ຄາດເສດຖະກິດໂດຍລວມຂອງລາວຈະດີຂຶ້ນແຕ່ນີ້ຫາທ້າຍປີ

715

ເສດຖະກິດບ້ານເຮົາ ເປັນທີ່ຮັບຮູ້ກັນດີວ່າຢູ່ໃນໄລຍະທີ່ບອບບາງ ແລະພາກລັດເອງແມ່ນໄດ້ພະຍາຍາມຫາທຸກຊ່ອງທາງໃນການແກ້ໄຂບັນຫາທີ່ເປັນຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ ໂດຍສະເພາະແມ່ນການແກ້ໄຂບັນຫາລາຄາສິນຄ້າທີ່ກະທົບໄວ ບັນຫາຄ່າເງິນອື່ນ.

ເມື່ອບໍ່ດົນມານີ້ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມລະຫວ່າງທະນາຄານແຫ່ງ ສປປ ລາວ, ບັນດາທະນາຄານທຸລະກິດ, ສະຖາບັນການເງິນ ແລະ ສື່ມວນຊົນ ເພື່ອເປັນການລາຍງານສະພາບເສດຖະກິດການເງິນ-ເງິນຕາ ໃນໄລຍະໄຕມາດທີ 1 ຂອງປີ 2023. ໂດຍການເປັນປະທານຂອງ ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມນະໂຍບາຍເງິນຕາ.

May be an image of 7 people and dais

ໂດຍທ່ານໄດ້ລາຍງານໃຫ້ຊາບເຖິງສະພາບເສດຖະກິດຂອງ ສປປ ລາວ ທີ່ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານຢ່າງຕໍ່ເນື່ອງຈາກທັງພາຍນອກ ແລະ ພາຍໃນ ໂດຍສະເພາະການສືບຕໍ່ປັບເພີ່ມອັດຕາດອກເບ້ຍຂອງທະນາຄານກາງ ສ.ອາເມລິກາ (Fed) ເພຶ່ອຄວມຄຸມອັດຕາເງິນເຟີ້ທີ່ຍັງຢູ່ໃນລະດັບສູງ ຊຶ່ງຈະສົ່ງຜົນເຮັດໃຫ້ຄ່າເງິນໂດລາມີທ່າອ່ຽງສືບຕໍ່ແຂງຄ່າທຽບກັບຫຼາຍສະກຸນ; ສະພາບລາຄານ້ຳມັນໂລກທີ່ມີທ່າອ່ຽງເພີ່ມຂຶ້ນຄືນ ຫຼັງຈາກທີ່ໄດ້ມີລາຄາຫຼຸດລົງໃນໄລຍະໜຶ່ງ; ຄວາມບໍ່ແນ່ນອນຂອງລະບົບທະນາຄານໃນທົ່ວໂລກ ພາຍຫຼັງການລົ້ມລະລາຍຂອງທະນາຄານທຸລະກິດຂະໜາດໃຫຍ່ສອງແຫ່ງຂອງ ສ.ອາເມລິກາຄື ທະນາຄານຊີລີຄອນວາເລ (Silicon Valley Bank) ແລະ ທະນາຄານຊິກເນເຈີ (Signature Bank) ແລະ ປັດໄຈອື່ນໆ.

May be an image of 1 person, dais and text that says 'โดย:'

ຈາກສະພາບການດັ່ງກ່າວ ໄດ້ກາຍເປັນແຮງກົດດັນໃຫ້ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີຄວາມຫຍຸ້ງຍາກ, ແຕ່ເຖິງຢ່າງໃດກໍ່ຕາມສະພາບເສດຖະກິດພາຍໃນກໍຄ່ອຍໆມີທ່າອ່ຽງດີຂຶ້ນຈາກການເປີດປະເທດ ແລະ ການເອົາໃຈໃສ່ແກ້ໄຂບັນຫາຂອງລັດຖະບານໃນຊຸມປີຜ່ານມາ ຊຶ່ງເຫັນໄດ້ຈາກອັດຕາການຂະຫຍາຍຕົວຂອງເສດຖະກິດ ກໍຄາດວ່າຈະຂະຫຍາຍຕົວຂຶ້ນຢູ່ໃນລະດັບ 4,5% ໃນປີ 2023 ຈາກລະດັບ 4,4% ໃນປີ 2022; ສຳລັບອັດຕາເງິນເຟີ້ ເຖິງວ່າຈະຍັງຢູ່ໃນລະດັບສູງ ແຕ່ກໍມີທ່າອ່ຽງຫຼຸດລົງໃນເດືອນມີນາ 2023 ແມ່ນໄດ້ຫຼຸດລົງມາທີ່ລະດັບ 40,97% ຈາກລະດັບ 41,26% ໃນເດືອນກຸມພາ 2023.

