ໄປຕໍ່ Miss Universe Laos 2023 ໃນນການເດີນສາຍຕາມຫາຝັນ ເນັ້ນ ສຸດດາລາ ສີລາວົງ

1049

ຫຼັງຈາກພັກຍາວ ໃນການຕິດຕາມເວທີປະກວດນາງງາມຈັກກະວານລາວປະຈໍາປີ 2023ນີ້ ມື້ນີ້ພາທຸກຄົນມາຕິດຕາມເວທີນີ້ອີກຄັ້ງ ເມື່ອທາງເພຈຫຼັກຂອງກອງປະກວດ ໄດ້ປ່ອຍພາບ ຜູ້ເຂົ້າປະກວດ Miss Universe Laos 2023 ສາວງາມຜູ້ຜ່ານຮອບ Pre-Audition ອີກໜຶ່ງຄົນ ເຊິ່ງບຸກຄົນນີ້ແມ່ນເປັນຜູ້ເຂົ້າປະກວດທີ່ໜ້າຕິດຕາມຫຼາຍທີ່ສຸດ ເພາະນ້ອງຄົນນີ້ແມ່ນຜ່ານມາແລ້ວຫຼາຍເວທີ ແລະ ທີ່ສໍາຄັນແມ່ນຍັງສາມາດກວດລາງວັນມາແລ້ວ ທຸກເວທີເລີຍກໍວ່າໄດ້ ເຊິ່ງສາວງາມທີ່ກໍາລັງເວົ້າເຖິງຢູ່ນີ້ກໍຄື ນ້ອງ ເນັ້ນ ສຸດດາລາ ສີລາວົງ ນັ້ນເອງ.

ໃນການປະກວດເທື່ອນີ້ ນ້ອງເນັ້ນ ໄດ້ນິຍາມຄວາມເປັນໂຕຕົນເອງວ່າ ຕົນເອງເປັນຄົນອາລົມດີ ເບິ່ງໂລກໃນດ້ານດີ ຂີ້ອາຍ ແຕ່ເຂັ້ມແຂງ ແລະ ມີເປົ້າຫມາຍສູງສຸດໃນຊີວິດຄື ຢາກມີທຸລະກິດເປັນຂອງໂຕເອງ ແລະ ຢາກສ້າງໃຫ້ຄອບຄົວມີຄວາມສຸກ ພ້ອມນີ້ຍັງມີໂຄງການທີ່ຢາກເຂົ້າຮ່ວມໂດຍນ້ອງເນັ້ນ ຢາກສົ່ງເສີມໄວໜຸ່ມລາວ ໃນດ້ານການສຶກສາ.

ສໍາລັບສາວງາມມາກ ຄວາມສາມາດຄົນນີ້ແມ່ນເປັນຜູ້ທີ່ມີຄວາມສາມາດຫຼາກຫຼາຍ ແລະ ມີຜົນງານໃນວົງການມາແລ້ວນັບບໍ່ຖ້ວນ ໂດຍສະເພາະກໍແມ່ນ ບໍ່ວ່າຈະເປັນ ການເດີນແບບ, ຖ່າຍແບບ, ນັກສະແດງ, ພຣີເຊັນເຕີ ແລະ ງານຣີວິວຕ່າງໆນໍາອີກ ແລະ ນ້ອງສຸດດາລາ ສີລາວົງ (ເນັ້ນ) ແມ່ນສາວງາມຈາກແຂວງຜົ້ງສາລີດິນແດນເໜືອສຸດຂອງປະເທດລາວເຮົາ

ຜ່ານມານ້ອງເນັ້ນເອງແມ່ນເຄີຍຜ່ານການປະກວດມາແລ້ວນັ້ນກໍຄື Miss Laos 2020 ໂດຍຜ່ານເຂົ້າຮອບ 15ຄົນສຸດທ້າຍ ແລະ ໄດ້ລາງວັນ ໜ້າອອນກວ່າໄວ, ເຄີຍປະກວດ ເວທີໜຸ່ມໝັ່ນພຽນ-ສາວຮຽນຮູ້ ໄດ້ຮອງອັນດັບສອງ2 ແລະ ຍັງບໍ່ພໍເທົ່ານັ້ນ ໃນປີ 2021 ນ້ອງໄດ້ເຂົ້າຮ່ວມການປະກວດ Miss World Laos2021 ໄດ້ຮອງອັນດັບ2ມີສເວີລາວ2021ມາຄອບຄອງຢ່າງສົມກຽດເລີຍ

ມາໃນປີ 2023ນີ້ນ້ອງກໍໄດ້ເດີນຕາມຄວາມຝັນອີກຄັ້ງ ໃນການເຂົ້າຮ່ວມປະກວດ Miss Universe Laos 2023.
ສໍາລັບໃຜທີ່ມີຄວາມຝັນຄືກັນກັບນ້ອງແມ່ນສາມາດເຂົ້າຮ່ວມການສະໝັກໄດ້ເລີຍທີ່ https://form.jotform.com/230707766282461. ທຸກຄົນສາມາດເຂົ້າໄປຕິດຕາມການເຄື່ອນໄຫວຂອງກອງປະກວດ ແລະ ຕິດຕາມຜູ້ຜ່ານເຂົ້າຮອບອໍດິຊັນໄດ້ເລີຍທີ່ເພຈຫຼັກຂອງໂຄງການໄດ້ເລີຍທີ່ Miss Universe Laosນັ້ນເອງ.