. ຄາດວ່າຈະມີການ ມອບ-ຮັບ ໃນທ້າຍ ເດືອນເມສາ 2023.

May be an image of 3 people and helicopter