No photo description available.

ແຕ່ເຖິງຢ່າງໃດກໍຕາມ, ເພື່ອຮັກສາສະຖຽນລະພາບການເງິນ-ເງິນຕາແຫ່ງຊາດ ໃຫ້ໝັ້ນທ່ຽງ, ຫຼຸດຜ່ອນຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະ ບັນລຸຕາມເປົ້າໝາຍທີ່ສະພາແຫ່ງຊາດໄດ້ກໍານົດໄວ້, ໃນຕໍ່ໜ້າ ປິ 2023 ທຫລ ຈະດໍາເນີນນະໂຍບາຍເງິນຕາໃນທິດທາງທີ່ຮັດກຸມກວ່າເກົ່າ ແລະ ຄຸ້ມຄອງການແລກປ່ຽນເງິນຕາ ໃຫ້ເຂັ້ມງວດຂຶ້ນ. ນອກຈາກນີ້, ຍັງຈະໄດ້ສຸມໃສ່ສ້າງສະພາບແວດລ້ອມໃນການເພີ່ມການສະໜອງເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບເສດຖະກິດໃຫ້ຫຼາຍຂຶ້ນ ຄຽງຄູ່ກັບການຄຸ້ມຄອງການແລກປ່ຽນເງິນຕາຕ່າງ ປະເທດແບບຊະຊາຍ ແລະ ມາດຕະການການຄວບຄຸມລາຄາສິນຄ້າ.

No photo description available.

ຊຶ່ງໃນປັດຈຸບັນ, ລັດຖະບານໄດ້ມີການແຕ່ງຄະນະ ໂດຍກະຊວງອຸດສາຫະກໍາ ແລະ ການຄ້າ ເປັນໃຈກາງ ແລະ ມີກະຊວງກ່ຽວຂ້ອງ ລວມທັງ ທຫລ ເປັນຜູ້ຄົ້ນຄວ້າກໍານົດໂຄງສ້າງລາຄາສິນຄ້າແຕ່ລະປະເພດ ທີ່ກະທົບໄວຕໍ່ກະຕ່າ CPI ແລະ ສິນຄ້ານໍາເຂົ້າ ໂດຍສະເພາະສິນຄ້າໝວດສະບຽງອາຫານ ໝວດການຜະລິດກະສິກໍາ.

No photo description available.

ນອກຈາກນີ້ ທະນາຄານແຫ່ງ ສປປ ລາວ ຍັງໄດ້ມີການປະສານສົມທົບກັບບັນດາຂະແໜງການກ່ຽວຂ້ອງ ເພື່ອດຳເນີນມາດຕະການຕິດຕາມແກ້ໄຂການຕິດປະກາດ ການໂຄສະນາລາຄາສິນຄ້າ ແລະ ການບໍລິການ ໃຫ້ເປັນເງິນກີບ; ການຄຸ້ມຄອງລາຍຮັບຈາກການສົ່ງອອກເພື່ອໃຫ້ກະແສເງິນຕາເຂົ້າສູ່ລະບົບສົມຄູ່ກັບຕົວເລກການສົ່ງອອກຕົວຈິງ ແລະ ຊຸກຍູ້ສົ່ງເສີມການປະຢັດເງິນຕາ ເປັນຕົ້ນການຈໍາກັດການນໍາເຂົ້າສິນຄ້າຟຸມເຟືອຍ ບົນພື້ນຖານບໍ່ໃຫ້ຂັດກັບຫຼັກການການຄ້າສາກົນ.

No photo description available.